ແບບນີ້ກໍໄດ້ຫວາ! ປອມຕົວເປັນໝໍແຕ່ສາມາດປິ່ນປົວຄົນເຈັບ ໃຫ້ຫາຍດີໄດ້

ປອມຕົວເປັນໝໍ

ເລື່ອງນີ້ເປັນເລື່ອງທີ່ຜ່ານມາດົນນານແລ້ວ ແລະ ກໍກາຍເປັນຕຳນານໃນສະຫະລັດຕະຫຼອດມາ. Ferdinand Waldo Demara (1921-1982) ເປັນຊາຍທີ່ມີໄອຄິວສູງ ແລະ ມີຄວາມຈື່ຈຳດີ ເຊິ່ງເຫດການນີ້ລາວໄດ້ຊ່ວຍຊີວິດຄົນເຈັບເຖິງ 13 ຄົນ ຈາກການປອມຕົວເປັນໝໍຂອງລາວ. ນອກຈາກຈະຫຼອກລວງວ່າເປັນໝໍແລ້ວ ຍັງຕົວະວ່າເປັນບຸກຄົນທີ່ເຮັດອາຊີບຕ່າງໆຫຼາຍຈົນນັບບໍ່ຖ້ວນ.

ບໍ່ວ່າຈະເປັນທະນາຍ, ວິສະວະກອນໂຍທາ, ຄູ-ອາຈານ, ຜູ້ຊ່ຽວຊານກ່ຽວກັບເດັກ, ນັກຈິດຕະວິທະຍາ, ບັນນາທິການ, ນັກວິໄຈໂຣກມະເຮັງ ແລະອື່ນໆ. ໂດຍລາວຈະປອມປະຫວັດສ່ວນຕົວ, ວຸດທິການສຶກສາ ແລະຍັງສຶກສາບຸກຄະລິກກະພາບຂອງບຸກຄົນທີ່ປະກອບອາຊີບນັ້ນໆ ເພື່ອຄວາມສະດວກໃນການປອມແປງຕົວ. ຍັງບໍ່ໝົດພຽງເທົ່ານີ້ ຍັງໄປປອມເປັນໝໍ ແລະ ບໍ່ແມ່ນໝໍທຳມະດາ ແຕ່ເປັນເຖິງໝໍຜ່າຕັດ.

ປອມຕົວເປັນໝໍ

ໃນໄລຍະສົງຄາມເກົາຫຼີ 1951 ເດມາຣາ ໄດ້ປອມຕົວເປັນໝໍປະຈໍາເຮືອຮົບຄາຍູກະ (HMCS Cayuga) ຂອງກອງທັບເຮືອແຄນາດາ ໂດຍລາວໄດ້ປອມແປງຕົນເອງໃນຖານະແພດຊາວແຄນາດາຊື່ ວ່າໂຈເຊບ (Joseph Cyr) ເຊິ່ງສິ່ງທີ່ບໍ່ໜ້າເຊື່ອກໍຄື ເມດາຣາ ສາມາດຊ່ວຍຊີວິດຄົນເຈັບໄດ້ເຖິງ 13 ຄົນ.

ການທີ່ປອມເປັນໝໍແລ້ວມາປິ່ນປົວຄົນນີ້ ຖືວ່າບໍ່ແມ່ນເລື່ອງງ່າຍເລີຍກໍວ່າໄດ້ ແລະ ໜ້ອຍຄົນທີ່ຈະເຮັດແບບນີ້ ໂດຍສະເພາະໃນປັດຈຸບັນ ຍິ່ງບໍ່ກ້າເຮັດແນວສ່ຽງໆແບບນີ້. ແຕ່ໝໍປອມຄົນນີ້ ສາມາດປົວຄົນເຈັບໄດ້ ເນື່ອງຈາກວ່າເປັນຄົນໄອຄິວສູງ, ສະຫຼາດ, ມີຄວາມຈື່ຈຳໄດ້ດີ ແລະ ເຄີຍໄດ້ອ່ານຕຳລາທາງການແພດກ່ອນຈະມາປອມຕົວ.

ປອມຕົວເປັນໝໍ

ຫຼັງຈາກນັ້ນ ເລື່ອງນີ້ກໍກາຍເປັນທີ່ຮືຮາ ເປັນທີ່ຈົດຈຳຂອງໃຜຫຼາຍໆຄົນໃນອະດີດຈົນຮອດປັດຈຸບັນ. ພ້ອມກັນນີ້ ກໍຍັງກາຍເປັນແຮງບັນດານໃຈໃຫ້ຮູບເງົາເລື່ອງ The Great Imposter ໃນປີ 1961 ນຳສະແດງໂດຍ Tony Curtis.

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ