ສັນຍານໄປບໍ່ເຖິງ! Elon Musk ເຜີຍ ຈີນຂໍໃຫ້ລະງັບບໍລິການອິນເຕີເນັດ Starlink

Elon Musk

ເມື່ອວັນທີ 11 ຕຸລາ 2022 ເວັບໄຊຕ່າງປະເທດຢ່າງ theverge.com ໄດ້ລາຍງານວ່າ Elon Musk ຊາຍຜູ້ເປັນມະຫາເສດຖີອັນດັບ 1 ຂອງໂລກ ແລະເປັນຜູ້ບໍລິຫານຂອງ SpaceX ບໍລິສັດເທັກໂນໂລຢີດ້ານອະວະກາດຊື່ດັງ ເຊິ່ງໃຫ້ບໍລິການລະບົບອິນເຕີເນັດດາວທຽມ Starlink ໄດ້ເປີດເຜີຍກັບສຳນັກຂ່າວ The Financial Times ວ່າ ມີບຸກຄະລາກອນລະດັບສູງໃນຈີນຂໍໃຫ້ລະງັບການໃຫ້ບໍລິການລະບົບອິນເຕີເນັດຜ່ານດາວທຽມ (Satellite Internet) Starlink ໃນຈີນ.

Elon Musk

ການທີ່ມີຄໍາສັ່ງຂໍໃຫ້ລະງັບແບບນັ້ນເພາະຄາດວ່າເປັນຍ້ອນດາວທຽມ Starlink ມີບົດບາດຢ່າງຫຼວງຫຼາຍໃນຄວາມຂັດແຍ້ງລະຫວ່າງຢູເຄຣນກັບຣັດເຊຍ ຈີນຈຶ່ງຕ້ອງປ້ອງກັນຄວາມສ່ຽງທີ່ອາດຈະເກີດຂຶ້ນໃນອະນາຄົດ ດ້ວຍການສັ່ງລະງັບການວາງຂາຍແພັກເກັດອິນເຕີເນັດດັ່ງກ່າວ.

ທັງນີ້ ຍັງບໍ່ຊັດເຈນວ່າ Elon Musk ຍອມຮັບຄໍາຂໍຂອງລັດຖະບານຈີນຫຼືບໍ່ ແຕ່ໃນແຜນທີ່ການໃຫ້ບໍລິການເທິງເວັບໄຊຂອງ Starlink ກໍບໍ່ປາກົດແຜນການໃຫ້ບໍລິການໃນຈີນແຕ່ຢ່າງໃດ. ແຕ່ໃນຂະນະດຽວກັນບັນດາດິນແດນທີ່ຢູ່ໃກ້ຄຽງກັບຈີນ ເຊັ່ນ ໄຕ້ຫວັນ, ມອງໂກເລຍ, ຫວຽດນາມ ແມ່ນຖືກປັກໝຸດໄວ້ວ່າ “ລໍຖ້າການອະນຸມັດທາງກົດໝາຍ”.

Elon Musk

ຢ່າງໃດກໍຕາມ ຫຼ້າສຸດນີ້ Slarlink ເປີດໃຫ້ບໍລິການໃນອີຣ່ານ ແລະ ໄດ້ຮັບຄວາມນິຍົມຢ່າງສູງຈາກຜູ້ປະທ້ວງລັດຖະບານ ເພາະມັນສາມາດເຮັດໃຫ້ພວກເຂົາໃຊ້ອິນເຕີເນັດໄດ້ໂດຍປາສະຈາກການຄວບຄຸມຈາກລັດຖະບານ. ຂະນະດຽວກັນ ຈີນກໍພະຍາຍາມຄວບຄຸມການເຄື່ອນໄຫວໃນອິນເຕີເນັດຢ່າງໜັກ ແລະການເຊື່ອມຕໍ່ສັນຍານອິນເຕີເນັດໂດຍໄຮ້ການສອດແນມຈາກລັດຖະບານຈີນອາດກາຍເປັນສາເຫດທີ່ເຮັດໃຫ້ເກີດການລວມຕົວກັນຕໍ່ຕ້ານລັດຖະບານ.

Elon Musk

ດ້ານສຳນັກຂ່າວ The Financial Times ລະບຸວ່າເຫດການນີ້ສະແດງໃຫ້ເຫັນວ່າ Elon Musk ຍັງຄົງມີສ່ວນຊ່ວຍເຫຼືອຕໍ່ການຄວບຄຸມພິພາກວິຈານຕ່າງໆໃນທົ່ວໂລກຢູ່ ເຖິງແມ່ນວ່າຕົວ Musk ເອງຈະນຳສະເໜີຕົນເອງວ່າ ສະໜັບສະໜູນເສລີພາບໃນການເວົ້າ Free Speech ແຕ່ບໍລິສັດ Tesla ທີ່ Musk ເປັນ CEO ຍັງມີໂຮງງານຂະໜາດໃຫຍ່ທີ່ມີສະຖານທີ່ຕັ້ງຢູ່ໃນນະຄອນຊ່ຽງໄຮ້. ນອກນັ້ນແລ້ວ Musk ຍັງມີຍອດຂາຍລົດໄຟຟ້າ Tesla ກວ່າ 80.000 ຄັນ ເຊິ່ງໝາຍຄວາມວ່າ Musk ເອງກໍໜ້າຈະປະຕິເສດຕາມເງື່ອນໄຂຂອງລັດຖະບານຈີນໂດຍບໍ່ລັງເລ. ພ້ອມນັ້ນ ລາວຍັງເປັນເຈົ້າຂອງບົດຄວາມໃນວາລະສານສະບັບໜຶ່ງ ທີ່ຖືກໜ່ວຍງານເຊັນເຊີ້ຂອງລັດຖະບານຈີນຄວບຄຸມຢູ່ອີກພ້ອມ.

Elon Musk

ສຳລັບໂຄງການ Starlink ເປັນລະບົບໃຫ້ບໍລິການອິນເຕີເນັດດ້ວຍເຄືອຂ່າຍດາວທຽມຈໍານວນຫຼາຍ ເຊິ່ງເປັນທາງເລືອກໃນການເຂົ້າເຖິງສັນຍານນອກເໜືອຈາກລະບົບເຄືອຂ່າຍອິນເຕີເນັດທຳມະດາ ແຕ່ໃນອີກແງ່ມຸມໜຶ່ງ Starlink ໄດ້ຮັບຄວາມນິຍົມຂຶ້ນມາ ເນື່ອງຈາກເປັນທາງເລືອກໃນການເຂົ້າເຖິງອິນເຕີເນັດໂດຍ “ປາສະຈາກການຄວບຄຸມຈາກລັດຖະບານ”.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ