ບໍລິສັດຈາກຈີນ ອອກໄປລົງທຶນຕ່າງປະເທດ ໃນໄຕມາດທຳອິດປີ 2024 ຫຼາຍສຸດ ໃນຮອບ 8 ປີ ສ້າງລາຍໄດ້ກວ່າ 33.500 ລ້ານໂດລາ ນຳໜ້າໂດຍ ກຸ່ມທຸລະກິດໄຟຟ້າ ແລະ ພະລັງງານແສງຕາເວັນ.
ໂດຍຜູ້ນຳໃນການຊຸກຍູ້ ແມ່ນບໍລິສັດໃນອຸດສາຫະກໍາທີ່ຈີນກໍາລັງແຂ່ງຂັນກັບຄູ່ແຂ່ງເຊັ່ນ: ລົດໄຟຟ້າ ແລະ ແລະ ພະລັງງານແສງຕາເວັນ. ເຊິ່ງການລົງທຶນເຫຼົ່ານີ້ອາດຈະຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າ ໂດຍການສ້າງວຽກເຮັດງານທໍາ ແລະ ການຂະຫຍາຍຕົວຂອງເສດຖະກິດໃນຕະຫຼາດສາກົນ ແທນທີ່ຈະນຳໄປສູ່ການສົ່ງອອກທີ່ອາດຈະເຮັດໃຫ້ຜູ້ຜະລິດທ້ອງຖິ່ນຕ້ອງຢຸດເຊົາກິດຈະການ.
ໂດຍໃນປີ 2022 ປະມານ 3 ໃນ 4 ຂອງ FDI ຂອງຈີນ ແມ່ນຢູ່ໃນອາຊີ ເຖິງແມ່ນວ່າຕົວເລກດັ່ງກ່າວ ຈະເປັນການໄປລົງທີ່ເຂດປົກຄອງພິເສດຮົງກົງ ເປັນສ່ວນໃຫຍ່ ກ່ອນຈະອອກໄປສູ່ປະເທດອື່ນ ໂດຍ ເກືອບ 17% ແມ່ນການລົງທຶນໃນພາກການຜະລິດ.
ໂດຍລາຍງານລະບຸວ່າ ການລົງທຶນໃນດ້ານການຜະລິດຂອງຈີນໃນບັນດາ ປະເທດອາຊີຕາເວັນອອກສຽງໃຕ້ ໄດ້ເພີ່ມຂຶ້ນເກືອບ 4 ເທົ່າຂອງປີທີ່ຜ່ານມາເຖິງ 2,6 ຕື້ໂດລາ, ກວມເອົາເກືອບ 2 ເທົ່າຂອງບໍລິສັດທັງໝົດໃນອາເມຣິກາ, ເກົາຫຼີໃຕ້ ແລະ ຍີ່ປຸ່ນ.
ຂົງເຂດທີ່ ຈີນອອກໄປລົງທຶນຫຼາຍທີ່ສຸດໄດ້ແກ່ ທະວີບ ອາຊີ 60%, 13% ທະວີບອາເມຣິກາ, 10,2% ຢູໂຣບ.
ໃນອຸດສາຫະກໍາພະລັງງານແສງຕາເວັນ ຜູ້ຜະລິດຈີນທີ່ຄອງການຜະລິດທົ່ວໂລກກໍາລັງຊອກຫາການລົງທຶນໃນຕ່າງປະເທດເພີ່ມຂຶ້ນ. ສິ່ງດັ່ງກ່າວມີຂຶ້ນພາຍຫຼັງຫຼາຍປະເທດບໍ່ສະດວກທີ່ຈະຕ້ອງອີງໃສ່ຄູ່ແຂ່ງດ້ານທາງດ້ານການເມືອງສຳລັບອຸປະກອນທີ່ສຳຄັນຕໍ່ການຫັນປ່ຽນພະລັງງານ.
China’s Outbound Investment in 2022 and 2023: An Overview (china-briefing.com)
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/