Samsung ກໍາລັງພັດທະນາຄຸນສົມບັດຈາກເຊັນເຊີວັດອຸນຫະພູມໃນຮ່າງກາຍເພີ່ມເຕີມສຳລັບ Galaxy Watch 5


Samsung ໃຊ້ເວລາຫຼາຍເດືອນກວ່າຈະເປີດໃຊ້ຄຸນສົມບັດຈາກເຊັນເຊີວັດອຸນຫະພູມຮ່າງກາຍໃນ Galaxy Watch 5 ເເລະ Galaxy Watch 5 Pro ເມື່ອອາທິດທີ່ຜ່ານມາ. ໃນປັດຈຸບັນ ເຊັນເຊີເຫຼົ່ານີ້ມີພຽງຄຸນສົມບັດດຽວກໍຄື cycle tracking.

ຢ່າງໃດກໍຕາມ, ນີ້ເປັນພຽງຈຸດເລິ່ມຕົ້ນເທົ່ານັ້ນ ເພາະຫຼ້າສຸດ Samsung ໄດ້ໂພສວ່າ “ຄຸນສົມບັດການວັດອຸນຫະພູມຮ່າງກາຍອື່ນໆກຳລັງຖືກພັດທະນາຢູ່ໃນຂະນະນີ້ ເເລະ ໃນອະນາຄົດ Samsung ຈະເປີດຕົວຄຸນສົມບັດໃໝ່ໆອອກມາເພີ່ມເຕີມ”

Samsung ບໍ່ໄດ້ລະບຸເວລາທີ່ຊັດເຈນ ເເລະ ການປ່ອຍຄຸນສົມບັດດ້ານສຸຂະພາບອອກມາກໍຕ້ອງຜ່ານມາດຕະຖານຂອງໜ່ວຍງານເເຕ່ລະປະເທດກ່ອນ, ນີ້ເປັນສາເຫດໃຫ້ Samsung ຕ້ອງໃຊ້ເວລາຫຼາຍຂຶ້ນກວ່າຈະປ່ອຍການອັບເດດມາສູ່ຜູ້ໃຊ້.

ໜຶ່ງໃນຄຸນສົມບັດທີ່ Samsung ອາດເປີດຕົວໃນອະນາຄົດແມ່ນຄຸນສົມບັດສະແດງອຸນຫະພູມຮ່າງກາຍ. ເຊິ່ງໃນປັດຈຸບັນຂໍ້ມູນດັ່ງກ່າວເປັນຂໍ້ມູນທີ່ Samsung ເຊື່ອງໄວ້ເພື່ອປະມວນຜົນເທົ່ານັ້ນ. ຄາດວ່າມີໂອກາດທີ່ Samsung ຈະເປີດຕົວຄຸນສົມບັດໃໝ່ນີ້ພ້ອມກັບ Galaxy Watch 6 ໃນປາຍເດືອນມິຖຸນາ ເເລະ ຫຼັງຈາກນັ້ນຈຶ່ງຈະແມ່ນ Galaxy Watch 5 ທີ່ຈະໄດ້ອັບເດດຄຸນສົມບັດໃໝ່ໆ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/