ຮູ້ຫຼືບໍ່? ຄຳວ່າ Pelé ຖືກບັນທຶກເຂົ້າໃນວັດຈະນານຸກົມພາສາໂປຕຸເກດ ມີຄວາມໝາຍວ່າ “ສິ່ງທີ່ບໍ່ທຳມະດາ”


ເປເລ້ (Pelé) ນັກເຕະບານລະດັບຕໍານານຂອງໂລກ ສາຍາໄຂ່ມຸກດໍາ ແລະ ອະດີດສົມບັດຂອງຊາດ ທີ່ໄດ້ເສຍຊີວິດໄປໃນເດືອນທັນວາຂອງປີທີ່ຜ່ານມາ ໂດຍໂຣກມະເຮັງລຳໄສ້ ປັດຈຸບັນຊື່ຂອງ ເປເລ້ ໄດ້ຖືກບັນທຶກລົງໃນວັດຈະນານຸກົມຂອງປະເທດໂປຕຸເກດເປັນທີ່ຮຽບຮ້ອຍແລ້ວ ໂດຍເປັນຄຳທີ່ໃຊ້ອະທິບາຍເຖິງ ສິ່ງທີ່ມະຫັດສະຈັນ ຫຼື ສິ່ງທີ່ບໍ່ທຳມະດາ.

ໂດຍໃນວັດຈະນານຸກົມຫົວດັ່ງກ່າວລະບຸໄວ້ວ່າ: ຄຳວ່າ Pelé ເປັນຄໍາຄຸນນາມທີ່ໃຊ້ອະທິບາຍຄົນ,​ ວັດຖຸສິ່ງຂອງ ທີ່ບໍ່ທຳມະດາ ແລະ ມີຄວາມເກັ່ງກ້າສາມາດເໜືອກວ່າຄົນອື່ນ.

ເຊິ່ງມູນນິທິ Pele ແລະ Sportv ໄດ້ເປີດຕົວໂຄງການ ເປເລ້ ໃນວັດຈະນານຸກົມ ມິຄາເອວລິສ (Michaelis) ສະບັບພາສາ ໂປຕຸເກດ ເພື່ອຍ້ອງຍໍຕໍານານວົງການບານເຕະຄົນນີ້ ໂດຍໃຫ້ນິຍາມວ່າ ເປເລ້ ຄືຊື່ຫຼິ້ນຂອງ Edson Arantes do Nascimento ເປເລ້ເປັນນັກກິລາທີ່ຍິ່ງໃຫຍ່ທີ່ສຸດຕະຫຼອດການ ສຸດຍອດຫາບ່ອນທຽບບໍ່ໄດ້ ແລະ ບໍ່ຄືໃຜ. ໂດຍຄຳວ່າເປເລ້ ນັ້ນສາມາດໃຊ້ໄດ້ຫຼາຍບໍລິບົດ ລາວຄືເປເລ້ຂອງບານບ້ວງ, ນາງຄືເປເລ້ຂອງເທັນນິສ ຫຼື ນາງຄືເປເລ້ຂອງວົງການຮູບເງົາບຣາຊິວ.

ໂຈ ຟາກ້າ ກຳມະການບໍລິຫານຂອງມູນນິທິ ໄດ້ລະບຸວ່າ: “ຊື່ຂອງ ເປເລ້ ໃນວັດຈະນານຸກົມ ເປັນສິ່ງສຳຄັນທີ່ຈະເຮັດໃຫ້ ເປເລ້ ມິຄວາມຍິ່ງໃຫຍ່ແບບນີ້ຕະຫຼອດໄປ ແລະ ໂຄງການນີ້ເປັນໂຄງການທີ່ດີທີ່ສຸດແລ້ວທີ່ຂ້ອຍເຄີຍເຂົ້າຮ່ວມ”.

ປັດຈຸບັນທາງວັດຈະນານຸກົມ ມິຄາເອວລິສ ໄດ້ຈັດຄຳວ່າເປເລ້ ເຂົ້າໃນສະບັບ ດິຈິຕອລ ແລ້ວ ແລະ ຄຳວ່າ ເປເລ້ ຈະຢູ່ໃນສະບັບພິມ ໃນຊຸດຕໍ່ໄປທີ່ຈະຈັດພິມ ໃນໄວໆນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/