ທຸກຊີວິດມີຄ່າ ສັດຕະວະແພດຊ່ວຍຕັດເນື້ອງອກ ຕໍ່ຊີວິດປາຄາບ ອາຍຸ 20 ປີ


ສັດຕະວະແພດໃນສະຫະລັດອາເມຣິກາ ຊ່ວຍຕໍ່ຊີວິດປາຄາບ ອາຍຸ 20 ປີ ຜ່າຕັດເນື້ອງອກທີ່ຫາງປາໄດ້ສຳເລັດ ນ້ຳໃຈຍິ່ງໃຫຍ່ເພື່ອສັດຮ່ວມໂລກ ທຸກຊີວິດມີຄ່າເທົ່າກັນ.

ເມື່ອວັນທີ 2 ຕຸລາ 2020 ເວັບໄຊ Mothership ເຜີຍເລື່ອງລາວ ແລະ ພາບທີ່ໜ້າປະທັບໃຈ ທີ່ຖືກແຊຣ໌ໄປໃນໂຊຊຽວມີເດຍ ພາຍຫຼັງເຟສບຸກ HousePaws Mobile Veterinary Service ຂອງທີມສັດຕະວະແພດ ໃນລັດນິວເຈີຊີ ສະຫະລັດອາເມຣິກາ ໄດ້ເຜີຍແຜ່ພາບການຜ່າຕັດຊ່ວຍຕໍ່ຊີວິດ “ເພບເບີລ” ປາຄາບທີ່ອາຍຸຫຼາຍເຖິງ 20 ປີ.

ເພບເບີລ ມີອາຍຸຍືນ ແຕ່ໂຊກຮ້າຍ ເມື່ອບໍ່ດົນມານີ້ພົບວ່າມີກ້ອນເນື້ອງອກຂະໜາດໃຫຍ່ຢູ່ບໍລິເວນຫາງຂອງມັນ ທາງທີມສັດຕະວະແພດຈຶ່ງໄດ້ເຂົ້າຊ່ວຍເຫຼືອ.


ໂດຍເລີ່ມຈາກການສີດນ້ຳຢາປະສົມຢາກ່ອມປະສາດເຂົ້າໄປທາງເຫງືອກຂອງມັນ ຫຼັງຈາກນັ້ນກໍໃຊ້ອຸປະກອນເຄື່ອງມືແພດຕັດຊິ້ນສ່ວນເນື້ອງອກ ເຈົ້າໜ້າທີ່ເຮັດວຽກດ້ວຍຄວາມໃຈເຢັນ ແລະ ລະມັດລະວັງຫຼາຍ ຈົນສາມາດນຳກ້ອນເນື້ອອອກມາໄດ້ສຳເລັດ ແລະ ສັກຢາຕ້ານເຊື້ອໃຫ້.

ຫຼັງຈາກນັ້ນ ທາງສັດຕະວະແພດໄດ້ເກັບກ້ອນເນື້ອດັ່ງກ່າວ ສົ່ງໄປກວດເນື້ອເຍື່ອ ເພື່ອຫາສາເຫດ.

ການຜ່າຕັດສຳເລັດໄປໄດ້ດ້ວຍດີ ເພບເບີລໄດ້ໃຊ້ຊີວິດຕໍ່ຢ່າງມີຄວາມສຸກ ໂດຍສະເພາະສຳຫຼັບ “ເຊສ” ປາຄາບຄູ່ຫູຂອງ ເພບເບີລ ເມື່ອຕອນທີ່ໝູ່ຂອງມັນຫາຍໄປເຊສກໍສະແດງອາການເສົ້າຢ່າງເຫັນໄດ້ຊັດເຈນ.

ເມື່ອເພບເບີລ ໄດ້ກັບລົງໄປໃນອ່າງປາອີກຄັ້ງ ເຊສກໍຮີບລອຍນ້ຳເຂົ້າມາຢູ່ຄຽງຂ້າງທັນທີ ເພບເບີລລອຍໄປໃສ ເຊສກໍລອຍນຳໄປຕິດໆບໍ່ຍອມຫ່າງເລີຍ ກາຍເປັນຮູບພາບທີ່ໜ້າຮັກໆທີ່ເກີດຂຶ້ນ.

ທີ່ມາ:

https://pet.kapook.com/view231997.html