ຊັອກກັນທັ້ງຕະຫຼາດເມື່ອ ທຣັມໂພສທະວິດເຕີສັ່ງຫ້າມການເຈລະຈາເລື່ອງມາດຕະການກະຕຸ້ນເສດຖະກິດ.


ທຣັມສັ່ງຫ້າມການເຈລະຈາມາດຕະການກະຕຸ້ນເສດຖະກິດ ຫຼື Stimulus Package ຮອບໃໝ່ແບບກະທັນຫັນ..!! ຈົນກວ່າລາວຈະຊະນະການເລືອກຕັ້ງກັບມາເປັນປະທານນາທິບໍດີໃໝ່ອີກຄັ້ງ ຈື່ງສົ່ງຜົນໃຫ້ຕະຫຼາດຫຸ້ນສະຫະລັດອາເມຣິກາກັບມາຕິດລົບທັ້ງຫມົດ.

ອອກໂຮງໝໍມາໄດ້ພຽງມື້ດຽວກໍອອກລິດເລີຍເນາະ..!! ສຳຫຼັບປະທານນາທິບໍດີ ທຣັມ ຫຼັງຈາກທີ່ຕະຫຼາດຫຸ້ນສະຫະລັດອາເມຣິກາກຳລັງດີຂື້ນໄດ້ 2 ມື້ຕິດເພາະຕະຫຼາດມີຄວາມໝັ້ນໃຈວ່າທາງສະພາສະຫະລັດອາເມຣິກາໃກ້ຈະຜ່ານມາດຕະການກະຕຸ້ນເສດຖະກິດ ຫຼື ເງິນຊ່ວຍເຫຼືອວິກິດໄວຣັດໂຄວິດ-19 ໃຫ້ກັບປະຊາຊົນໄດ້ແລ້ວ.#ແຕ່ ທຣັມ ກັບຮີບສັ່ງໃຫ້ຢຸດການເຈລະຈາໄປກາງອາກາດແບບນັ້ນ.

ຫຼັງຈາກທີ່ທາງ Nancy Pelosi ປະທານສະພາຜູ້ແທນລາດຊະດອນຂອງສະຫະລັດອາເມຣິກາ ແລະ Stevem Mnuchin ລັດຖະມົນຕີການເງິນຂອງສະຫະລັດອາເມຣິກາພະຍາຍາມເຈລະຈາເລື່ອງວົງເງິນໃນມາດຕະການກະຕຸ້ນເສດຖະກິດຮອບໃໝ່ມາຕະຫຼອດທັ້ງເດືອນທີ່ຜ່ານມາຈົນເກືອບບັນລຸຂໍ້ຕົກລົງໄດ້ແລ້ວແຕ່ຄາຢູ່ທີ່ປະເດັນທາງພັກ ເດໂມແຄຣດ (Democrats) ສະເໜີວົງເງິນ 2.2 ລ້ານຫຼຽນສະຫະລັດອາເມຣິກາ ໃນຂະນະທີ່ຄະນະບໍລິຫານຂອງທຳນຽບຂາວຕ້ອງການຫຼຸດເງິນລົງມາເປັນ 1.6 ລ້ານຫຼຽນສະຫະລັດອາເມຣິກາ. #ແຕ່ທ້າຍທີ່ສຸດຜັດຖືກ ທຣັມ ສັ່ງຍົກເລິກໄປແບບກະທັນຫັນ.

ການປະກາດຂອງ ທຣັມ ນັ້ນຍັງອອກມາຂັດກັບທາງ Jerome Powell ປະທານທະນາຄານກາງສະຫະລັດອາເມຣິກາ (FED) ທີ່ຫາກໍອອກມາຮຽກຮ້ອງໃນຄືນທີ່ຜ່ານມານີ້ໃນສະພາ Congress ຮີບເລັ່ງການອອກມາດຕະການກະຕຸ້ນເສດຖະກິດຮອບໃໝ່ໃຫ້ໄວທີ່ສຸດ. ເນື່ອງຈາກເສດຖະກິດຍັງຄົງມີຈຳເປັນຕ້ອງໃຊ້ມາດຕະການທາງການເງິນຕ່າງໆເຫຼົ່ານີ້ເຂົ້າມາຊ່ວຍດຶງເສດຖະກິດ, ເພາະທາງ FED ຄົງບໍ່ສາມດປະຄັບປະຄອງເສດຖະກິດໄວ້ດ້ວຍມາດຕະການທາງການເງິນ (ການລົດດອກເບ້ຍ ແລະ ເພິ່ມສະພາບຄ່ອງ ) ພຽງຢ່າງດຽວ. ສຸດທ້າຍແລ້ວພາກທຸລະກິດ ແລະ ພາກຄົວເຮືອນສະຫະລັດອາເມຣິກາມີຄວາມຈຳເປັນທີ່ຈະຕ້ອງໃຊ້ເງິນຊ່ວຍເຫຼືອຈາກລັດຖະບານເຂົ້າກະຕຸ້ນ.

ຂໍ້ຄວາມທີ່ ທຣັມ ໂພສທະວິດເຕີໃນມື້ຄືນນີ້ມີຢູ່ວ່າ:

I have instructed my representatives to stop negotiating until after the election when, immediately after I win, we will pass a major Stimulus Bill that focuses on hardworking Americans and Small Business,” Trump tweet.

ຂ້ອຍໄດ້ສັ່ງໃຫ້ທີມບໍລິຫານຂອງຂ້ອຍລະງັບການເຈລະຈາເງິນຊ່ວຍເຫລືອທາງເສດຖະກິດໄປຈົນເຖິງຫຼັງມື້ເລືອກຕັ້ງ ເຊິ່ງຫາກຂ້ອຍຊະນະການເລືອກຕັ້ງເມື່ອໃດ ເຮົາກໍຜ່ານຮ່າງກົດໝາຍກະຕຸ້ນເສດຖະກິດເທື່ອສຳຄັນນີ້ທີ່ຈະເນັ້ນໄປທີ່ການໃຫ້ຄວ່ມຊ່ວຍເຫຼືອຊາວອເມຣິກາທີ່ເຮັດວຽກໜັກ ແລະ ພາກທຸລະກິດຂະໜາດນ້ອຍອື່ນໆ.

ບໍ່ແນ່ໃຈວ່າການຕັດສິນໃຈເທື່ອໃໝ່ຂອງ ທຣັມ ທີ່ຊັອກຕະຫຼາດແບບບໍ່ໜ້າເຊື່ອຈະສົ່ງຜົນດີຕໍ່ ທຣັມ ເອງຫຼືບໍ່ ?

ຕະຫຼາດຫຸ້ນຂອງສະຫະລັດອາເມຣິກາທັ້ງກະດານ ປິດຕະຫຼາດເປັນລົບທັ້ງໝົດ ດັດຊະນີ Dow Jones (-1.34%), S & P500 (-1.4%) ແລະ NASDAQ (-1.57%). ເວົ້າໄດ້ວ່າຕະຫຼາດຫຸ້ນບໍ່ມັກການທີ່ ທຣັມ ອອກມາສັ່ງຫ້າມການເຈລະຈາແບບນີ້ ແລະ ເຫດຜົນທີ່ ທຣັມ ໃຫ້ຄືເງິນກະຕຸ້ນເບິ່ງວ່າຈະໄປເປັນຖານສຽງຂອງຝັ່ງພັກ ເດໂມແຄຣດ  (Democrats) ຫຼາຍກວ່າແຕ່ເຫດຜົນນີ້ຍິ່ງຟັງເບິ່ງບໍ່ຄ່ອຍດີປານໃດ ຫຼື ວ່ານີ້ເປັນແຜນການ ຂອງ ທຣັມ ເພື່ອຈະກົດດັນທຸກຝ່າຍໃຫ້ເຂົາກັບມາຊະນະໃນການເລືອກຕັ້ງ ຫຼືບໍ່ ??

ທີ່ມາ: https://www.facebook.com/OilTraderKP/photos/a.109714799581872/636908076862539/?type=3