ເຜີຍຂໍ້ມູນ Samsung Galaxy Z Flip 5 ອາດມາກັບຈໍທີ່ມີຂະໜາດໃຫຍ່ເຖິງ 3.8 ນິ້ວ ເເລະ ຈະເລີ່ມຜະລິດໃນເດືອນມິຖຸນານີ້


Ross young ນັກວິເຄາະ ເເລະ CEO ຂອງ DSCC ໄດ້ອອກມາເປີດເຜີຍຂະໜາດຈໍຂອງ Galaxy Z Flip 5 ຜ່ານ Twitter ໂດຍກ່າວວ່າ Galaxy Z Flip 5 ຈະມີຈໍນອກຂະໜາດ 3.8 ນິ້ວ ເຊິ່ງການລາຍງານນີ້ສອດຄ່ອງກັບລາຍງານຫຼ້າສຸດຂອງ Sammobile ທີ່ເຄີຍລາຍງານໄວ້ວ່າໜ້າຈໍດ້ານຫຼັງຂອງ Galaxy Z Flip 5 ຈະມີພື້ນທີ່ໃຫຍ່ເກືອບເຄິ່ງໜຶ່ງຂອງສ່ວນເທິງ.

Galaxy Z Flip 5 ຈະມີຂະໜາດໜ້າຈໍໃຫຍ່ກວ່າ OPPO Find N2 Flip ທີ່ມີຂະໜາດຢູ່ທີ່ 3.26 ນິ້ວ ແລະ ໃຫຍ່ກວ່າ Galaxy Z Flip 4 ທີ່ວາງຂາຍໃນປີກາຍນີ້. Galaxy Z Flip 5 ມີຂະໜາດພຽງແຕ່ 1.9 ນິ້ວເທົ່ານັ້ນ, ແລະຕາມການລາຍງານທີ່ຜ່ານມາ Galaxy Z Flip 5 ຈະມີສີ່ສີຄື: Grey, Light Pink, Beige ເເລະ Light Green.

ນອກຈາກນີ້ Young ກ່າວຕື່ມອີກວ່າ ຈະເລີ່ມຈັດສົ່ງ panel ໜ້າຈໍສຳລັບ Galaxy Z Flip 5 ໃນເດືອນພຶດສະພາ ເເລະ ເລີ່ມຜະລິດໃນເດືອນມິຖຸນາ. ສິ່ງນີ້ບົ່ງບອກວ່າຍັກໃຫຍ່ທາງດ້ານເທັກໂນໂລຢີເກົາຫຼີໃຕ້ອາດວາງເເຜນເປີດຕົວ Galaxy Z Flip 5 ໃນເດືອນສິງຫານີ້. ຢ່າງໃດກໍຕາມ ນີ້ແມ່ນພຽງແຕ່ຂ່າວລືເທົ່ານັ້ນ ພວກເຮົາຕ້ອງລໍຖ້າຕິດຕາມຂ່າວຕໍ່ໄປ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/