ປະເທດລາວ ສືບຕໍ່ພັດທະນາໃຫ້ກາຍເປັນປະເທດ Land Lock ສູ່ປະເທດ Land Link


ທ່ານ ຄໍາພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມຄະນະ ລົງຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ໃນວັນທີ 10 ເມສາ 2023 ທີ່ບ້ານດົງໂພສີ ເມືອງຫາດຊາຍຟອງ ໂດຍມີ ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດວຽງຈັນ ໂລຈິສຕິກ ພາກ ຈຳກັດ ແລະ ບໍລິສັດ ທ່າບົກ ທ່ານາແລ້ງ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະບໍລິຫານ ໃຫ້ການຕ້ອນຮັບ ເຊິ່ງຈຸດປະສົງຂອງການຢ້ຽມຢາມຄັ້ງນີ້, ເພື່ອເຂົ້າໃຈເຖິງທ່າແຮງ ຂອງການເຊື່ອມຈອດເສດຖະກິດລາວ ແລະ ອາຊຽນ ໃຫ້ນັບມື້ນັບຫຼາຍຂຶ້ນ, ພ້ອມທັງຮັບຮູ້ວ່າ ດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ມີບົດບາດສໍາຄັນຕໍ່ຍຸດທະສາດ ແລະ ການພັດທະນາ “ເຊື່ອມຕໍ່ທາງບົກ” ໃນລາວໃຫ້ເປັນສູນກາງການຂົນສົ່ງໃນພາກພື້ນ.

ໂອກາດນີ້, ທ່ານ ຄຳພັນ ພົມມະທັດ ພ້ອມຄະນະ ໄດ້ຮັບຟັງການລາຍງານໂດຍຫຍໍ້ວ່າ: ໂຄງການພັດທະນາທ່າບົກ-ທ່ານາແລ້ງ ສ້າງຂຶ້ນເພື່ອຜັນຂະຫຍາຍນະໂຍບາຍຂອງລັດຖະບານ ແຫ່ງ ສປປ ລາວ ໃນການຫັນປ່ຽນປະເທດລາວຈາກ ປະເທດບໍ່ມີຊາຍແດນ ຕິດກັບທະເລ (Land Lock) ສູ່ປະເທດ Land Link ໃຫ້ເປັນສູນກາງແຫ່ງການເຊື່ອມໂຍງ, ເຊື່ອມຈອດອະນຸພາກພື້ນ ແລະ ສາກົນ ເຊິ່ງຈຸດທີ່ຕັ້ງຂອງໂຄງການຈະເຮັດໜ້າທີ່ເປັນສູນກາງ ຂອງການຂະຫຍາຍການຄ້າລະຫວ່າງອາຊຽນໄປ ສປ ຈີນ ແລະ ສປ ຈີນ ໄປສູ່ຢູໂຣບ ໂດຍນໍາໃຊ້ໂຄງການເສັ້ນທາງລົດໄຟລາວ-ຈີນ. ພ້ອມນັ້ນ, ການພັດທະນາໂຄງການດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ ມີຄວາມສໍາຄັນຫຼາຍ ຍ້ອນໂຄງການດັ່ງກ່າວ ເປັນຍຸດທະສາດໜຶ່ງຂອງໂຄງການພັດທະນາ Laos Logistics Link ເຊິ່ງເປັນຈຸດເຊື່ອມຕໍ່ຫຼັກຂອງບັນດາການຂົນສົ່ງຫຼາຍຮູບແບບທາງລົດ, ທາງລາງ, ທາງເຮືອ ແລະ ເຊື່ອມໂຍງບັນດາຈຸດພັດທະນາຕ່າງໆໃນພາກພື້ນສູ່ສາກົນ ມີເປົ້າໝາຍຫລັກເພື່ອລົດຕົ້ນທຶນໂລຈິສຕິກ ຂອງປະເທດລາວ ໂດຍໄດ້ເປີດນໍາໃຊ້ຢ່າງເປັນທາງການ ໃນວັນທີ 4 ທັນວາ 2021 ເປັນຕົ້ນມາ. ທ່າບົກ-ທ່ານາແລ້ງ ເປັນ 1 ໃນ 5 ອົງປະກອບຂອງໂຄງການວຽງຈັນໂລຈິສຕິກພາກ, ມີສະຖານະເປັນສະຖານີຂົນສົ່ງລະຫວ່າງປະເທດ ຕັ້ງຢູ່ຊາຍແດນຫ່າງຈາກຂົວມິດຕະພາບລາວ-ໄທ ແຫ່ງທີ 1 ປະມານ 800 ແມັດ ມີເນື້ອທີ່ 55 ເຮັກຕາ, ເນື້ອທີ່ສະຫງວນ 33 ເຮັກຕາ ແລະ ເຂດໂລຈິສຕິກພາກ ມີເນື້ອທີ່ 327 ເຮັກຕາ ເຊິ່ງປະກອບມີສູນໂລຈິສຕິກ, ສູນການຜະລິດເພື່ອສົ່ງອອກ, ສູນປະຕິບັດຮັກສາທາດແຫຼວ, ເຂດການຄ້າ, ເຂດປອດພາສີ ແລະ ສູນກາງການເງິນ, ຈຸດພິເສດຂອງເຂດດັ່ງກ່າວ ຕັ້ງຢູ່ເສັ້ນທາງເຊື່ອມຕໍ່ທີ່ມີຄວາມສາມາດໃນການຂົນສົ່ງສູງ ເນື່ອງຈາກຕັ້ງຢູ່ເສັ້ນທາງລົດໄຟ ລາວ-ໄທ ແລະ ເສັ້ນທາງລົດໄຟລາວ-ຈີນ. ນອກນັ້ນ, ເປັນຈຸດເຊື່ອມການຂົນສົ່ງທາງລົດໄຟ ໄປຍັງປະເທດອ້ອມຂ້າງເຊັ່ນ: ປະເທດມຽນມາ, ໄທ, ກຳປູເຈຍ, ຫວຽດນາມ ແລະ ມາເລເຊຍ.

ໂອກາດດັ່ງກ່າວ, ທ່ານ ຄໍາພັນ ພົມມະທັດ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ ຄະນະບໍລິຫານ ບໍລິສັດວຽງຈັນ ໂລຈິສຕິກ ພາກ ຈຳກັດ ແລະ ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ໂດຍໄດ້ຊີ້ໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງພັກ ແລະ ລັດຖະບານ ໃນການວາງແນວທາງນະໂຍບາຍ ເພື່ອສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງພາຍໃນ, ການລົງທຶນ, ການເຊື່ອມໂຍງ, ການເຊື່ອມຈອດ ແລະ ການພົວພັນກັບພາກພື້ນ ແລະ ສາກົນ. ຈາກນັ້ນ, ທ່ານ ຄໍາພັນ ພົມມະທັດ ພ້ອມຄະນະ ຍັງໄດ້ໄປຢ້ຽມຢາມຕຶກປະຕິບັດງານ ແລະ ຕຶກພາສີທ່າບົກ-ທ່ານາແລ້ງ, ຢ້ຽມຢາມລານຕູ້ສິນຄ້າຊີວາຍ, ສາງຄ່ຽນຖ່າຍສິນຄ້າ ລະຫວ່າງລາງມາດຕະຖານ ແລະ ລາງ 1 ແມັດ ຕື່ມອີກ.

ຂໍ້ມູນຈາກ:

https://bit.ly/3GymWSc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/