ຮູ້ບໍ່ວ່າ ຕົ້ນຄູນ ນອກຈາກຈະນຳດອກມາປະດັບໃນໄລຍະປີໃໝ່ລາວແລ້ວ ຕົ້ນຄູນຍັງມີປະໂຫຍດອີກຫຼາຍຢ່າງທີ່ຫຼາຍຄົນຍັງບໍ່ຮູ້


ເດືອນເມສາ ເດືອນທີ່ຄວາມຮ້ອນແຜ່ປົກຄຸມທົ່ວປະເທດລາວ ພ້ອມຍັງເປັນເດືອນແຫ່ງການສະເຫຼີມສະຫຼອງວັນປີໃໝ່ລາວ. ອີກສິ່ງໜຶ່ງທີ່ເປັນເໝືອນເອກະລັກ ແລະ ເຮົາມັກເຫັນໃນໄລຍະນີ້ກໍຄື ຕົ້ນຄູນ ທີ່ກຳລັງອອກດອກແຜ່ບານ ເຫຼືອງງາມຕາ ເຊິ່ງກໍມັກຈະຖືກນຳໄປປະດັບຕາມສະຖານທີ່ຕ່າງໆ ເພື່ອເປັນສີສັນ ແລະ ເພື່ອຄວາມເປັນສິລິມຸງຄຸນໃນໄລຍະການສະເຫຼີມສະຫຼອງປີໃໝ່ລາວນີ້.

ໂດຍດອກຄູນນັ້ນ ມີຄວາມເຊື່ອກັນມາແຕ່ບູຮານວ່າ ເປັນຕົ້ນໄມ້ມຸງຄຸນທີ່ສະແດງເຖິງຄວາມເປັນໃຫຍ່, ຄວາມມີອຳນາດວາດສະໜາ, ມີໂຊກມີໄຊ ຄູນຄໍ້າຄູນເມືອງ. ແຕ່ທຸກຄົນຮູ້ບໍ່ວ່າ ນອກຈາກເພື່ອຄວາມເປັນສິລິມຸງຄຸນ ໃນຄວາມເຊື່ອສາສະໜາ ແລະ ຄວາມສວຍງາມແລ້ວ ຕົ້ນຄູນ ຫຼື ດອກຄູນຍັງມີສັບພະຄຸນທາງການແພດອີກຫຼາຍຢ່າງ ທີ່ເຮົາອາດບໍ່ເຄີຍຮູ້ມາກ່ອນ.

ເຊິ່ງໃນການນຳໃຊ້ໄປເປັນຢານັ້ນ ສານສະກັດຈາກລຳຕົ້ນ ແລະ ໃບຂອງຕົ້ນຄູນຊ່ວຍຕໍ່ຕ້ານອະນຸມູນອິດສະຫຼະ, ສານສະກັດຈາກເມັດມີລິດຊ່ວຍລົດລະດັບຄໍເລສເຕີຣອລ, ຝັກໝາກຄູນມີສັບພະຄຸນທາງຢາແກ້ໄຂ້ມາເລເຣຍ, ໃບອ່ອນຊ່ວຍແກ້ໄຂ້ຣູມາຕິກໂດຍການນຳມາຕົ້ມກັບນ້ຳດື່ມ, ຝັກອ່ອນມີຣົດຫວານອົມສົ້ມເລັກນ້ອຍ, ເຢັນ ສັບພະຄຸນສາມາດໃຊ້ຂັບຂີ້ກະເທີ່ໄດ້, ເປືອກເມັດ ແລະ ເປືອກໝາກມີສັບພະຄຸນຊ່ວຍຖອນພິດ, ເຮັດໃຫ້ອາຈຽນ ຫຼື ຈະໃຊ້ເມັດປະມານ 5–6 ເມັດນໍາມາບົດເປັນຜົງແລ້ວຮັບປະທານ.

ໝາກແກ່ໃຊ້ເປັນຢາລະບາຍຊ່ວຍໃນການຂັບຖ່າຍເຮັດໃຫ້ຖ່າຍສະດວກບໍ່ມວນທ້ອງ, ແກ້ອາການຖອກທ້ອງ ເໝາະສຳລັບຜູ້ທີ່ມີອາການຖອກທ້ອງ ເພາະມີສານແອນທຣາຄິວໂນນ (Anthraquinone glycoside)  ເປັນຕົວຊ່ວຍລະບາຍ ສຳລັບວິທີການໃຊ້ໃຫ້ໃຊ້ໝາກແກ່ຂະໜາດກ້ອນເທົ່າຫົວໂປ້ມື (ໜັກປະມານ 4 ກຣາມ) ແລະ ນ້ຳອີກ 1 ຖ້ວຍແກ້ວໃສ່ໝໍ້ຕົ້ມແລ້ວປະສົມເກືອເລັກນ້ອຍ ໃຊ້ດື່ມກ່ອນອາຫານເຊົ້າ ຫຼື ກ່ອນນອນພຽງຄັ້ງດຽວ.

ນອກຈາກນີ້ ໃນສ່ວນຂອງ ໃບ, ໝາກແກ່, ດອກ, ໃນໝາກ, ຮາກ ແລະ ແກ່ນ ກໍຍັງມີປະໂຫຍດເຊັ່ນກັນ ເຊັ່ນ ສ່ວນໃບຂອງຕົ້ນຄູນສາມາດນຳມາ ຕົ້ມດື່ມເປັນຢາລະບາຍ, ດອກໃຊ້ແກ້ໄຂ້, ເປັນຢາລະບາຍ, ປົວແຜຊ້ຳເຮື້ອ, ໃນຝັກແກ້ລົມແໜ້ນໜ້າເອິກ, ຮາກຝົນທາປົວຂີ້ກາກ, ຮາກ ແລະ ແກ່ນເປັນຢາຂັບພະຍາດ, ຕ້ານເຊື້ອແບັກທີເຣຍ, ເຊື້ອຣາ ແລະ ໄວຣັສ ຢຸດຢັ້ງການກໍ່ກາຍພັນ.

ແຕ່ຢ່າງໃດກໍຕາມ ການທີ່ຈະນຳໃຊ້ສ່ວນຕ່າງໆ ຂອງຕົ້ນຄູນ ເພື່ອມາເປັນຢາປິ່ນປົວອາການຕ່າງໆ ກໍຄວນຈະສຶກສາສ່ວນຕ່າງໆ, ປະລິມານ, ວິທີການຢ່າງລະອຽດ ຫຼື ດີທີ່ສຸດ ແມ່ນໃຫ້ປຶກສາແພດແຜນບູຮານກ່ອນທຸກຄັ້ງທີ່ຈະນຳໃຊ້ ເຜື່ອຈະໄດ້ບໍ່ມີບັນຫາຜົນຂ້າງຄຽງທາງສຸຂະພາບອື່ນໆຕາມມາ ທີ່ເຮົາອາດຄາດບໍ່ເຖິງ.

ຕົ້ນຄູນເປັນພືດລຳໄມ້ຍາວນານຂະໜາດກາງ, ສູງ 10–15 ແມັດ. ໃບ: ແມ່ນໃບປະສົມ, ປະກອບດ້ວຍບິ້ງ 3–8 ຄູ່, ບິ້ງໃບມີຮູບສ້ວຍປາຍແຫຼມ, ໃບອ່ອນມີຂົນອ່ອນໆ ແລະ ມີສີຂາວເຫຼື້ອມ, ໃບແກ່ກໍມີຂົນແຕ່ໜ້ອຍກວ່າ. ດອກ: ອອກເປັນຮວງ, ຮວງດອກຢ່ອນລົງເປັນຍອຍມີສີເຫຼືອງ, ຍາວ 20–40 ຊັງຕີແມັດ, ແຕ່ລະຮວງບັນຈຸດອກນ້ອຍຈຳນວນຫຼາຍ, ແມ່ນດອກປະເພດ 5 , ດອກບໍ່ສະໝ່ຳສະເໝີ ແລະ ມີເພດຮ່ວມ. ໝາກ: ແມ່ນປະເພດໝາກແຫ້ງ, ເປັນຝັກກົມຍາວ, ລວງຍາວ 20–60 ຊັງຕີແມັດ ແລະ ມີເສັ້ນຜ່າກາງ 1.5–2 ຊັງຕີແມັດ, ເວລາແກ່ໝາກອອກສີດຳ. ໝາກບັນຈຸເມັດຈຳນວນຫຼາຍ, ເມັດມີຂະໜາດ 0.5–1 ຊັງຕີແມັດ, ມີຮູບສ້ວຍ, ແປ, ເປືອກຂອງເມັດອອກສີກະເບົາ ແລະ ມີຮອຍຍູຍີ່ເປັນບາງບ່ອນ, ມີແຜ່ນບາງໆຂັ້ນແຕ່ລະເມັດ. ຕົ້ນຄູນເປັນຕົ້ນໄມ້ພື້ນບ້ານ, ເກີດທົ່ວໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/