ການຕັດໄມ້ທຳລາຍປ່າອະເມຊອນ ເພີ່ມຂຶ້ນເຖິງ 14% ໃນເດືອນມີນາເມື່ອທຽບກັບປີທີ່ຜ່ານມາ


ປ່າອະເມຊອນຂອງບຣາຊິວ ສືບຕໍ່ຖືກຕັດໄມ້ທໍາລາຍປ່າເພີ່ມຂຶ້ນ 14% ໃນເດືອນມີນາເມື່ອທຽບກັບເດືອນມີນາປີທີ່ຜ່ານມາ. ເຖິງເເມ່ນວ່າປະທານາທິບໍດີ ລູລາ ດາ ຊິລວາ (Luiz Inacio Lula da Silva) ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະຍຸຕິການຕັດໄມ້ທຳລາຍປ່າ ຫຼັງຈາກໄດ້ມີການຕັດໄມ້ທຳລາຍປ່າຢ່າງໜັກໜ່ວງເປັນເວລາຫຼາຍປີ ພາຍໃຕ້ການດຳລົງຕຳແໜ່ງຂອງ ຊາອີ ໂບລໂຊນາຣູ (Jair Bolsonaro) ຜູ້ນຳຄົນກ່ອນໜ້ານີ້, ທີ່ບໍ່ພະຍາຍາມຈະປົກປ້ອງສິ່ງແວດລ້ອມໃນ ອະເມຊອນ.

“ການເພີ່ມຂຶ້ນນີ້ສະແດງໃຫ້ເຫັນວ່າປ່າ Amazon ຍັງຄົງປະເຊີນກັບບັນຫາໃຫຍ່ ແລະລັດຖະບານຈໍາເປັນຕ້ອງໄດ້ປະຕິບັດຢ່າງຮີບດ່ວນເພື່ອສ້າງຂີດຄວາມສາມາດໃນການຕ້ານອາຊະຍາກໍາຕໍ່ສະພາບແວດລ້ອມ, ເຊິ່ງໄດ້ຖືກທໍາລາຍໄປຢ່າງສິ້ນເຊີງໂດຍລັດຖະບານຊຸດກ່ອນ” ມາຊິໂອ ແອສຕິນີ (Marcio Astrini), ຫົວໜ້າຂອງກຸ່ມສິ່ງເເວດລ້ອມ Climate Observatory ກ່າວ.

ໂດຍຂໍ້ມູນຈາກອົງການຄົ້ນຄວ້າອະວະກາດ INPE ໄດ້ເຜີຍຮູບພາບຈາກດາວທຽມວ່າ ພື້ນທີ່ 356 ກິໂລແມັດຕາແມັດຂອງປ່າອະເມຊອນ ໄດ້ກາຍເປັນພື້ນທີ່ເປີດ. ຕົວ​ເລກ​ຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ພາບ​ລວມ​ກ່ຽວ​ກັບ​ການ​ຕໍ່ຕ້ານ​ການ​ຕັດ​ໄມ້​ທຳລາຍ​ປ່າ​ຂອງ​ລັດຖະບານ​ມາ​ຮອດ​ປະຈຸ​ບັນ, ການຕັດໄມ້ທຳລາຍ​ປ່າ​ໃນ​ເດືອນ​ມັງກອນ​ຫາ​ເດືອນ​ມີນາ​ໄດ້​ລົດ​ລົງ​ເຫຼືອ 845 ກິ​ໂລ​ຕາ​ແມັດ ເຊິ່ງລົດ​ລົງ 11% ຈາກ​ປີ​ກ່ອນ.

ເມື່ອທຽບກັບເດືອນສິງຫາ ປີ 2022 ຫາ ເດືອນມີນາ ປີ 2023, ຫຼ້າສຸດປ່າອະເມຊອນຖືກຕັດໄມ້ທຳລາຍປ່າເພີ່ມຂຶ້ນເຖິງ 39% ເຊິ່ງໄດ້ຖືກວິພາກວິຈານຢ່າງໜັກຈາກນັກອະນຸລັກ. ຢ່າງໃດກໍຕາມ, ປະທານາທິບໍດີ ລູລາ ດາ ຊິລວາ​ໄດ້​ເປີດຮັບການ​ຊ່ວຍ​ເຫຼືອ​ຈາກ​ນານາຊາດເພື່ອຄວາມຮີບດ່ວນ.

ເນື່ອງຈາກລັດຖະບານຊຸດກ່ອນໄດ້ຍົກເລີກກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຫຼາຍ​ສະບັບ ແລະ ຕ້ອງໃຊ້ເງິນຈຳນວນຫຼາຍເພື່ອຟື້ນຟູມັນຄືນ. ໂດຍການເປີດກອງທຶນທີ່ມີຊື່ວ່າ ກອງທຶນ Amazon ໂດຍມີນໍເວ ແລະ ເຢຍລະມັນເປັນຜູ້ສະໜັບສະໜູນຫຼັກ

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/