ພະນັກງານຂອງ Samsung ບັງເອີນເຮັດຂໍ້ມູນສຳຄັນຮົ່ວໄຫຼ ໃນຂະນະທີ່ໃຊ້ ChatGPT ເພື່ອຊ່ວຍໃນການເຮັດວຽກ


ອີງ​ຕາມ​ການ​ລາຍ​ງານ​ທີ່​ຜ່ານ​ມາ​, ພະ​ນັກ​ງານ Samsung ສາມ​ຄົນ​​ບັງ​ເອີນເຮັດຂໍ້​ມູນ​ຄວາມ​ລັບ​ຮົ່ວ​ໄຫຼ​ໃນ​ຂະ​ນະ​ທີ່​​​ໃຊ້ງານ ChatGPT ເພື່ອຊ່ວຍໃນການ​ເຮັດ​ວຽກ​, ໂດຍພວກ​ເຂົາ​ໄດ້ໃຊ້ງານ ChatGPT ທີ່​ສ້າງ​​ຂຶ້ນໂດຍ OpenAI ເພື່ອ​ພັດ​ທະ​ນາ ​source code ໃນ​ຂະ​ນະ​ທີ່​ເຮັດ​ວຽກ​.

Semiconductor Department ຂອງບໍລິສັດ Samsung ໄດ້ອະນຸຍາດໃຫ້ວິສະວະກອນໃຊ້ບໍລິການຂອງ ChatGPT ເພື່ອຊ່ວຍເເກ້ໄຂກ່ຽວກັບ ​source code, ແຕ່ວ່າພະນັກງານທັງສາມຄົນກໍຫຼົງປ້ອນຂໍ້ມູນສໍາຄັນໂດຍບໍ່ຕັ້ງໃຈເຊັ່ນ source code ສໍາລັບໂປຣເເກມໃໝ່, ຂໍ້ມູນບັນທຶກການປະຊຸມພາຍໃນ ເເລະ ຂໍ້ມູນກ່ຽວກັບຮາດເເວຂອງພວກເຂົາ.

ໃນເວລາບໍ່ຮອດເດືອນ, ພະນັກງານໄດ້ເຮັດຂໍ້ມູນທີ່ສໍາຄັນຮົ່ວໄຫຼຜ່ານ ChatGPT ເຖິງ 3 ເທື່ອ. ເນື່ອງຈາກ ChatGPT ເກັບຮັກສາຂໍ້ມູນຂອງຜູ້ໃຊ້ເພື່ອເຝິກຝົນຕົນເອງ. ດັ່ງນັ້ນຄວາມລັບທາງການຄ້າເຫຼົ່ານີ້ຂອງ Samsung ຈຶ່ງຢູ່ໃນມືຂອງ OpenAI, ເຊິ່ງເປັນບໍລິສັດທີ່ຢູ່ເບື້ອງຫຼັງການບໍລິການ AI ທີ່ມີປະສິດທິພາບ.

ຫຼັງຈາກເຫດການເຫຼົ່ານີ້, Samsung Electronics ໄດ້ອອກຄໍາເຕືອນ ໃຫ້ແກ່ພະນັກງານກ່ຽວກັບຄວາມສ່ຽງຕໍ່ການເປີດເຜີຍຂໍ້ມູນທີ່ລະອຽດອ່ອນອີກຄັ້ງ.

ເນື່ອງຈາກວ່າຂໍ້ມູນຖືກເກັບໄວ້ໃນເຊີບເວີ OpenAI, ມັນບໍ່ສາມາດດຶງຂໍ້ມູນ ຫຼື ລຶບໄດ້ ຈຶ່ງເຮັດໃຫ້ບໍລິສັດມີຄວາມສ່ຽງຕໍ່ຜົນກະທົບທາງລົບທີ່ອາດຈະເກີດຂຶ້ນໃນອຸດສາຫະກໍາ semiconductor ທີ່ມີການແຂ່ງຂັນສູງ.

ຢ່າງໃດກໍ່ຕາມ, ເຫດການດັ່ງກ່າວຊີ້ໃຫ້ເຫັນເຖິງອັນຕະລາຍຂອງການນໍາໃຊ້ບໍລິການ AI ທີ່ເກັບກໍາຂໍ້ມູນຂອງຜູ້ໃຊ້ເພື່ອເຝິກຝົນຕົນເອງເທິງ Machine Learning ໃນອຸດສາຫະກໍາ semiconductor ທີ່ມີການແຂ່ງຂັນສູງ, ເຊິ່ງອາດຈະເຮັດໃຫ້ມີການສູນເສຍຄວາມລັບທາງການຄ້າໄດ້.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/