“Zinc” ຫຼື “ເເຮ່ທາດສັງກະສີ” ມີປະໂຫຍດຕໍ່ສຸຂະພາບຫຼາຍກວ່າທີ່ຄິດ


Zinc ຫຼື ເເຮ່ທາດສັງກະສີແມ່ນໜຶ່ງໃນສານອາຫານທີ່ຈໍາເປັນສໍາລັບຮ່າງກາຍ ທີ່ຮ່າງກາຍບໍ່ສາມາດຜະລິດຂຶ້ນມາເອງໄດ້ ຫຼື ສາມາດເກັບຮັກສາໄວ້ ພຽງເເຕ່ໄດ້ຮັບຜ່ານການກິນອາຫານ ຫຼື ຢາສະເພາະເທົ່ານັ້ນ

ຮ່າງກາຍຂອງພວກເຮົາຈຳເປັນຕ້ອງໃຊ້ເເຮ່ທາດສັງກະສີ ເພື່ອໃຊ້ໃນຂະບວນການຕ່າງໆຂອງຮ່າງກາຍເຊັ່ນ:

  • ການຈະເລີນເຕີບໂຕ ແລະ ການພັດທະນາຂອງຮ່າງກາຍ
  • ປະຕິກິລິຍາຂອງ enzyme
  • ການເຮັດວຽກຂອງລະບົບພູມຕ້ານທານ
  • ການສັງເຄາະທາດໂປຼຕີນ
  • ການສັງເຄາະ DNA
  • ການຟື້ນຟູບາດແຜ
  • ການສະແດງອອກຂອງກຳມະພັນ (Gene expression)

ນອກຈາກນັ້ນ, Zinc ຍັງມີຄວາມຈໍາເປັນຕໍ່ການເຮັດວຽກຂອງ enzyme ຫຼາຍກວ່າ 300 ຊະນິດ ທີ່ຊ່ວຍໃນເລື່ອງຂອງຂະບວນການເຜົາຜານ, ການຍ່ອຍອາຫານ, ການເຮັດວຽກຂອງລະບົບປະສາດ, ຈົນໄປເຖິງການພັດທະນາ ແລະ ການເຮັດວຽກຂອງຈຸລັງພູມຕ້ານທານໃນຮ່າງກາຍ. ດັ່ງນັ້ນ, Zinc ຖືໄດ້ວ່າເປັນແຮ່ທາດທີ່ສໍາຄັນອັນດັບສອງສໍາລັບຮ່າງກາຍຮອງຈາກທາດເຫຼັກ.

  • ຜົນປະໂຫຍດດ້ານສຸຂະພາບທີ່ໄດ້ຈາກ Zinc
  • ຊ່ວຍໃນການເຮັດວຽກຂອງລະບົບພູມຕ້ານທານ

Zinc ແມ່ນມີຄວາມສໍາຄັນຫຼາຍສໍາລັບລະບົບພູມຕ້ານທານ. ເນື່ອງຮ່າງກາຍຂອງພວກເຮົາຕ້ອງໃຊ້ Zinc ໃນການເຮັດວຽກຂອງຈຸລັງຂອງລະບົບພູມຕ້ານທານທີ່ເອີ້ນວ່າ T-cells, ເຊິ່ງເປັນຈຸລັງທີ່ຊ່ວຍຄວບຄຸມການຕອບສະໜອງຂອງລະບົບພູມຕ້ານທານ ແລະ ຈັດການກັບຈຸລັງທີ່ຕິດເຊື້ອ ຫຼື ຜິດປົກກະຕິ. ຄົນທີ່ມີລະບົບພູມຕ້ານທານອ່ອນແອເຊັ່ນ: ຜູ້ສູງອາຍຸຄວນບໍລິໂພກອາຫານທີ່ອຸດົມດ້ວຍ Zinc ເພື່ອຊ່ວຍເພີ່ມການເຮັດວຽກຂອງລະບົບພູມຕ້ານທານໃຫ້ແຂງແຮງ ແລ ະຊ່ວຍປ້ອງກັນພະຍາດທີ່ເກີດຈາກການຕິດເຊື້ອເຊັ່ນ: ປອດອັກເສບ ແລະອື່ນໆ.

ໃນຂະນະດຽວກັນ, ຖ້າຮ່າງກາຍຂາດ Zinc ອາດສົ່ງຜົນຕໍ່ການເຮັດວຽກຂອງລະບົບພູມຕ້ານທານໃນຮ່າງກາຍ ແລະ ໃນທີ່ສຸດອາດຈະນໍາໄປສູ່ບັນຫາອື່ນໆເຊັ່ນການຕິດເຊື້ອໄດ້

  • ລົດຜ່ອນການອັກເສບ

Zinc ສາມາດຊ່ວຍລົດຜ່ອນປະລິມານຄວາມຄຽດທີ່ເກີດຈາກ oxidation (oxidative stress)  ແລະ ລົດຜ່ອນຈໍານວນຂອງທາດໂປຼຕີນບາງຊະນິດທີ່ເຮັດໃຫ້ເກີດການອັກເສບ. ຈາກການຄົ້ນຄວ້າພົບວ່າ ຜູ້ສູງອາຍຸທີ່ກິນສັງກະສີ 45 ມລຕໍ່ມື້ມີທ່າອ່ຽງທີ່ຈະເກີດການອັກເສບໜ້ອຍກວ່າກຸ່ມທີ່ໃຊ້ placebo.

  • ຊ່ວຍຈັດການສິວ

ເພາະບັນຫາສິວສ່ວນຫຼາຍແມ່ນເກີດຈາກການອັກເສບ ຫຼື ອາດເກີດຈາກເຊື້ອແບັກທີເຣັຍ, ຈາກການຄົ້ນຄວ້າພົບວ່າການທາຢາ ຫຼື ກິນຢາທີ່ມີ Zinc ສາມາດຊ່ວຍປິ່ນປົວສິວ ໂດຍການລົດຜ່ອນການອັກເສບ ແລະ ປ້ອງກັນການຂະຫຍາຍຕົວຂອງເຊື້ອແບັກທີເຣັຍທີ່ເຮັດໃຫ້ເກີດສິວໄດ້. ພ້ອມຍັງຊ່ວຍລົດຜ່ອນການເຮັດວຽກຂອງຕ່ອມນໍ້າມັນ. ຊ່ວຍຫຼຸດຜ່ອນການສະສົມ ແລະ ການອຸດຕັນຂອງໄຂມັນເທິງໃບຫນ້າ ເຊິ່ງຈະນໍາໄປສູ່ການເປັນສິວອີກດ້ວຍ

  • ການຟື້ນຟູບາດເເຜ

Zinc ມີບົດບາດສໍາຄັນໃນການຮັກສາຄວາມສົມບູນ ແລະ ໂຄງສ້າງຂອງຜິວໜັງ. ຜູ້ປ່ວຍທີ່ມີອາການເປັນບາດແຜຊໍາເຮື້ອ ມັກຈະມີບັນຫາກັບການເຜົາຜານ Zinc ທີ່ບໍ່ປົກກະຕິ ແລະ ລະດັບ Zinc ໃນ serum ຕໍ່າ. ດັ່ງນັ້ນ, ຄີມທາຜິວຫຼາຍປະເພດຈຶ່ງມັກເພີ່ມ Zinc ເປັນສ່ວນປະສົມ ເພື່ອຊ່ວຍປິ່ນປົວອາການທາງຜິວໜັງເຊັ່ນ: ການລະຄາຍເຄືອງ ຫຼື ເປັນຜື່ນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/