ສະຫຼຸບຄະດີ Donald Trump ຈາກອະດີດປະທານາທິບໍດີ ສະຫະລັດອາເມຣິກາ ສູ່ ຈຳເລີຍຜູ້ຖືກຟ້ອງຄະດີອາຍາ 34 ຂໍ້ຫາ


ໃນໄລຍະ 2-3 ມື້ທີ່ຜ່ານມານີ້ ຫຼາຍຄົນທີ່ຕິດຕາມຂ່າວສານຈາກອາເມຣິກາ ກໍຄົງຈະເຫັນຂ່າວຂອງ ໂດນັລ ທຣຳ (Donald Trump) ອະດີດປະທານາທິບໍດີ ຂອງສະຫະລັດ ອາເມຣິກາ ທີ່ຖືກໄອຍະການ ເມືອງ ແມນຮັດຕັນ ລັດນິວຢອກ ປະເທດອາເມຣິກາ ຟ້ອງຮ້ອງ ແລະ ເອີ້ນຕົວໄປຂຶຶ້ນສານ ໃນກໍລະນີຂອງການທີ່ ໂດນັລ ທຣຳ ໃຊ້ເງິນ ແສນກວ່າໂດລາ ເພື່ອປິດປາກດາຣາຮູບເງົາຜູ້ໃຫຍ່ທ່ານໜຶ່ງ ບໍ່ໃຫ້ເວົ້າຄວາມສຳພັນທີ່ເລິກເຊິ່ງຂອງພວກເຂົາສອງຄົນ.

ຂ່າວນີ້ໄດ້ກາຍເປັນຂ່າວໜ້າໜຶ່ງໃນໜັງສືພິມ ຫຼື ສຳນັກຂ່າວ ທົ່ວອາເມຣິກາ ເພາະຈາກກໍລະນີດັ່ງກ່າວ ເຮັດໃຫ້ ໂດນັລ ທຣຳ ກາຍເປັນອະດີດປະທານາທິບໍດີ ສະຫະລັດອາເມຣິກາ ຄົນທຳອິດໃນປະຫວັດສາດທີ່ຖືກຟ້ອງ ແລະ ຕົກເປັນຈຳເລີຍຄະດີອາຍາແບບນີ້. ມື້ນີ້ ທີມງານຈະພາມາເບິ່ງວ່າເຫດການນີ້ມັນມີຄວາມເປັນມາແນວໃດແດ່.

ໂດຍການຟ້ອງຮ້ອງຄັ້ງນີ້ ສືບເນື່ອງມາຈາກການສືບສວນຄະດີທີ່ ໂດນັລ ທຣຳ ໃຫ້ທະນາຍຄວາມສ່ວນຕົວຈ່າຍເງິນໃຫ້ກັບ ສະຕອມມີ້ ແດນຽວ (Stormy Daniels) ນັກສະແດງຮູບເງົາຜູ້ໃຫຍ່ ຊາວອາເມຣິກາ ເພື່ອປິດປາກບໍ່ໃຫ້ເວົ້າເຖິງຄວາມສຳພັນທີ່ເລິກເຊິ່ງຂອງພວກເຂົາສອງຄົນ.

ຫຼັງຈາກທີ່ ແດນຽວ ພະຍາຍາມທີ່ຈະເວົ້າເລື່ອງນີ້ກັບສື່ໃນສະຫະລັດ ອາເມຣິກາ ວ່າເຄີຍມີຄວາມສຳພັນອັນເລິກເຊິ່ງກັບອະດີດປະທານາທິບໍດີ ເມື່ອປີ 2006 ເຊິ່ງໃນຕອນນັ້ນໂດນັລ ທຣຳ ໄດ້ແຕ່ງງານ ແລະ ມີຄອບຄົວຢູ່ແລ້ວ. ໂດຍຄວາມພະຍາຍາມດັ່ງກ່າວຂອງ ແດນຽວ ເກີດຂຶ້ນໃນປີ 2016 ເຊິ່ງເປັນຕອນທີ່ ໂດນັລ ທຣຳ ກຳລັງຫາສຽງເລືອກຕັ້ງເປັນປະທານາທິບໍດີຂອງສະຫະລັດອາເມຣິກາ ຢູ່ພໍດີ.

ໂດຍ ໄມເຄິລ ໂຄເຮນ ທະນາຍຄວາມສ່ວນຕົວຂອງ ໂດນັລ ທຣຳ ໄດ້ຍື່ນຂໍ້ສະເໜີ ຈ່າຍເງິນ 130.000 ໂດລາ ໃຫ້ກັບ ແດນຽວ ເພື່ອບໍ່ໃຫ້ເວົ້າເລື່ອງນີ້ອີກ. ເຊິ່ງວິທີກໍຄື ໄມເຄິລ ໄດ້ຈ່າຍເງິນໃຫ້ກັບ ແດນຽວ ຜ່ານທາງ Essential Consultants LLC ທີ່ຕັ້ງຂຶ້ນມາໃໝ່ເພື່ອຈຸດປະສົງນີ້ໂດຍສະເພາະ ແລະ ໃຫ້ບໍລິສັດໃນເຄືອຂອງ ໂດນັລ ທຣຳ ຈ່າຍເງິນຄືນໃຫ້ເປັນງວດໆ ໂດຍລົງບັນຊີວ່າເປັນຄ່າທຳນຽມທາງກົດໝາຍ.

ເຊິ່ງເຫດການດັ່ງກ່າວ ເຮັດໃຫ້ ໄມເຄິລ ໂຄເຮນ ຖືກຟ້ອງໃນຄະດີປອມແປງເອກະສານທາງທຸລະກິດ ແລະ ຄະດີອາຍາຫຼາຍຂໍ້ຫາ ເຊິ່ງໄມເຄິລ ໂຄເຮນ ກໍຍອມຮັບ ແລະ ຖືກຈຳຄຸກ 3 ປີ ແລະ ປັບໃໝເປັນເງິນ 2 ລ້ານໂດລາ. ໃນຂະນະທີ່ ໂດນັລ ທຣຳ ກໍຍອມຮັບວ່າຈ່າຍເງິນໃຫ້ກັບ ໄມເຄິລ ໂຄເຮນ ແທ້ ແຕ່ປະຕິເສດ ວ່າເຄີຍມີຄວາມສຳພັນກັບຜູ້ຍິງຄົນດັ່ງກ່າວ ແລະ ບອກວ່າຕົນເອງບໍ່ໄດ້ເຮັດຫຍັງຜິດ.

ແຕ່ເລື່ອງບໍ່ຈົບ ເພາະຜ່ານການສືບສວນຫຼາຍເດືອນ ຄະນະໄອຍະການ ແມນຮັດຕັນ ກໍໄດ້ຕັ້ງຂໍ້ກ່າວຫາໃນຄະດີອາຍາຕໍ່ ໂດນັລ ທຣຳ ແລະ ໄດ້ເອີ້ນໃຫ້ ໂດນັລ ທຣຳ ໄປຮັບຟັງຂໍ້ກ່າວຫາ ທີ່ສານ ເມືອງ ແມນຮັດຕັນ ເມື່ອວັນທີ 4 ເມສາ ທີ່ຜ່ານມານີ້.

ໂດຍໃນການເຂົ້າຮັບຟັງຄະດີຄັ້ງນີ້ ທາງທະນາຍຂອງ ໂດນັລ ທຣຳ ໄດ້ຂໍໃຫ້ສານ ບໍ່ອະນຸຍາດໃຫ້ຖ່າຍທອດສົດ ແລະ ມີພຽງບາງສື່ເທົ່ານັ້ນທີ່ໄດ້ຮັບອະນຸຍາດໃຫ້ເຂົ້າໄປ ແຕ່ບໍ່ອະນຸຍາດໃຫ້ນຳເອົາອຸປະດອນ ອີເລັກໂທຣນິກທຸກຊະນິດ ເຂົ້າໄປນຳ.

ສານໃຊ້ເວລາໃນການອ່ານຄຳພິຈາລະນາຄະດີປະມານ 1 ຊົ່ວໂມງ ແລະ ມີການຕັ້ງຂໍ້ກ່າວຫາຕໍ່ ອະດີດປະທານາທິບໍດີ ລວມ 34 ຂໍ້ຫາ ເຊິ່ງມີໂທດຈຳຄຸກສູງສຸດເຖິງ 136 ຄະດີ ແຕ່ໂດນັລ ທຣຳ ນັ້ນໄດ້ເຮັດການປະຕິເສດທຸກຂໍ້ກ່າວຫາ.

ພາຍຫຼັງຈົບການພິຈາລະນາຄະດີ ທຣຳ ໄດ້ເປີດເຜີຍວ່າ ຕົນ ແລະ ທະນາຍຈະຕໍ່ສູ້ຄະດີຈົນເຖິງທີ່ສຸດ ເຖິງແມ່ນວ່າຈະຮູ້ສຶກຜິດຫວັງ ແລະ ຮູ້ສຶກບໍ່ດີກັບການພິຈາລະນາຄະດີຄັ້ງນີ້ ພ້ອມຍັງບອກອີກວ່າເລື່ອງທັງໝົດນີ້ ເປັນພຽງເຄື່ອງມືທາງການເມືອງ ເພາະຕ້ອງການຕັດຖານສຽງ ເນື່ອງຈາກວ່າຕົນກຳລັງຈະລົງເລືອກຕັ້ງເປັນປະທານາທິບໍດີຂອງ ສະຫະລັດ ອາເມຣິກາ ໃນສະໄໝຕໍ່ໄປ.

ແຕ່ຢ່າງໃດກໍຕາມ ຫຼາຍຝ່າຍກໍຍັງເບິ່ງວ່າ ເຖິງແມ່ນວ່າສານຈະຕັດສິນໃຫ້ມີຄວາມຜິດແທ້ ແຕ່ ໂອກາດທີ່ ໂດນັລ ທຣຳ ຈະຕ້ອງໄປນອນຢູ່ຄຸກນັ້ນ ກໍຍັງມີໜ້ອຍ ແລະ ອາດເປັນພຽງການປັບໃໝແທນ.

ນອກຈາກນນີ້ການຖືກດຳເນີນຄະດີອາຍາ ຫຼື ແມ່ນແຕ່ການຖືກຕັດສິນວ່າມີຄວາມຜິດແທ້ ກໍບໍ່ມີຜົນໃດໆຕໍ່ກັບການລົງສະໝັກຊິງຕຳແໜ່ງປະທານາທິບໍດີຂອງສະຫະລັດອາເມຣິກາ ເຊິ່ງຈະມີຂຶ້ນໃນປີ 2024 ເນື່ອງຈາກບໍ່ມີຂໍ້ຫ້າມໃດໆທີ່ກ່ຽວກັບເລື່ອງນີ້ ລະບຸໄວ້ໃນກົດໝາຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/