Samsung ເປີດເຜີຍຜົນປະກອບການໃນໄຕມາດທີ 1 ເຊິ່ງໄດ້ຮັບຜົນກຳໄລຕໍ່າສຸດໃນຮອບທົດສະວັດ


Samsung ໄດ້ເປີດເຜີຍຜົນປະກອບການເບື້ອງຕົ້ນ (Earnings Guidance) ປະຈຳໄຕມາດທີ 1 ປີ 2023, ເຊິ່ງສະແດງໃຫ້ເຖິງເຫັນຜົນກໍາໄລທີ່ລົດລົງຕໍ່າສຸດໃນຮອບທົດສະວັດທີ່ຜ່ານມາ ມີຍອດຂາຍຢູ່ທີ່ 62 – 64 ພັນຕື້ວອນ (ປະມານ 48 ຕື້ໂດລາສະຫະລັດ) ລົດລົງ 10% ເມື່ອທຽບກັບໄຕມາດທີ 4 ປີ 2022 ແລະ ລົດລົງ 20% ເມື່ອທຽບກັບໄຕມາດທີ 1 ປີ 2022.

ນອກຈາກນີ້ ຜົນກຳໄລຈາກການດຳເນີນງານຍັງໄດ້ພຽງ 0,5 – 0,7 ພັນຕື້ວອນ (455 ລ້ານ​ໂດ​ລາ​) ເຊິ່ງລົດລົງເຖິງ 6 ເທົ່າເມື່ອທຽບກັບໄຕມາດທີ 4 ປີ 2022 ເເລະ ລົດລົງເຖິງ 95% ເມື່ອທຽບກັບໄຕມາດທີ 1 ປີ 2022

Samsung ໄດ້ເຜີຍວ່າຈະລົດການຜະລິດຊິບໜ່ວຍຄວາມຈໍາ, ນີ້ແມ່ນຜົນມາຈາກຄວາມຕ້ອງການໃນຕະຫຼາດທີ່ລົດລົງຢ່າງຕໍ່ເນື່ອງ ​ແລະ ​​ເປັນ​ປັດ​ໄຈ​ທີ່​ສຳຄັນ​ທີ່​ເຮັດ​ໃຫ້​ຜົນ​ກຳ​ໄລ​ຂອງ​ບໍລິສັດ​ຢູ່ໃນລະດັບທີ່ຕົກຕໍ່າທີ່​ສຸດ​ນັບ​ແຕ່​ປີ 2009 ເປັນຕົ້ນມາ.

ນີ້ແມ່ນໄຕມາດທີສອງຕິດຕໍ່ກັນທີ່ຜົນກໍາໄລຂອງ Samsung ໄດ້ລົດລົງຢ່າງຫຼວງຫຼາຍ. ໃນໄຕມາດທີ 4 ຂອງປີ 2022, ກໍາໄລຂອງ Samsung ໄດ້ລົດລົງເກືອບ 70%, ເຊິ່ງໃນເວລານັ້ນບໍລິສັດໄດ້ອ້າງວ່າເປັນຜົນກະທົບມາຈາກສົງຄາມລະຫວ່າງ ຢູເຄຣນ ແລະ ຣັດເຊຍ.

ແຕ່ທ້າຍທີ່ສຸດ, ເບິ່ງຄືວ່າເຫດຜົນສຳຄັນອາດຈະມາຈາກພະເເນກຊິບໜ່ວຍຄວາມຈໍາຂອງ Samsung ທີ່ດຳເນີນທຸລະກິດຈົນໃກ້ຈະຮອດທາງຕັນ ແລະ ຈຳເປັນຕ້ອງເລັ່ງຫາກຳໄລຈາກບ່ອນອື່ນເພື່ອ​ຊ່ວຍ​ຟື້ນ​ຟູ​ຜົນ​ກຳ​ໄລ​ໃນ​ອະນາຄົດ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/