ລາວ ຈະເອົາຄວາມທັນສະໄໝແບບຈີນ ມາພັດທະນາປະເທດຊາດ


ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ຮ່ວມກັບສະຖານທູດ ສປ ຈີນ ປະຈຳ ສປປ ລາວ ແລະ ສູນອາຊີ -ອາຟຣິກາ ວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຈັດກອງປະຊຸມສຳມະນາພາຍໃຕ້ຫົວຂໍ້ “ຄວາມທັນສະໄໝແບບຈີນ ແລະ ຄູ່ຮ່ວມຊະຕາກຳ ລາວ-ຈີນ” ໃນຕອນເຊົ້າວັນທີ 6 ເມສາ 2023 ນີ້ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ.

ໂດຍການເປັນປະທານຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຈຽງຈ້າຍຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ. ມີ ທ່ານໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ບັນດາທ່ານທູດອາວຸໂສ, ຄະນະກົມ, ຜູ້ເຂົ້າຮ່ວມຈາກກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ກະຊວງອ້ອມຂ້າງສູນກາງ, ສະຖາບັນຄົ້ນຄວ້າຕ່າງໆຂອງ ສປປ ລາວ, ສື່ມວນຊົນທັງຝ່າຍລາວ ແລະ ຈີນເຂົ້າຮ່ວມຮັບຟັງ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເປີດໂອກາດໃຫ້ແກ່ນັກການທູດຜູ້ມີປະສົບການ, ນັກຄົ້ນຄວ້າຊ່ຽວ ຊານ ແລະ ຜູ້ເຂົ້າຮ່ວມຂອງສອງຝ່າຍລາວ-ຈີນໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາໃນຫົວຂໍ້ຕ່າງໆທີ່ສອງຝ່າຍໃຫ້ຄວາມສົນໃຈເຊິ່ງປະກອບດ້ວຍຄວາມທັນສະໄໝແບບຈີນ, ຂໍ້ລິເລິ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ຄູ່ຮ່ວມຊະຕາກໍາລາວ-ຈີນ. ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງການແລກປ່ຽນທິດສະ ດີ ແລະ ພຶດຕິກຳລະຫວ່າງລາວ-ຈີນ ພ້ອມທັງເນັ້ນຢໍ້າວ່າປີ 2023 ເປັນປີຄົບຮອບ 10 ປີທີ່ ສປ ຈີນ ສະເໜີຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ເຊິ່ງໄດ້ປະກອບສ່ວນສໍາຄັນໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທໍາ ແລະ ການລົດຜ່ອນຄວາມທຸກຍາກຢູ່ບັນດາປະເທດທີ່ເຂົ້າຮ່ວມໃນບັນດາໂຄງການທີ່ຢູ່ພາຍໃຕ້ຂໍ້ລິເລີ່ມດັ່ງກ່າວ ສໍາລັບ ສປປ ລາວ, ໂຄງການທາງລົດໄຟລາວ-ຈີນແມ່ນໂຄງການຍຸດທະສາດພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ໄດ້ກາຍເປັນສັນຍະລັກທີ່ມີຄວາມໝາຍສໍາຄັນ ແລະ ເປັນແບບຢ່າງອັນດີໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ເຊິ່ງຊ່ວຍເຮັດໃຫ້ ສປປ ລາວ ຫັນປ່ຽນຈາກປະເທດບໍ່ມີຊາຍແດນຕິດຈອດກັບທະເລ, ເປັນປະເທດເຊື່ອມໂຍງເຊື່ອມຈອດພາກພື້ນ, ສ້າງສະພາບແວດລ້ອມອັນດີໃນການລົງທຶນຢູ່ ສປປ ລາວ ຂອງຕ່າງປະເທດ, ປະກອບສ່ວນໃນການສ້າງວຽກເຮັດງານທໍາ ແລະ ການເກັບລາຍຮັບຈາກການທ່ອງທ່ຽວ ແລະ ການຂົນສົ່ງສິນຄ້າ ໂດຍຜ່ານການນໍາໃຊ້ລົດໄຟລາວ-ຈີນ. ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ ຍັງໄດ້ເນັ້ນໜັກຄວາມສໍາຄັນຂອງຄວາມກົມກຽວກັນໃນການດໍາລົງຊີວິດ ແລະ ການປົກປັກຮັກສາສິ່ງແວດລ້ອມ ເຊິ່ງ ສປປ ລາວ ກໍມີນະໂຍບາຍຄ້າຍຄືກັນການພັດທະນາເສດຖະກິດຕາມທິດສີຂຽວ ແລະ ຍືນຍົງ. ສະນັ້ນ ຈຶ່ງເຫັນໄດ້ວ່າແມ່ນໜ້າທີ່ຂອງທຸກປະເທດໃນໂລກທີ່ຕ້ອງໄດ້ມີການປະສານງານ, ປຶກສາຫາລື ແລະ ຮ່ວມມືກັນ ເພື່ອສະກັດກັ້ນ ແລະ ແກ້ໄຂໄພພິບັດຕ່າງໆທີ່ອາດສົ່ງຜົນກະທົບຕໍ່ສິ່ງແວດລ້ອມກໍຄືການດໍາລົງຊີວິດຂອງຄົນເຮົາຢູ່ປະເທດຕ່າງໆ. ພ້ອມດຽວກັນ, ທ່ານຈຽງຈ້າຍຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ຍັງຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນ ຂອງບັນດາຂໍ້ລິເລີ່ມຕ່າງໆທີ່ສະເໜີໂດຍປະທານ ສີຈີ້ນຜິງ ໂດຍສະເພາະຂໍ້ລິເລິ່ມ “ ຄວາມສີວິໄລທົ່ວໂລກ” ຫຼື Global Civilization Initiative ໄດ້ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມສັນຕິພາບ, ການພັດທະນາ, ຄວາມຫມັ້ນຄົງ, ຄວາມສີວິໄລ ແລະ ຄວາມກ້າວໜ້າຂອງມວນມະນຸດໃນທົ່ວໂລກ.

ຂໍ້ມູນຈາກ:

https://bit.ly/3KhBfeZ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/