ນາຍົກ ຊີ້ນຳໃຫ້ຂະແໜງອຸດສາຫະກຳ ຜະລິດສິນຄ້າໃຫ້ຫຼາກຫຼາຍ ມີຄຸນະພາບ ມີມາດຕະຖານ ເພື່ອສົ່ງອອກຕ່າງປະເທດ


ນາຍົກໄດ້ຕີລາຄາສູງຕໍ່ ຜົນງານພົ້ນເດັ່ນທີ່ກະຊວງອຸດສາຫະກຳ ແລະ ການຄ້າຍາດມາໄດ້ໃນປີຜ່ານມາ ບໍ່ວ່າຈະເປັນວຽກງານການເຊື່ອມໂຍງ ແລະ ເຊື່ອມຈອດເສດຖະກິດກັບພາກພື້ນ ແລະ ສາກົນ, ການພັດທະນາອຸດສາຫະກຳ ແລະ ການຜະລິດເປັນສິນຄ້າ. ແຕ່ຄຽງຄູ່ກັບຜົນງານ ກໍຄືຜົນສຳເລັດທີ່ຍາດມາໄດ້ນັ້ນ ຍັງມີບັນຫາຈໍານວນໜຶ່ງ ທີ່ຕ້ອງສືບຕໍ່ເອົາໃຈໃສ່ແກ້ໄຂໃນຕໍ່ໜ້າ ເປັນຕົ້ນການຜະລິດເປັນສິນຄ້າບໍ່ທັນຫຼາກຫຼາຍ, ການຜະລິດສິນຄ້າທົດແທນນຳເຂົ້າ ແລະ ສົ່ງອອກຍັງມີບໍ່ຫຼາຍ, ອັດຕາການຂາດດຸນລະຫວ່າງການນຳເຂົ້າ ແລະ ສົ່ງອອກໂດຍລວມເຫັນວ່າຍັງສູງ. ກອງປະຊຸມ ປະຈໍາປີ 2022 ຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໄດ້ສຳເລັດລົງຢ່າງຈົບງາມໃນຕອນບ່າຍວັນທີ 7 ເມສາ 2023 ໂດຍການໃຫ້ກຽດເຂົ້າຮ່ວມໂອ້ລົມຕໍ່ກອງປະຊຸມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າລາຍງານຜົນສຳເລັດກອງປະຊຸມຕໍ່ທ່ານນາຍົກວ່າ: ກອງປະຊຸມໄດ້ສະຫຼຸບ ຜົນງານພົ້ນເດັ່ນຂອງຂະແໜງ ອຸດສາຫະກຳ ແລະ ການຄ້າ ປີ 2022 ແລະ ທິດທາງແຜນການຈັດຕັ້ງປະຕິບັດວຽກງານຈຸດສຸມ ປີ 2023 ເພື່ອແນໃສ່ຜັນຂະຫຍາຍດຳລັດ 90/ນຍ ວ່າດ້ວຍການກຳນົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2023 ແລະ ແຜນການແກ້ໄຂຜົນການກວດສອບ. ພ້ອມທັງເປັນການປະຕິບັດປີມ້ວນທ້າຍຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ຈັດຕັ້ງປະຕິບັດບັນດາຄາດໝາຍ ແລະ ແຜນວຽກຈຸດສຸມ ຕາມ 5 ແຜນງານຂອງແຜນພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ ບັນລຸຜົນສຳເລັດໃນລະດັບດີ.

ທ່ານ ກ່າວຕື່ມວ່າ: ຄຽງຄູ່ກັບຜົນງານ ແລະ ດ້ານດີ, ຜູ້ແທນກອງປະຊຸມພວກເຮົາຍັງໄດ້ພ້ອມກັນລົງເລິກໄຈ້ແຍກໃຫ້ເຫັນຢ່າງພາວະວິໄສຕໍ່ບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຫຼາຍດ້ານ ທີ່ຍັງເປັນອຸປະສັກ ຕໍ່ການພັດທະນາ ແລະ ຄຸ້ມຄອງມະຫາພາກ. ພ້ອມທັງ ໄດ້ສະເໜີກົນໄກ, ວິທີການ ແລະ ມາດຕະການແກ້ໄຂໃນຫຼາຍມິຕິທີ່ເປັນປະໂຫຍດ, ເຊິ່ງຄຳຄິດຄຳເຫັນ ແລະ ຂໍ້ສະເໜີທັງໝົດຂອງບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມທາງອະນຸກຳມະການກອງເລຂາເນື້ອໃນພວກເຮົາ ໄດ້ເກັບກຳສັງລວມ ແລະ ຈະໄດ້ນຳໄປປັບປຸງເຂົ້າໃນບົດສະຫຼຸບ ແລະ ແຜນການໃຫ້ຄົບຖ້ວນ. ນອກນັ້ນ, ກອງປະຊຸມໄດ້ຮັບຟັງບົດສະເໜີ ແລະ ການປະກອບຄຳເຫັນຕໍ່ 6 ຫົວຂໍ້ວຽກງານພົ້ນເດັ່ນປະຈຳປີ ຂອງຂະແໜງອຸດສາຫະກຳ ແລະ ການຄ້າ, ເຊິ່ງເປັນວຽກງານທີ່ສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານໃຫ້ຄວາມເປັນຫ່ວງເປັນໃຍ ລວມທັງພາກທຸລະກິດ ແລະ ປະຊາຊົນບັນດາເຜົ່າ ມີຄວາມສົນໃຈ.

ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມບາງຕອນວ່າ: ລັດຖະບານໄດ້ຕີລາຄາສູງຕໍ່ຄວາມຕັ້ງໜ້າປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຂະແໜງການອຸດສາຫະກໍາ ແລະ ການຄ້າ ເຖິງວ່າໃນປີຜ່ານມາຈະພົບກັບວິກິດຕ່າງໆກໍຕາມ ແຕ່ພວກສະຫາຍກໍສາມາດຍາດມາໄດ້ຜົນງານພົ້ນເດັ່ນ ບໍ່ວ່າຈະເປັນວຽກງານການເຊື່ອມໂຍງ ແລະ ເຊື່ອມຈອດເສດຖະກິດກັບພາກພື້ນ ແລະ ສາກົນ, ສົ່ງເສີມການພັດທະນາອຸດສາຫະກຳ ແລະ ການຜະລິດເປັນສິນຄ້າ, ເປັນເຈົ້າການນໍາໜ້າພາທາງໃນການປັບປຸງ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການດໍາເນີນທຸລະກິດ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ພາກທຸລະກິດ, ຊຸກຍູ້, ສົ່ງເສີມ ແລະ ພັດທະນາການຄ້າໃຫ້ກ້າວທັນກັບສະພາບການໃໝ່ ແລະ ກ້າວໄປສູ່ທັນສະໄໝ. ຄຽງຄູ່ກັບຜົນງານ ກໍຄືຜົນສຳເລັດທີ່ຍາດມາໄດ້ນັ້ນ ກໍຍັງມີບັນຫາຈໍານວນໜຶ່ງ ທີ່ຂະແໜງການ ຂອງພວກສະຫາຍຕ້ອງສືບຕໍ່ເອົາໃຈໃສ່ແກ້ໄຂໃນຕໍ່ໜ້າ ເຊິ່ງປັດຈຸບັນການຜະລິດເປັນສິນຄ້າປະເພດຕ່າງໆບໍ່ທັນຫຼາກຫຼາຍ, ຄຸນະພາບ ກໍຄືມາດຕະຖານບໍ່ທັນດີ; ສິນຄ້າສົ່ງອອກໄປຕ່າງປະເທດ ແລະ ການຜະລິດສິນຄ້າທົດແທນນຳເຂົ້າ ແລະ ສົ່ງອອກຍັງບໍ່ມີທັນຫຼາຍ, ອັດຕາການຂາດດຸນລະຫວ່າງການນຳເຂົ້າ ແລະ ສົ່ງອອກໂດຍລວມເຫັນວ່າຍັງສູງ, ກະແສເງິນຕາໄຫຼອອກນອກປະເທດຫຼາຍກວ່າຈຳນວນເງິນໄຫຼເຂົ້າປະເທດ; ການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດ ຂະໜາດນ້ອຍ ແລະ ກາງ (MSME) ບໍ່ທັນແຂງແຮງ; ການເຄື່ອນໄຫວຂອງວິສາຫະກິດຕ່າງໆ ທັງຂະໜາດກາງ ແລະ ຂະໜາດນ້ອຍ ບໍ່ທັນພົ້ນເດັ່ນ ຍັງກະແຈກກະຈາຍ ບໍ່ທັນລວມຕົວໃຫ້ກາຍເປັນຫົວໜ່ວຍວິສາຫະກິດທີ່ເຂັ້ມແຂງສ້າງຜະລິດຕະພັນໃໝ່ ແລະ ລາຍຮັບໃໝ່ໃຫ້ຫຼາຍຂຶ້ນ, ມີຄຸນະພາບ ແລະ ສາມາດແຂ່ງຂັນໄດ້, ບັນຫາການເຂົ້າຫາກອງທຶນ MSME ຂອງທ້ອງຖິ່ນຍັງພົບຄວາມຫຍຸ້ງຍາກດ້ານຂະບວນການອະນຸມັດ.

ນອກຈາກນັ້ນ ການຄຸ້ມຄອງ, ຕິດຕາມ ແລະ ກວດກາ ສະພາບການເໜັງຕີງຂອງລາຄາສິນຄ້າ ທີ່ມີຄວາມອ່ອນໄຫວ ແລະ ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ຍັງບໍ່ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ຢ່າງທັນການ ແລະ ທົ່ວເຖິງ ໂດຍສະເພາະບັນຫາການຄຸ້ມຄອງ, ດັດສົມການສະໜອງ ແລະ ຄວາມຕ້ອງການ ແລະ ລາຄາສິນຄ້າປະເພດຕ່າງໆ ແລະ ບັນຫາການເຂົ້າເຖິງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ, ຍັງບໍ່ທັນໝັ້ນທ່ຽງ ເຮັດໃຫ້ຜູ້ຜະລິດ ແລະ ຜູ້ບໍລິການຊື້-ຂາຍ ຂາດຄວາມເຊື່ອໝັ້ນ.

ຂອບໃຈຂໍ້ມູນຈາກ:

https://bit.ly/3ZPpuSM

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/