POCO ເປີດຕົວສະມາດໂຟນ POCO C51 ທີ່ມາພ້ອມກັບຊິບ Helio G36 ເເລະ ເເບັດ 5.000 mAh


POCO ເເບຣນໃນເຄືອຂອງ Xiaomi ເປີດຕົວສະມາດໂຟນນ້ອງໃໝ່ຂອງຄອບຄົວ C-series ຄື POCO C51 ເຊິ່ງໂດດເດັ່ນດ້ວຍໜ້າຈໍ LCD ຂະໜາດ 6,52 ນິ້ວ ທີ່ມີຄວາມລະອຽດ HD+, ຂັບເຄື່ອນດ້ວຍຊິບເຊັດ MediaTek Helio G36 ຄວາມໄວສູງສຸດ 2.2 GHz ແລະ ແບັດເຕີຣີຂະໜາດໃຫຍ່ 5.000 mAh.

ສະມາດໂຟນດັ່ງກ່າວຍັງມາພ້ອມກັບ RAM 4 GB , ໜ່ວຍຄວາມຈໍາໃນຕົວເຄື່ອງ 64 GB ເເລະ ຮອງຮັບໜ່ວຍຄວາມຈຳເສີມ microSD. ຕົວເຄື່ອງເເມ່ນໃຊ້ຊອບແວ Android 13 ເວີຊັນ Go Edition ທີ່ຖືກປັບປຸງໃຫ້ເໝາະສົມກັບສະມາດໂຟນທີ່ສະເປັກບໍ່ສູງສາມາດເຮັດວຽກໄດ້ຢ່າງລື່ນໄຫຼ.

ໃນສ່ວນຂອງກ້ອງຫຼັງນັ້ນເເມ່ນມີຄວາມລະອຽດ 8 ລ້ານພິກເຊລ ເເລະ ມີເຊັນເຊີວັດໄລຍະຄວາມລະອຽດເເບບ VGA ,ໃນຂະນະທີ່ກ້ອງໜ້າເເມ່ນມີຄວາມລະອຽດ 5 ລ້ານພິກເຊລ.

POCO C51 ມີສອງສີຄື Power Black ແລະ Royal Blue, ໂດຍມີລາຄາຂາຍຢູ່ທີ່ 8.499 INR (104 ໂດລາ) ແລະ ຈະວາງຂາຍໃນວັນທີ 12 ເດືອນເມສາ ຢູ່ເທິງເວັບໄຊ Flipkart.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/