ລຸຍຕະຫຼາດ EV ເຕັມຕົວ! TOYOTA ປະກາດ ກຽມເປີດຕົວລົດ EV ຮຸ່ນໃໝ່ 10 ຮຸ່ນ ແລະ ຕັ້ງເປົ້າຍອດຂາຍ 1,5 ລ້ານຄັນ ໃນປີ 2026


ລົດພາຫະນະ ພະລັງງານໄຟຟ້າ ຫຼື ລົດ EV ຖືກວາງເປັນແນວທາງການຄົມມະນາຄົມໃນອະນາຄົດ ຫຼາຍບໍລິສັດຜູ້ຜະລິດລົດ ທີ່ໃຊ້ພະລັງງານດັ້ງເດີມກໍເລີ່ມມີການເຂົ້າມາພັດທະນາລົດ EV ຫຼາຍຂຶ້ນ. ຫຼ້າສຸດ TOYOTA ບໍລິສັດຜະລິດລົດຈາກຍີ່ປຸ່ນ ທີ່ມີຍອດຂາຍສູງທີ່ສຸດໃນໂລກ ກໍກຽມເປີດຕົວລົດ EV ຮຸ່ນໃໝ່ 10 ຮຸ່ນ ແລະ ຕັ້ງເປົ້າຍອດຂາຍ 1,5 ລ້ານຄັນ ໃນປີ 2026 ທ່າມກາງຄວາມຕັ້ງໃຈ ທີ່ກ້າວຢ່າງກະໂດດຂັ້ນໃນຕະຫຼາດທີ່ມີແລ້ວກ່ອນໜ້ານີ້.

ຮິໂຣກິ ນາກາຈິມະ (Hiroki Nakajima) ຫົວໜ້າຝ່າຍເທັກໂນໂລຢີ ຂອງ TOYOTA ກ່າວໃນກອງປະຊຸມ ໃນວັນທີ 7 ເມສາທີ່ຜ່ານມານີ້ວ່າ: “TOYOTA ຈະສ້າງຕັ້ງໜ່ວຍງານພິເສດໃໝ່ເພື່ອເນັ້ນໃສ່ລົດ EV ແບດເຕີຣີ ແລະ ຕັ້ງເປົ້າໝາຍໃນການຜະລິດລົດທີ່ໃຊ້ແບັດເຕີຣີໃຫ້ໄດ້ 1,5 ລ້ານຄັນພາຍໃນປີ 2026”.

     ໂຄຈິ ຊາໂຕະ ຫົວໜ້າບໍລິຫານຂອງ TOYOTA ລະບຸໃນກອງປະຊຸມດຽວກັນນັ້ນວ່າ “ໃນສອງສາມປີທາງໜ້າພວກເຮົາຈະໃຫ້ຄວາມສໍາຄັນ ແລະ ຈະຂະຫຍາຍສາຍການຜະລິດລົດໄຟຟ້າຂອງເຮົາ” ແຕ່ຢ່າງໃດກໍຕາມ ໂຄຈິ ຊາໂຕະ ຍັງລະບຸຕື່ມວ່າ ການຜະລິດລົດທີ່ໃຊ້ພະລັງງານແບບປະສົມ ກໍຍັງຈະເປັນຫົວໃຈສຳຄັນຂອງເຮົາຢູ່.

ການປ່ຽນແປງທິດທາງຂອງ TOYOTA ຄັ້ງນີ້ນັ້ນຈະເປັນແຮງຂັບເຄື່ອນທີ່ສຳຄັນຢ່າງຍິ່ງໃນຕະຫຼາດລົດໄຟຟ້າ ເພາະ TOYOTA ເປັນບໍລິສັດຜູ້ຜະລິດລົດລາຍໃຫຍ່ທີ່ສຸດຂອງໂລກ. ໂດຍກ່ອນໜ້ານີ້ TOYOTA ໄດ້ໂຕ້ແຍ້ງມາຕະຫຼອດວ່າລົດໄຟຟ້າ ເປັນພຽງລົດທາງເລືອກຂອງຕະຫຼາດເທົ່ານັ້ນ ແຕ່ລົດທີ່ໃຊ້ພະລັງງານປະສົມເປັນທາງເລືອກທີ່ແທ້ຈິງຂອງປະຊາຊົນ ແລະ ຕະຫຼາດ.

ປັດຈຸບັນ TOYOTA ລວມທັງຍີ່ຫໍ້ຫຼູໃນເຄືອຂ່າຍຢ່າງ Lexus, ມີລົດທີ່ເປັນແບັດເຕີຣີໄຟຟ້າຢ່າງເຕັມຕົວພຽງແຕ່ສາມຮຸ່ນເທົ່ານັ້ນຢູ່ໃນຕະຫຼາດ ແລະ ໃນປີທີ່ຜ່ານມາ ແມ່ນຂາຍໄດ້ໜ້ອຍກວ່າ 25,000 ຄັນທົ່ວໂລກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/