ປົກເວັບ 50

ສປປ ລາວ ກ້າວສູ່ການເປັນສູນກາງໂລຈິສຕິກພາກພື້ນຢ່າງເຕັມຕົວ ດ້ວຍການຈັບມື ກຳປູເຈຍ ເປີດຂະບວນການສົ່ງອອກ ແລະ ສົ່ງຜ່ານສິນຄ້າກະສິກຳ. ບາດກ້າວນີ້ມຸ່ງແກ້ໄຂບັນຫາເສດຖະກິດຕາມວາລະແຫ່ງຊາດ, ຂະຫຍາຍຕະຫຼາດການຄ້າຂ້າມແດນ ແລະ ອຳນວຍຄວາມສະດວກໃນການສົ່ງຜ່ານສິນຄ້າໄປຈີນ ເຊິ່ງຈະສ້າງເມັດເງິນມະຫາສານໃຫ້ທັງສອງຊາດ.

ພິທີເປີດຂະບວນການດັ່ງກ່າວ ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ທ່າບົກ-ທ່ານາແລ້ງ, ນະຄອນຫຼວງວຽງຈັນ. ງານດັ່ງກ່າວໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ແລະ ທ່ານ ດິດ ທິນາ ລັດຖະມົນຕີກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ແຫ່ງ ຣາຊະອານາຈັກກໍາປູເຈຍ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງລະດັບສູງເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຫຼັກແມ່ນເພື່ອຮ່ວມກັນຜັນຂະຫຍາຍແຜນຍຸດທະສາດຂອງກະຊວງກະສິກຳฯ ແລະ ແຜນວາລະແຫ່ງຊາດ ໃນການຍົກລະດັບເສດຖະກິດທີ່ຕິດພັນກັບຂະແໜງການກະສິກຳໂດຍກົງ.

ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ໄດ້ເນັ້ນຢໍ້າວ່າ ເຫດການນີ້ຄືຂີດໝາຍອັນສຳຄັນໃນການຫັນປ່ຽນທ່າແຮງດ້ານທີ່ຕັ້ງຂອງປະເທດ ໃຫ້ກາຍເປັນສູນກາງການເຊື່ອມໂຍງຈຸດຕັດຜ່ານຂອງພາກພື້ນຢ່າງແທ້ຈິງ. ໝາກຜົນນີ້ເກີດຈາກການເຈລະຈາຢ່າງໃກ້ຊິດໃນຕົ້ນປີ 2026 ທີ່ຜ່ານມາ ຈົນນຳໄປສູ່ການລົງນາມໃນຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດເຖິງ 12 ລາຍການ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຖືກຕ້ອງຕາມມາດຕະຖານສາກົນ. 

ໃນນັ້ນ, ໄດ້ກຳນົດ 6 ລາຍການສຳລັບການສົ່ງຜ່ານສິນຄ້າຈາກກຳປູເຈຍ ໄປຍັງ ສປ ຈີນ ປະກອບມີ: ໝາກຖົ່ວລຽນ, ໝາກລຳໄຍ, ໝາກກ້ວຍ, ໝາກມ່ວງ, ເຂົ້າສານ ແລະ ມັນຕົ້ນ. ພ້ອມດຽວກັນນັ້ນ, ກໍມີອີກ 6 ລາຍການສຳລັບການສົ່ງອອກໂດຍກົງຈາກ ສປປ ລາວ ໄປກຳປູເຈຍ ຄື: ເຂົ້າສານ, ກາເຟ, ບລູເບີຣີ, ໝາກອຶ, ກະລໍ່າ ແລະ ໝາກຂາມ.

ການຕົກລົງເຫຼົ່ານີ້ຈະເຂົ້າມາຍົກລະດັບມູນຄ່າການຄ້າຊາຍແດນລະຫວ່າງສອງປະເທດໃຫ້ເຕີບໂຕແບບກ້າວກະໂດດ ຈາກປັດຈຸບັນທີ່ມີການຊື້ຂາຍພືດຊາຍແດນຮ່ວມກັນແລ້ວປະມານ 3.671 ໂຕນ ລວມມູນຄ່າກວ່າ 4 ລ້ານໂດລາສະຫະລັດ. 

ໃນຕອນທ້າຍຂອງງານ, ຄະນະປະທານໄດ້ຮ່ວມກັນກົດປຸ່ມເປີດປ້າຍ ເຊິ່ງເປັນສັນຍະລັກແຫ່ງການເລີ່ມຕົ້ນຂະບວນການສົ່ງອອກ ແລະ ສົ່ງຜ່ານພືດ, ຜະລິດຕະພັນພືດຢ່າງເປັນທາງການ, ເປີດປະຕູສູ່ກາລະໂອກາດໃໝ່ທາງດ້ານການຄ້າ ແລະ ການຂົນສົ່ງຂອງທັງສອງຊາດຢ່າງເຕັມຮູບແບບ.

#LaoXperts #LaosCambodia #AgriExport #ThanalengDryPort #CrossBorderTrade #ASEANLogistics #LaoEconomy #AgricultureDevelopment

Comments are disabled