Phoneee web

Commodore ແບຣນຄອມພິວເຕີຄລາສສິກຈາກຍຸກ 1980 ກັບມາເປັນທີ່ສົນໃຈອີກຄັ້ງ ຫຼັງຈາກເປີດຕົວ Commodore Callback 8020 ມືຖືຝາພັບສະໄຕລ໌ຍ້ອນຍຸກ ທີ່ອອກແບບມາສຳລັບຜູ້ໃຊ້ທີ່ຕ້ອງການຫຼຸດເວລາຢູ່ໜ້າຈໍ ແລະຫຼີກລ່ຽງການເລື່ອນ Social ແບບບໍ່ຮູ້ຕົວ

Callback 8020 ມາພ້ອມດີໄຊນ໌ຝາພັບແບບ Y2K ໃຫ້ຄວາມຮູ້ສຶກຄ້າຍມືຖືຍຸກ 2000 ແຕ່ພາຍໃນໄດ້ໃສ່ຄວາມສາມາດສະໄໝໃໝ່ເຂົ້າໄປ ໂດຍໃຊ້ລະບົບປະຕິບັດການ Sailfish OS ທີ່ພັດທະນາຮ່ວມກັບ Jolla ບໍລິສັດຈາກຟິນແລນ ທີ່ມີພື້ນຖານມາຈາກທີມວິສະວະກອນ Nokia ເດີມ ຈຸດເດັ່ນຂອງລະບົບນີ້ແມ່ນເນັ້ນຄວາມເປັນສ່ວນຕົວ ບໍ່ພຶ່ງພາບໍລິການຂອງ Google ແລະສາມາດຮອງຮັບແອັບ Android ໄດ້ຈຳນວນຫຼາຍ

ແນວໃດກໍຕາມ ຈຸດຂາຍຫຼັກຂອງ Callback 8020 ບໍ່ໄດ້ຢູ່ທີ່ການໃສ່ຟີເຈີໃຫ້ຫຼາຍທີ່ສຸດ ແຕ່ຢູ່ທີ່ການຕັດສິ່ງລົບກວນອອກໄປ ຕົວເຄື່ອງຈະບລັອກເວັບບຣາວເຊີ ແລະແອັບ Social Media ເຊັ່ນ Facebook, Instagram, TikTok, X, YouTube ແລະ Reddit ໃນລະດັບລະບົບ ເພື່ອປ້ອງກັນການໃຊ້ງານທີ່ນຳໄປສູ່ການເລື່ອນໜ້າຈໍບໍ່ຢຸດ.

ເຖິງແມ່ນຈະຕັດ Social ອອກ ແຕ່ Callback 8020 ຍັງຮອງຮັບແອັບພື້ນຖານທີ່ຈຳເປັນ ເຊັ່ນ SMS, WhatsApp, ແຜນທີ່, ກ້ອງ, ເຄື່ອງອ່ານ QR code, ປະຕິທິນ, ເຄື່ອງຄິດເລກ, ເພງ, ພອດແຄສ, FM Radio ແລະບາງແອັບສຳລັບການເດີນທາງ ຫຼື ການສື່ສານ ເຮັດໃຫ້ຕົວເຄື່ອງຖືກວາງຕຳແໜ່ງເປັນມືຖືກຶ່ງສະມາດໂຟນ ບໍ່ແມ່ນ “ມືຖືປຸ່ມກົດທຳມະດາ” ແບບເຕັມຕົວ.

ດ້ານສະເປັກ Callback 8020 ມາພ້ອມໜ້າຈໍຫຼັກຂະໜາດ 3.25 ນິ້ວ, ຊິບ MediaTek Helio G81, RAM 4GB, ຄວາມຈຸ 64GB, ກ້ອງຫຼັງ Sony ຄວາມລະອຽດ 48 ລ້ານພິກເຊວ, ຊ່ອງຫູຟັງ 3.5 ມມ., ວິທະຍຸ FM, ແບັດເຕີຣີທີ່ຖອດປ່ຽນໄດ້ ແລະຮອງຮັບ 4G VoLTE ແຕ່ບໍ່ຮອງຮັບ 5G ໂດຍ Commodore ລະບຸວ່າຕ້ອງການໃຫ້ເຄື່ອງເນັ້ນການໃຊ້ງານທີ່ຈຳເປັນ ຫຼາຍກວ່າການເສບຄອນເທນຫນັກໆ.

ຕົວເຄື່ອງຍັງໃສ່ກິ່ນອາຍຂອງແບຣນ Commodore ຜ່ານສຽງໂທເຂົ້າແບບ 8-bit SID, ເກມສະໄຕລ໌ Commodore 64, Snake ແລະໄຟແຈ້ງເຕືອນດ້ານນອກແບບ Dome LED ທີ່ອອກແບບມາໃຫ້ຜູ້ໃຊ້ຮັບຮູ້ການແຈ້ງເຕືອນໄດ້ ໂດຍບໍ່ຈຳເປັນຕ້ອງເປີດໜ້າຈໍເລື້ອຍໆ.

Commodore ລະບຸວ່າ Callback 8020 ຈະເປີດໃຫ້ພຣີອໍເດີໃນວັນທີ 30 ມິຖຸນານີ້ ລາຄາເລີ່ມຕົ້ນ 499 ໂດລາສະຫະລັດ ຫຼືປະມານ 18,000 ບາດ ແລະມີຫຼາຍສີໃຫ້ເລືອກ ລວມເຖິງຮຸ່ນ Starlight Edition ແບບໂປ່ງໃສ ແລະ Founders Edition .ສີທອງທີ່ມີລາຄາສູງກວ່າ.

ການເປີດຕົວຄັ້ງນີ້ສະທ້ອນເຖິງກະແສ “Digital Detox” ທີ່ກຳລັງເຕີບໂຕໃນກຸ່ມຜູ້ໃຊ້ທີ່ຮູ້ສຶກເມື່ອຍລ້າຈາກສະມາດໂຟນ ແອັບ Social  ແລະການແຈ້ງເຕືອນຕະຫຼອດເວລາ ເຖິງແມ່ນ Callback 8020 ອາດບໍ່ແມ່ນຄຳຕອບສຳລັບທຸກຄົນ ແຕ່ກໍເປັນອີກໜຶ່ງທາງເລືອກສຳລັບຜູ້ທີ່ຕ້ອງການມືຖືທີ່ຍັງໃຊ້ງານສິ່ງຈຳເປັນໄດ້ ແຕ່ຊ່ວຍສ້າງໄລຍະຫ່າງຈາກໂລກອອນລາຍໃຫ້ຫຼາຍຂຶ້ນ.

ແຫຼ່ງຂໍ້ມູນ: Commodore, WIRED, Android Central, T3

Comments are disabled