Metoken.la ຄວ້າລາງວັນໃນງານ Lao Digital Award 2026 ຍົກລະດັບການເຂົ້າເຖິງ AI ໃນລາວ
Metoken.la ຄວ້າລາງວັນຮອງຊະນະເລີດອັນດັບ 1 ໝວດທຸລະກິດ Startup ບຸກຄົນ ໃນງານ Lao Digital Award 2026, ນະວັດຕະກຳນີ້ຖືກສ້າງຂຶ້ນເພື່ອທະລຸຂໍ້ຈຳກັດດ້ານການຊຳລະເງິນ ແລະ ເພີ່ມໂອກາດໃຫ້ຄົນລາວເຂົ້າເຖິງ AI ໄດ້ຢ່າງງ່າຍດາຍ. ການຍົກລະດັບຄັ້ງນີ້ຖືເປັນກ້າວສຳຄັນໃນການຂັບເຄື່ອນການຫັນເປັນດີຈິຕອນຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ຍືນຍົງ.
ງານແຂ່ງຂັນ Lao Digital Award 2026 ທີ່ຈັດຂຶ້ນພາຍໃຕ້ຄຳຂວັນ “ຮ່ວມສ້າງສັນນະວັດຕະກໍາທີ່ກ້າວໜ້າ ເພື່ອສົ່ງເສີມການຫັນເປັນດີຈິຕອນ ຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ຍືນຍົງ” ໃນລະຫວ່າງວັນທີ 18-20 ກັນຍາ 2026 ຢູ່ຕຶກອຸທິຍານດີຈິຕອນ ໂດຍມີ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນປະທານ, ໄດ້ເນັ້ນໃສ່ການປ່ຽນຈາກ “ຜູ້ໃຊ້” ໄປສູ່ “ຜູ້ສ້າງ” ເຕັກໂນໂລຊີ.
ທ່າມກາງການແຂ່ງຂັນທີ່ເຂັ້ມຂຸ້ນ, Metoken.la ສາມາດໂດດເດັ່ນ ແລະ ຄວ້າລາງວັນຮອງຊະນະເລີດອັນດັບ 1 ໃນໝວດ Startup ບຸກຄົນ ດ້ວຍການເປັນຕົວກາງທີ່ເຂົ້າມາແກ້ໄຂບັນຫາໃຫຍ່ຂອງຜູ້ໃຊ້ ແລະ ນັກພັດທະນາ AI ໃນລາວ ທີ່ມັກປະເຊີນກັບອຸປະສັກໃນການຜູກບັດຊຳລະເງິນຕ່າງປະເທດ, ພາລະຄ່າບໍລິການລາຍເດືອນທີ່ເໝົາຈ່າຍ, ແລະ ຄວາມຊັບຊ້ອນໃນການຄຸ້ມຄອງຫຼາຍ API Keys.
Metoken.la ໄດ້ຕອບໂຈດຢ່າງກົງປະເດັນ ດ້ວຍການຮວບຮວມ AI ຫຼາຍໂມເດວຊັ້ນນຳ (ເຊັ່ນ Claude, Google, DeepSeek, Qwen, Grok, Minimax) ມາໄວ້ໃນ Key ດຽວ, ຮອງຮັບການ ຈ່າຍເປັນເງິນກີບຜ່ານ QR Codeແໂດຍບໍ່ຕ້ອງຜູກບັດເຄຣດິດ, ໃຊ້ລະບົບ ເຕີມເທົ່າໃດໃຊ້ເທົ່ານັ້ນ (Pay-as-you-go) ໂດຍບໍ່ມີຄ່າລາຍເດືອນຜູກມັດ, ພ້ອມສະຫຼຸບຍອດໃນ ບິນດຽວ.
ນອກຈາກນີ້ ຍັງເຊື່ອມຕໍ່ໄດ້ທັນທີກັບ Tool ຍອດນິຍົມ ເຊັ່ນ Claude Code, VS Code, Zed, Open WebUI, Cursor, openClaw, Hermes ໂດຍບໍ່ຕ້ອງແກ້ໄຂໂຄດ.
ນະວັດຕະກໍານີ້ຈຶ່ງເປັນຕົວຢ່າງຮູບປະທຳຂອງການປ່ຽນຄວາມຄິດໃຫ້ເປັນນະວັດຕະກຳທີ່ໃຊ້ຈິງ, ຫຼຸດຜ່ອນອຸປະສັກທາງເຕັກໂນໂລຊີ ແລະ ເງິນຕາ, ເພື່ອໃຫ້ຄົນລາວທຸກຊັ້ນຄົນເຂົ້າເຖິງ AI ໄດ້ຢ່າງເທົ່າທຽມ.
ສຳລັບຜູ້ສົນໃຈຢາກໃຊ້ ແມ່ນສາມາດເຂົ້າໄປອ່ານລາຍລະອຽດ ເພີ່ມຕື່ມໄດ້ທີ່: metoken.la
Lao Digital Award 2026 ເປັນການປະຕິບັດຕາມແນວທາງຂອງພັກ ແລະ ລັດຖະບານ ໃນການຫັນເອົາເຕັກໂນໂລຊີ ແລະ ນະວັດຕະກຳ ເປັນກຳລັງການຜະລິດໃໝ່ ເພື່ອສ້າງຄວາມເຂັ້ມແຂງໃຫ້ຖານເສດຖະກິດ-ສັງຄົມ ແລະ ສ້າງອະທິປະໄຕທາງດີຈິຕອນ ໂດຍເນັ້ນໃສ່ຄວາມຍືນຍົງ, ຄວາມປອດໄພ, ຄວາມທົນທານ (Resilience) ແລະ ການຫຼຸດຜ່ອນຄວາມແຕກໂຕນທາງດີຈິຕອນ.
ໃນປີນີ້ ມີຜະລິດຕະພັນຜ່ານເຂົ້າຮອບຄັດເລືອກທັງໝົດ 50 ຜະລິດຕະພັນ*ແບ່ງອອກເປັນ 6 ໝວດ ຄື: ບໍລິການພາກລັດ, ບໍລິການພາກທຸລະກິດ, ການມີສ່ວນຮ່ວມທາງດີຈີຕອນ, ທຸລະກິດສະຕາດອັບ (ນິຕິບຸກຄົນ), ທຸລະກິດສະຕາດອັບ (ບຸກຄົນ) ແລະ ໝວດນະວັດຕະກຳ. ເວທີນີ້ບໍ່ພຽງແຕ່ເປັນສູນເຕົ້າໂຮມນັກພັດທະນາ ແລະ ຜູ້ປະກອບການຮຸ່ນໃໝ່ເທົ່ານັ້ນ ແຕ່ຍັງເປັນບ່ອນຄັດເລືອກຜົນງານເດັ່ນ ເປັນຕາງໜ້າໃຫ້ ສປປ ລາວ ເຂົ້າຮ່ວມການປະກວດໃນລະດັບພູມມິພາກ ເຊັ່ນ ASEAN Digital Awards.
#LaoX #metokenla #LaoDigitalAwards2026 #LaoDigitalAwards #AI #InnovationLaos #LaoStartup #DigitalLaos #TechnologyLaos


