ຈີນນຳໃຊ້ ຫຸ່ນຍົນຕຳຫຼວດ ຄຸມຈະລາຈອນ ຍົກລະດັບຄວາມປອດໄພທ້ອງຖະໜົນ
ສປ ຈີນ ສ້າງບາດກ້າວໃໝ່ແຫ່ງວົງການຄວາມປອດໄພສາທາລະນະ ດ້ວຍການເປີດຕົວ “ຫຸ່ນຍົນຕຳຫຼວດຈະລາຈອນ AI ຕົວທຳອິດ” ຢູ່ເມືອງອູຮູ. ແຂວງອານຮຸຍ ທາງຕາເວັນອອກຂອງຈີນເພື່ອປະຕິບັດງານຄຸ້ມຄອງການສັນຈອນຕະຫຼອດ 24 ຊົ່ວໂມງ ແນໃສ່ຫຼຸດຜ່ອນພາລະຂອງເຈົ້າໜ້າທີ່ ແລະ ຍົກລະດັບຄວາມປອດໄພເທິງທ້ອງຖະໜົນຢ່າງເຕັມຮູບແບບ.
ສຳນັກຂ່າວ WION ລາຍງານວ່າ ຫຸ່ນຍົນຮິວມານອຍອັດສະລິຍະລຸ້ນນີ້ ມີຊື່ລະຫັດວ່າ R00001 ຖືກອອກແບບມາໃຫ້ເຮັດໜ້າທີ່ເປັນຜູ້ຊ່ວຍປະຈຳການຢູ່ບໍລິເວນທາງແຍກ ໂດຍມີຄວາມສາມາດພິເສດໃນການເຊື່ອມໂຍງລະບົບເຂົ້າກັບສັນຍານໄຟຈະລາຈອນຂອງເມືອງຢ່າງໄຮ້ຮອຍຕໍ່. ມັນສາມາດເຄື່ອນທີ່ໄປຍັງຈຸດຕ່າງໆທີ່ໄດ້ຮັບມອບໝາຍຢ່າງເປັນເອກະລາດ ພ້ອມທັງສະແດງທ່າທາງສົ່ງສັນຍານມືຄວບຄຸມການຈະລາຈອນໄດ້ຢ່າງສອດຄ່ອງກັບການປ່ຽນແປງຂອງໄຟສັນຍານ.
ນອກຈາກນັ້ນ ເພື່ອຮັບປະກັນຄວາມແມ່ນຍຳໃນການກວດກາ ຫຸ່ນຍົນຍັງໄດ້ຮັບການຕິດຕັ້ງກ້ອງວົງຈອນປິດຄວາມລະອຽດສູງ ແລະ ລະບົບປັນຍາປະດິດແບບຫຼາຍຮູບແບບທີ່ສາມາດກວດຈັບການກະທຳຜິດກົດຈະລາຈອນ ທັງລົດໃຫຍ່, ລົດຈອດຜິດລະບຽບ, ຕະຫຼອດຮອດການເຄື່ອນໄຫວຂອງຄົນຍ່າງຂ້າມທາງ.
ສິ່ງທີ່ເຮັດໃຫ້ຫຸ່ນຍົນຕົວນີ້ໂດດເດັ່ນຄື ຄວາມສາມາດໃນການຕອບສະໜອງຕໍ່ສະຖານະການຕົວຈິງແບບທັນທ່ວງທີ. ເມື່ອກວດພົບການລະເມີດກົດລະບຽບ ເຊັ່ນ ຜູ້ຂັບຂີ່ລົດຖີບ ຫຼື ລົດສະກູດເຕີໄຟຟ້າທີ່ຂີ່ລ່ວງລ້ຳເຂົ້າໄປໃນເລນລົດໃຫຍ່ ລະບົບກະຈາຍສຽງອັດສະລິຍະໃນຕົວຫຸ່ນຍົນຈະສົ່ງສຽງແຈ້ງເຕືອນແບບສົດໆ ເພື່ອໃຫ້ຜູ້ຂັບຂີ່ກັບເຂົ້າສູ່ຊ່ອງທາງທີ່ຖືກຕ້ອງທັນທີ.
ການນຳໃຊ້ເຕັກໂນໂລຊີດັ່ງກ່າວ ບໍ່ພຽງແຕ່ເປັນການເພີ່ມຄວາມເຂັ້ມງວດໃນການບັງຄັບໃຊ້ກົດໝາຍ ແຕ່ຍັງເປັນການປັບປ່ຽນພຶດຕິກຳຂອງຜູ້ໃຊ້ຖະໜົນໃຫ້ມີຄວາມລະມັດລະວັງ ແລະ ເຄົາລົບກົດຈະລາຈອນຫຼາຍຂຶ້ນ.
ໃນພາບລວມແລ້ວ ການກ້າວເຂົ້າມາຂອງເຕັກໂນໂລຊີ AI ນີ້ ຖືເປັນການປົດລັອກຂໍ້ຈຳກັດຂອງການເຮັດວຽກຂອງມະນຸດຢ່າງມະຫາສານ. ຫຸ່ນຍົນ R00001 ສາມາດຢືນຢັດປະຕິບັດໜ້າທີ່ໄດ້ຢ່າງຊື່ສັດ ບໍ່ວ່າຈະຢູ່ໃນຊົ່ວໂມງເລັ່ງດ່ວນທີ່ແອອັດ, ໄລຍະຝົນຕົກໜັກ ຫຼື ສະພາບອາກາດຮ້ອນຈັດ ໂດຍບໍ່ຮູ້ຈັກອິດເມື່ອຍ.
ສິ່ງນີ້ເປັນການແບ່ງເບົາພາລະອັນໜັກໜ່ວງຂອງເຈົ້າໜ້າທີ່ຕຳຫຼວດ ໃຫ້ສາມາດຫັນໄປສຸມໃສ່ວຽກງານທີ່ຕ້ອງການການຕັດສິນໃຈຂັ້ນສູງ ຫຼື ການແກ້ໄຂເຫດສຸກເສີນໄດ້ຢ່າງມີປະສິດທິພາບ ເຊິ່ງນັບເປັນບາດກ້າວສຳຄັນໃນການຫັນປ່ຽນໄປສູ່ການຄຸ້ມຄອງເມືອງອັດສະລິຍະແຫ່ງໂລກອະນາຄົດ.
#LaoX#ຂ່າວໄອທີ #ເຕັກໂນໂລຊີ #ຕຳຫຼວດຫຸ່ນຍົນ #AI #ຄວາມປອດໄພທາງຖະໜົນ #ເມືອງອັດສະລິຍະ #ຈີນ #Wuhu #SmartCity


