ບໍລິສັດ Start-Up ດ້ານພະລັງງານໃນສະຫະລັດຊື່ Circularity Fuels ເປີດເຜີຍວ່າບໍລິສັດສາມາດນຳກ໊າສຈາກມູນງົວມາແປຮູບເປັນນ້ພມັນເຮືອບິນແບບຢັ້ງຢືນ ຫຼື SAF ໄດ້ສຳເລັດ.
ການທົດລອງນີ້ໃຊ້ກ໊າສຊີວະພາບຈາກຟາມໂຄນົມໃນລັດ California ໂດຍນຳເອົາກ໊າສທີ່ເກີດຈາກມູນງົວ ແລະ ຂອງເສຍໃນຟາມມາເຂົ້າສູ່ຂະບວນການຜະລິດ ກ່ອນປ່ຽນໃຫ້ເປັນເຊື້ອໄຟທີ່ສາມາດນຳໄປໃຊ້ກັບເຮືອບິນໄດ້.
ບໍລິສັດລະບຸວ່າ ນ້ຳມັນທີ່ຜະລິດໄດ້ສາມາດນຳໄປປະສົມກັບນ້ຳມັນເຮືອບິນໄປໄດ້ສູງສຸດ 50% ແລະ ສາມາດໃຊ້ກັບເຮືອບິນທາງການຄ້າໃນປັດຈຸບັນໄດ້ ໂດຍບໍ່ຈຳເປັນຕ້ອງປ່ຽນເຄື່ອງຍົນ ຫຼື ລະບົບຫຼັກຂອງສະໜາມບິນ.
ຄວາມສຳເລັດນີ້ເກີດຂຶ້ນໃນຊ່ວງທີ່ອຸດສາຫະກຳການບິນທົ່ວໂລກກຳລັງຕ້ອງການນ້ຳມັນເຮືອບິນແບບຍືນຍົງຫຼາຍຂຶ້ນ ເພາະສາຍການບິນຫຼາຍແຫ່ງຕ້ອງການຫຼຸດການປ່ອຍກ໊າສ Carbon. ແຕ່ປັດຈຸບັນປະລິມານ SAF ທີ່ຜະລິດໄດ້ຍັງມີນ້ອຍຫຼາຍ, ບໍ່ຮອດ 1% ຂອງຄວາມຕ້ອງການໃຊ້ຮ້ຳມັນເຮືອບິນທັງໝົດ.
Circularity Fuels ເຫັນວ່າ ຂອງເສຍຈາກຟາມ ໂດຍສະເພາະມູນງົວ ອາດເປັນແຫຼ່ງວັດຖຸດິບໃໝ່ສຳລັບຜະລິດນ້ຳມັນເຮືອບິນໃນອະນາຄົດ ເພາະຫາກປ່ອຍຖິ້ມໄວ້ ມູນງົວສາມາດສ້າງກ໊າສ Methane ເຊິ່ງເປັນກ໊າສທີ່ສົ່ງຜົນຕໍ່ພາວະໂລກຮ້ອນ.
ນອກຈາກຊ່ວຍຫຼຸດຂອງເສຍຈາກຟາມແລ້ວ ເຕັກໂນໂລຊີຍັງອາດຊ່ວຍໃຫ້ກະເສດຕະກອນມີລາຍໄດ້ເພີ່ມຂຶ້ນ ເພາະກ໊າສຈາກມູນງົວສາມາດນຳໄປໃຊ້ເປັນເຊື້ອໄຟທີ່ມີມູນຄ່າສູງໄດ້.
ແນວໃດກໍຕາມ, ເຕັກໂນໂລຊີຍັງຢູ່ໃນຂັ້ນທົດລອງ ແລະ ຍັງຕ້ອງພິສູດຕໍ່ໄປວ່າຈະສາມາດຜະລິດໄດ້ແທ້ໃນປະລິມານຫຼາຍ ຫຼື ບໍ່ ລວມເຖິງຕ້ອງໄດ້ເບິ່ງເລື່ອງຕົ້ນທຶນ, ວັດຖຸດິບ ແລະ ການຂົນສົ່ງເຊື້ອໄຟ.
ເຖິງແມ້ວ່າການປ່ຽນມູນງົວໃຫ້ເປັນນ້ຳມັນເຮືອບິນຈະຍັງບໍ່ແມ່ນຄຳຕອບທັງໝົດຂອງບັນຫາພະລັງການການບິນ ແຕ່ກໍຖືວ່າເປັນອີກໜຶ່ງແນວທາງທີ່ໜ້າສົນໃຈໃນການຊ່ວຍຫຼຸດມົນລະພິດ ແລະ ເພີ່ມການໃຊ້ເຊື້ອໄຟທີ່ເປັນມິດຕໍ່ສິ່ງແວດລ້ອມໃນອະນາຄົດ.
ແຫຼ່ງຂໍ້ມູນ: Business Wire, Circularity Fuels, IATA, energynews, reuters


