Jennie BLACKPINK ເປີດຊ່ອງ YouTube ສະຫຼອງວັນເກີດ “Jennierubyjane Official” ຍອດຕິດຕາມທະລຸ 4 ລ້ານເປັນທີ່ຮຽບຮ້ອຍ


ວັນທີ 16 ມັງກອນ ທີ່ຜ່ານມາ Jennie Kim ໜຶ່ງໃນສະມາຊິກວົງ BLACKPINK ເກີກຣຸບສຸດດັງຈາກ ສ.ເກົາຫຼີ ໄດ້ເປີດຊ່ອງຢູທູບສ່ວນຕົວໃນຊື່ວ່າ “Jennierubyjane Official” ເພື່ອສະຫຼອງວັນເກີດຂອງຕົນເອງ ເຊິ່ງຫຼ້າສຸດມີຍອດ Subscribers ຮອດ 4.13 ລ້ານເປັນທີ່ຮຽບຮ້ອຍ (ວັນທີ 20 ມັງກອນ ເວລາ 11:22 ໂມງ)

ເນື່ອງໃນໂອກາດເປີດຊ່ອງໃໝ່ ເຈນນີ້ໄດ້ອັບໂຫຼດຄິບວີດີໂອທຳອິດ “Hello World. From Jennie” ໂດຍພາຍໃນວີດີໂອດັ່ງກ່າວເຈນນີ້ໄດ້ເວົ້າວ່າ “ສະບາຍດີ ຂ້ອຍຊື່ເຈນນີ້ ໃນທີ່ສຸດຂ້ອຍກໍເປີດຊ່ອງ YouTube ຕົວເອງແລ້ວ ຂ້ອຍກຳລັງຄິດວ່າຈະເຮັດຫຍັງໃນວັນເກີດຂອງຂ້ອຍ ແລະຂ້ອຍກໍຕັດສິນໃຈທີ່ຈະແບ່ງປັນຊີວິດປະຈຳວັນ ແລະສິ່ງທີ່ໜ້າຕື່ນເຕັ້ນກັບແຟນໆທຸກຄົນ”

ເຈນນີ້ ໄດ້ເລົ່າເລື່ອງລາວຊີວິດປະຈຳວັນພາຍໃນບ້ານ ຜ່ານເພງ “When Will My Life Begin” ປະກອບຮູບເງົາຈາກ Disney ເລື່ອງ Tangled. ກ່ອນໜ້ານີ້ ເຈນນີ້ໄດ້ປ່ອຍເພງດ່ຽວ ໃນຊື່ເພງ “SOLO” ໃນວັນທີ 12 ພະຈິກ 2018 ແລະເມື່ອວັນທີ 15 ມັງກອນ 2021 ເຈນນີ້ກາຍເປັນສີລະປິນຍິງເຄ-ປັອບ ຄົນທຳອິດທີ່ມີຍອດວິວທະລຸ 600 ລ້ານວິວໃນເພງ SOLO ເຊິ່ງໃຊ້ເວລາ 2 ປີ 2 ເດືອນ 2 ວັນ.

ຂະນະທີ່ 4 ສາວ BLACKPINK ກຳລັງຢູ່ລະຫວ່າງການກຽມຕົວສຳລັບຄອນເສີດອອນລາຍ “YG Palm Stage – 2021 BLACKPINK: The Show” ທີ່ຈະມີຂຶ້ນທ້າຍເດືອນໃນວັນທີ 31 ມັງກອນ 2021 ນີ້.

ຕິດຕາມຊ່ອງ Jennierubyjane Official ໄດ້ທີ່: https://www.youtube.com/channel/UCNYi_zGmR519r5gYdOKLTjQ

ທີ່ມາ: