BLACKPINK ຈະບໍ່ຮັບຂອງຂວັນຈາກແຟນຄລັບອີກຕໍ່ໄປ!


ໃນວັນອັງຄານ ຫຼື ທີ 12 ທີ່ຜ່ານມາ ວົງເຄປັອບລະດັບໂລກຢ່າງ BLACKPINK ກໍໄດ້ອອກມາປະກາດຜ່ານຄ້າຍຂອງຕົນເອງ YG Entertainment ໂດຍບອກວ່າຕໍ່ໄປຈະບໍ່ຮັບຂອງຂວັນຈາກບລິ້ງ (BLINK) ຫຼືກໍຄືຊື່ກຸ່ມແຟນຄລັບໂດຍສະເພາະຂອງ BLACKPINK.

ການຕັດສິນໃຈດັ່ງກ່າວແມ່ນໄດ້ຜ່ານການພິຈາລະນາໄວ້ແລ້ວ ເນື່ອງຈາກສິລະປິນເອງຕ່າງກໍລຳບາກໃຈທີ່ໄດ້ຮັບຂອງຂວັນຫຼາກຫຼາຍ ແລະ ຍິ່ງໃຫຍ່ນັບຄັ້ງບໍ່ຖ້ວນ, ບໍ່ວ່າຈະເປັນຕັ້ງແຕ່ຕອນທີ່ໄດ້ເປີດຕົວວົງເປັນຄັ້ງທຳອິດ ຫຼື ຈົນມາຮອດປັດຈຸບັນທີ່ໄດ້ເປີດຕົວອາລະບ້ຳດ່ຽວຂອງສະມາຊິກໃນວົງ ນອກຈາກນີ້ຍັງມີຂອງຂວັນເລັກໆ ນ້ອຍໆ ຖືກສົ່ງມາໃຫ້ທຸກມື້. ພວກເຂົາໄດ້ພະຍາຍາມທີ່ຈະບອກໃຫ້ແຟນໆໄດ້ຮັບຮູ້ເປັນເວລາດົນນານແລ້ວ ຈົນໃນທີ່ສຸດກໍໄດ້ອອກມາປະກາດຢ່າງເປັນທາງການ.

ໃນຂໍ້ຄວາມດັ່ງກ່າວທີ່ທາງຄ້າຍໄດ້ລົງແມ່ນລະບຸໄວ້ຢ່າງຊັດເຈນວ່າ BLACKPINK ຈະບໍ່ຂໍຮັບຂອງຂວັນຈາກບລິ້ງອີກຕໍ່ໄປ ພ້ອມທັງຍັງຢາກໃຫ້ແຟນໆໄດ້ນຳໃຊ້ມັນສົ່ງໃຫ້ຜູ້ທີ່ຈຳເປັນ ຫຼື ຂາດແຄນດີກວ່າ. ໂດຍທາງສິລະປິນໄດ້ຂໍອະນຸຍາດປະຕິເສດຈະຮັບຂອງຂວັນຕ່າງໆທີ່ແຟນໆຈະສົ່ງມາໃຫ້ໃນວັນຄົບຮອບຂອງວົງ, ການໄດ້ອອກງານ, ວັນສຳຄັນ, ຫຼືວັນເທສະການຕ່າງໆ ລວມໄປເຖິງວັນໄດ້ເປີດຕົວໂຊໂລຂອງສະມາຊິກໃນວົງ ຍົກເວັ້ນພຽງແຕ່ກໍລະນີເປັນຈົດໝາຍທີ່ຂຽນຫາສິລະປິນເທົ່ານັ້ນ.

ເຊິ່ງການບໍ່ຍອມຮັບຂອງຂວັນນັ້ນຈະນັບເປັນກົດລະບຽບ ແລະ ຈະມີຜົນຕັ້ງແຕ່ວັນທີ 12 ຕຸລາ ປີ 2021 ເປັນຕົ້ນໄປ. ຂອງຂວັນເຊັ່ນດອກໄມ້ ແລະ ອື່ນໆທີ່ຍັງຕົກຄ້າງໃນຕຶກຂອງຄ້າຍ YG ຈະໄດ້ຖືກນຳໄປກຳຈັດທັງໝົດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/