ທີມຊາດລາວ ພ້ອມແລ້ວ! ການແຂ່ງຂັນບານເຕະຊິງແຊ້ມ ຮຸ່ນອາຍຸບໍ່ເກີນ 23 ປີ 2022 ຮອບຄັດເລືອກ


ໃກ້ເຂົ້າມາແລ້ວ ສຳລັບການແຂ່ງຂັນບານເຕະ U-23 ເຊິ່ງທາງສະຫະພັນບານເຕະແຫ່ງຊາດລາວ ໄດ້ແຈ້ງລາຍຊື່ນັກເຕະ ແລະ ລາຍຊື່ນັກຮັບ ເປັນທີ່ຮຽບຮ້ອຍ ເມື່ອບໍ່ດົນມານີ້. ຜ່ານການຝຶກຝົນມາໂດຍຕະຫຼອດ ຈົນໃນທີ່ສຸດກໍມີລາຍຊື່ອອກມາໃຫ້ເຫັນ ແລະ ເມື່ອວັນທີ 13 ຕຸລາ 2021 ທີ່ຜ່ານມາ ນັກກິລາ , ຄູຝຶກ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ເດີນທາງເຖິງມົງໂກລີແລ້ວ. ໃນຂະນີ້ ທາງນັກກິລາກໍໄດ້ສຸມໃສ່ການຝຶກຊ້ອມກັນຢ່າງຫ້າວຫັນ ເພື່ອກະກຽມຄວາມພ້ອມ ສຳລັບການແຂ່ງຂັນທີ່ຈະມາຮອດມາເຖິງໄວໆນີ້.

ການແຂ່ງຂັນບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 23 ປີ 2022 ຮອບຄັດເລືອກ​ ກຸ່ມ​ J​ ປະກອບມີ​ ໄທ,​ ມາເລເຊຍ,​ລາວ​ ແລະ​ ມົງໂກລີ​ ( ເຈົ້າພາບ​)​.

ຕາຕະລາງ​ ການແຂ່ງຂັນ​ຂອງ​ທີມຊາດລາວ​

  • ວັນທີ 25/10/2021​ ເວລາ​ 14:00 ລາວ ພົບ ມາເລເຊຍ.
  • ວັນທີ 28/10/2021 ເວລາ​ 14:00 ລາວ ພົບ ໄທ.
  • ວັນທີ 31/10/2021​ ເວລາ 14:00 ລາວ ພົບ ມົງໂກລີ.

ການແຂ່ງຂັນແມ່ນຢູ່ທີ່ສະໜາມ MFF Football Centre.

(ການຮັບຊົມຜ່ານໂທລະພາບ ທາງສະຫະພັນຈະແຈ້ງໃຫ້ຊາບຫຼັງຈາກປະຊຸມເຕັກນິກແລ້ວ ສ່ວນການຮັບຊົມຜ່ານຊ່ອງໄທລະຫວ່າງ ລາວ ພົບ ໄທ ແມ່ນຮັບຊົມແບສົດໆໄດ້ທີ່ຊ່ອງ One 31 ແລະ AISPLAY)

+ ຜູ້ຮັກສາປະຕູ

1. ສໍລະສັກ ທິລາວົງ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ

12. ແກ້ວອຸດອນ ສຸວັນນະສັງໂສ ຈາກ ສະໂມສອນ ກອງທັບ ເອັຟຊີ

18. ຈັນທະວິໄຊ ທຽບອານົງ ຈາກ ສະໂມສອນ ເອສະຣາ ເອັຟຊີ

+ ກອງຫຼັງ

3. ກິດຕິສັກ ພົມວົງສາ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ

4. ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ເອສະຣາ ເອັຟຊີ

2. ພຸດທະວົງ ສັງວິໄລ ຈາກ ສະໂມສອນ ເອສະຣາ ເອັຟຊີ

19. ນະລົງສິດ ຈັນທະລັງສີ ຈາກ ສະໂມສອນ ວຽງຈັນ ເອັຟຊີ

16. ໄຊຍະສິດ ສິງສະຫວ່າງ ຈາກ ສະໂມສອນ ວຽງຈັນ ເອັຟຊີ

15. ໄຊຍະສິດ ກຸຫລາບສະຫວັນ ຈາກ ສະໂມສອນ ເມືອງຫາດ ຢູໄນເຕັດ

5. ຊີດີ ພົມສະຫວັນ ຈາກ ສະໂມສອນ ກອງທັບ ເອັຟຊີ

+ ກອງກາງ

8. ພັດທະນາ ພົມມະເທບ ຈາກ ສະໂມສອນ ເອສະຣາ ເອັຟຊີ

21. ພຸດທະລັກ ທອງຊະນິດ ຈາກ ສະໂມສອນ ເອສະຣາ ເອັຟຊີ

7. ອານຸສອນ ໄຊປັນຍາ ຈາກ ສະໂມສອນ ເອສະຣາ ເອັຟຊີ

6. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ

9. ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ

17. ບຸນພະຈັນ ບຸນກອງ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ

23. ອາລຸນໄນ ລຸນລາສີ ຈາກ ສະໂມສອນ ເອັຟຊີ ຈັນທະບູລີ

14. ກຽງທະວີສັກ ໄຊຊະນະປັນຍາ ຈາກ ສະໂມສອນ ເອັຟຊີ ຈັນທະບູລີ

13. ກ້ວຍເຈັງ ຫນູພັກດີ ຈາກ ສະໂມສອນ ກອງທັບ ເອັຟຊີ

22. ບຸນມີ ປິ່ນແກ້ວ ຈາກ ແຂວງຈຳປາສັກ

+ ກອງໜ້າ

20. ເອກກະໄມ ລາດຊະຈັກ ຈາກ ແຂວງສະຫວັນນະເຂດ

11. ທິບພະຈັນ ຄຳໃບອ່ອນ ຈາກ ແຂວງຈຳປາສັກ

10. ໂຈນີ ແຫວນປະເສີດ ຈາກ ສະໂມສອນ ເອສະຣາ ເອັຟຊີ

ຂອບໃຈຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

https://web.facebook.com/LaoFF/posts/4605794589441442

ຕິດຕາມການເຄື່ອນໄຫວໄດ້ທີ່: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/