Wang Yibo ກຳມະການ Street of Dance China 4 ຄວາມສາມາດ ແລະ ຮູບຮ່າງ ບາດທັງຕາທັງໃຈ


ຍັງບໍ່ທັນຈົບສຳລັບການແຂ່ງຂັນ Street Dance of China Season 4

ເຊິ່ງເປັນລາຍການທີ່ນັກເຕັ້ນຫຼາຍປະເທດທີ່ມີຄວາມສາມາດໂດດເດັ່ນມາແຂ່ງຂັນກັນ, ທາງລາຍການກໍກຳລັງດຳເນີນໄປຢ່າງມ່ວນຊື່ນ ແລະ ມີສິ່ງແປກໃໝ່ໃຫ້ຕື່ນເຕັ້ນຢູ່ສະເໝີ.

ລາຍການນີ້ກໍຖືວ່າເປັນລາຍການທີ່ມີຊື່ສຽງໃນລະດັບໜຶ່ງເລີຍກໍວ່າໄດ້ ທັງໃນປະເທດຈີນ ແລະ ຕ່າງປະເທດກໍໃຫ້ຄວາມສົນໃຈຫຼາຍພໍສົມຄວນ. ນອກຈາກນີ້ ຍັງມີນັກເຕັ້ນທີ່ເປັນຄົນລາວກໍໄດ້ໄປຮ່ວມການແຂ່ງຂັນໃນລາຍການເຊັ່ນດຽວກັນ ແລະ ເປັນອີກນັກເຕັ້ນລາວເຮົາທີ່ມີຜົນງານໂດດເດັ່ນຢູ່ສະເໝີກໍຄື Clil Reuanglao ນັ້ນເອງ.

ໃນລາຍການ The Street Dance of China Season 4 ມີຫົວໜ້າທີມຢູ່ຈຳນວນ 4 ຄົນ ເຊິ່ງແຕ່ລະຄົນກໍລ້ວນແຕ່ມີຄວາມສາມາດ ມີປະສົບການມາແລ້ວ. ໜຶ່ງໃນ 4 ຄົນນີ້ ກໍມີ Wang Yibo ໜຸ່ມຫຼໍ່ຫຼາກຫຼາຍຄວາມສາມາດ, ເຕັ້ນດີ ແລະ ສະແດງເກັ່ງ, ເຊິ່ງກໍເຮັດໃຫ້ຫຼາຍຄົນກໍໃຫ້ຄວາມສົນໃຈເປັນພິເສດ ມີແຟນໆມາຕິດຕາມຢ່າງຫຼວງຫຼາຍ.

ສຳລັບຜົນງານທີ່ຜ່ານມາຂອງ Wang Yibo ຕັ້ງແຕ່ປີ 2011 ແມ່ນຮຽນໃນລະດັບຊັ້ນມັດທະຍົມປີທີ 2 ລາວໄດ້ເດີນຕາມຫາຄວາມຝັນຂອງຕົນເອງຢູ່ສະເໝີ, ເຂົ້າຮ່ວມການແຂ່ງຂັນການເຕັ້ນຕາມເວທີຕ່າງໆ ມາພ້ອມກັບຄວາມສາມາດທີ່ເຕັ້ນໄດ້ຫຼາກຫຼາຍແນວບໍ່ວ່າຈະເປັນ: Breaking, Popping, Hip-Hop ແລະ ອື່ນໆ.

ນອກຈາກນີ້ ຍັງໄດ້ເຂົ້າຮ່ວມການແຂ່ງຂັນ I’m the BEST DANCER ເຂົ້າຮອບ 16 ຄົນສຸດທ້າຍຂອງການເຕັ້ນ Hip-Hop ດ້ວຍຄວາມສາມາດທີ່ໂດດເດັ່ນ ໃນທີ່ສຸດກໍໄດ້ເດບິ້ວເປັນນ້ອງນ້ອຍສຸດຂອງວົງ UNIQ ເປັນທັງແຣັບ ແລະ ນັກເຕັ້ນຫຼັກ. ຫຼັງຈາກນັ້ນກໍມາເປັນກັບຕັນ ຫວັງອີ້ປໍ໋ ໃນລາຍການ Produce 101 China, ເພາະມີຄວາມສາມາດຄົບເຄື່ອງແບບນີ້ ຈຶ່ງໄດ້ກາຍເປັນນັກເຕັ້ນລະດັບອາຈານ ນຳທີມໃນການແຂ່ງຂັນ.

Wang Yibo ກັບມາປ້ອງກັນແຊ້ມໃນລາຍການ Street Dance of China ຊີຊັ່ນ 4, ເພາະຊີຊັ່ນ 3 ກໍໄດ້ນຳພາທີມໃຫ້ຊະນະເລີດມາແລ້ວ ແລະ ມາລຸ້ນກັນວ່າຊີຊັ່ນນີ້ຈະນຳທີມກັບມາໄດ້ແຊ້ມຫຼືບໍ່. ການທີ່ເປັນຫົວໜ້າທີມຂອງ Wang Yibo ເບິ່ງແລ້ວຮູ້ສຶກວ່າທ່າທາງການສະແດງ ແລະ ລີລາຕ່າງໆ ລ້ວນແລ້ວແຕ່ໂດດເດັ່ນ, ມີເອກະລັກ ສ່ວນຄວາມສາມາດການເຕັ້ນກໍເຮັດໃຫ້ປະທັບໃຈຢູ່ສະເໝີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/