ຮູ້ຫຼືບໍ່? ຜົນການວິໄຈບອກວ່າເຮົາອາດຈະມີແຟນ ເທົ່າກັບຈຳນວນແຟນທີ່ແມ່ເຄີຍມີ


ເຮົາເຄີຍຄິດຫຼິ້ນໆບໍວ່າ ຕອນແມ່ເຮົາຍັງເປັນສາວແມ່ເຮົາມີແຟນມາແລ້ວຈັກຄົນ? ຄວາມສຳພັນຂອງແມ່ກັບແຟນລາວເປັນໄປດ້ວຍດີຫຼືບໍ່? ແລະຖ້າລອງຖາມແມ່ແບບເລິກໆເຮົາອາດຈະພົບວ່າຈຳນວນແຟນທີ່ແມ່ເຄີຍມີອາດຈະເທົ່າກັບເຮົາກໍເປັນໄປໄດ້.

ຈາກການສຶກສາຂອງ Ohio State University ພົບວ່າແມ່ອາດສົ່ງຕໍ່ບຸກຄະລິກ ຫຼື ທັກສະດ້ານຄວາມສຳພັນບາງຢ່າງຈາກຮຸ່ນສູ່ຮຸ່ນ ໂດຍ ທ່ານ ດຣ. Claire Kamp Dush ຜູ້ທີ່ເລີ່ມການສຶກສານີ້ໄດ້ກ່າວວ່າ ແມ່ຂອງແຕ່ລະຄົນມີລັກສະນະນິໄສຕ່າງໆທີ່ສົ່ງຜົນຕໍ່ການແຕ່ງງານ ແລະ ຄວາມສຳພັນ ເຊິ່ງລັກສະນະນິໄສເຫຼົ່ານີ້ຈະກາຍເປັນມໍລະດົກສົ່ງຕໍ່ເຖິງຮຸ່ນລູກ ແລະ ອາດເປັນຕົວກຳນົດວ່າລູກຈະໄດ້ແຕ່ງງານຊ້າຫຼືໄວ, ມີຄວາມສຳພັນທີ່ໝັ້ນຄົງຫຼືບໍ່.

ນອກຈາກນີ້ການສຶກສາຍັງພົບວ່າເດັກນ້ອຍທີ່ອາໄສຢູ່ໃນຄອບຄົວທີ່ມີການປະຮ້າງ ກໍມີທ່າອ່ຽງທີ່ຈະລົງທ້າຍຄວາມສຳພັນດ້ວຍການປະຮ້າງເຊັ່ນດຽວກັນ ແລະ ຈາກການສຶກສາຕົວຢ່າງກວ່າ 7,152 ຄົນໃນໄລຍະເລວາ 24 ປີ ພົບວ່າຄອບຄົວທີ່ປະຮ້າງກັນ ຫຼື ອາໄສຢູ່ຮ່ວມກັນແບບບໍ່ໄດ້ແຕ່ງງານ ລູກໆຂອງພວກເຂົາກໍມັກຈະໄດ້ຮັບແຮງຈູງໃຈໃນການສ້າງຄອບຄົວທີ່ຄ້າຍຄືກັນ.

“ແມ່ບາງຄົນທີ່ປ່ຽນຄົນຮັກເປັນປະຈຳ ອາດມີທັກສະດ້ານຄວາມສຳພັນທີ່ດີບໍ່ພໍ ບໍ່ສາມາດແກ້ຄວາມຂັດແຍ້ງທີ່ເກີດຂຶ້ນໄດ້ ຫຼື ມີບັນຫາດ້ານຈິດໃຈ ຈົນເຮັດໃຫ້ມີຄວາມສຳພັນທີ່ບໍ່ໝັ້ນຄົງ ເຊິ່ງບໍ່ວ່າຈະເກີດຈາກສາເຫດໃດມັນກໍສາມາດສົ່ງຕໍ່ເຖິງຮຸ່ນລູກໄດ້ ແລະ ມີໂອກາດເຮັດໃຫ້ຄວາມສຳພັນຂອງລູກໆບໍ່ໝັ້ນຄົງເຊັ່ນດຽວກັນ” ດຣ. Clair Kamp Dush ໄດ້ກ່າວປິດທ້າຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/