ຊາຍຊາວເດນໝາກຖືກຈັບ ຫຼັງຈາກທີ່ໃຊ້ທະນູສັງຫານ 5 ຄົນໃນປະເທດນໍເວ


ໃນວັນພະຫັດທີ 14 ຕຸລານີ້ ຕຳຫຼວດໄດ້ຮັບແຈ້ງວ່າມີເຫດຄາຕະກຳທີ່ເມືອງ Kongsberg ເຊິ່ງເປັນທາງຕາເວັນຕົກສຽງໃຕ້ຂອງເມືອງຫຼວງໂອສໂລ (Oslo) ປະເທດນໍເວ (Norway) ໂດຍຜູ້ກໍ່ເຫດໄດ້ໃຊ້ທະນູສັງຫານຄົນໄປແລ້ວ 5 ສົບ.

ທັນທີທີ່ໄດ້ຮັບລາຍງານ, ທາງເຈົ້າໜ້າທີ່ກໍໄດ້ຮີບໄປຈັບກຸມຊາຍອາຍຸ 37 ປີຈາກປະເທດເດນໝາກທີ່ອາໄສໃນພື້ນທີ່ນັ້ນໂດຍບໍ່ຂໍອອກນາມ. ລາວໄດ້ໃຊ້ຄັນທະນູ ແລະ ລູກສອນຍິງໃສ່ 5 ຄົນຈົນເຖິງແກ່ຄວາມຕາຍ ແລະ ອີກ 2 ຄົນທີ່ໄດ້ຮັບບາດເຈັບ. ທາງຕຳຫຼວດນັ້ນເຊື່ອວ່າເຫດການທັງໝົດແມ່ນຊາຍເດນໝາກນີ້ເປັນຜູ້ກໍ່ພຽງຄົນດຽວ ແຕ່ກໍຍັງຕ້ອງໄດ້ມີການສືບສວນສອບສວນຕໍ່ໄປ ເພື່ອຢືນຢັນວ່ານີ້ແມ່ນການຕັ້ງໃຈກໍ່ການຮ້າຍຫຼືບໍ່?

ລາຍງານຈາກຜູ້ເຫັນເຫດການໄດ້ບອກວ່າຜູ້ກໍ່ເຫດນັ້ນໄດ້ເລີ່ມໂຈມຕີພາຍໃນຊູເປີມາເກັດ Coop Extra ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດເຈັບ ເຊິ່ງໜຶ່ງໃນນັ້ນເປັນຕຳຫຼວດທີ່ເລີກວຽກ ແລະ ກຳລັງຢູ່ໃນຮ້ານໃນເວລານັ້ນ. ແຕ່ພະນັກງານພາຍໃນຮ້ານບໍ່ໄດ້ຮັບບາດເຈັບຫຍັງ. ນອກຈາກນີ້, ຊາຍເດນໝາກຍັງສາມາດຫຼົບໜີຈາກການປະທະ ແລະ ຈັບກຸມຂອງຕຳຫຼວດໄດ້ເປັນເວລາ 34 ນາທີ ຫຼັງກໍ່ເຫດ.

ຫຼັງຈາກການຈັບກຸມຕົວຊາຍຊາວເດນໝາກໄດ້ ແລະ ສົ່ງໄປທີ່ສະຖານຕຳຫຼວດແລ້ວ, ທາງປະຊາຊົນກໍໄດ້ຮັບຄຳສັ່ງໃຫ້ຢູ່ພາຍໃນທີ່ຢູ່ອາໄສກ່ອນເພື່ອການສຳຫຼວດຫາຫຼັກຖານ ແລະ ກວດສອບສະຖານທີ່ ເນື່ອງຈາກຕົວຜູ້ກໍ່ເຫດໄດ້ເຄື່ອນຍ້າຍໄປຫຼາຍພື້ນທີ່ພາຍໃນຕົວເມືອງ.

ການໂຈມຕີດັ່ງກ່າວໄດ້ປາກົດຂຶ້ນໃນມື້ສຸດທ້າຍໃນການປະຕິບັດໜ້າທີ່ຂອງ Erna Solberg, ອະດີດລັດຖະມົນຕີກະຊວງຍຸຕິທຳ ກ່ອນທີ່ລັດຖະມົນຕີຄົນໃໝ່ຈະໄດ້ຂຶ້ນດຳລົງຕຳແໜ່ງພາຍໃຕ້ຄະນະລັດຖະບານທີ່ນຳພາໂດຍຫົວໜ້າກຸ່ມແຮງງານ Labour leader Jonas Gahr Store. ເຖິງຢ່າງໃດກໍຕາມ, ການສືບສວນຍັງຕ້ອງດຳເນີນຕໍ່ໄປ, ເນື່ອງຈາກບໍ່ສາມາດລະບຸໄດ້ວ່າເຫດການນີ້ມີການກ່ຽວຂ້ອງທາງການເມືອງ ແລະ ການກໍ່ການຮ້າຍ ຫຼືບໍ່. ເຊິ່ງໄດ້ສົ່ງຜົນໃຫ້ປະຊາຊົນພາກັນເກີດຄວາມຢ້ານຂຶ້ນມາ ແລະ ທາງເຈົ້າໜ້າທີ່ຕຳຫຼວດກໍໄດ້ຮັບອະນຸຍາດໃຫ້ນຳອາວຸດມາຕິດຕົວຊົ່ວຄາວ ເຊິ່ງເອີ້ນໄດ້ວ່າເປັນຄຳສັ່ງທີ່ໜ້ອຍຄັ້ງທີ່ຈະໃຊ້ອາວຸດໃນການປ້ອງກັນຕົວ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/