Lisa Blackpink ກັບບົດບາດການເປັນ Spokesperson ໃຫ້ກັບແບຣນໂທລະສັບ Vivo ໃນປະເທດຈີນ


Lisa Blackpink ກັບການຖືກເລືອກໃຫ້ເປັນ Spokesperson ຫຼື ໂຄສົກ ໃຫ້ກັບ Smartphone Vivo S10 series ທີ່ກຳລັງຈະເປີດຕົວໃນປະເທດຈີນໃນວັນທີ 15 ກໍລະກົດ 2021 ນີ້.

ກ່ອນໜ້ານີ້ Lisa Blackpink ເອງກໍໄດ້ຖືກເລືອກໃຫ້ເປັນ Spokesperson ໃຫ້ກັບ Smartphone Vivo S7 ແລະ Vivo S9, ຖືວ່າເທື່ອນີ້ກໍເປັນເທື່ອທີ 3 ສຳລັບຕຳແໜ່ງ Spokesperson ໃຫ້ກັບແບຣນ Vivo ຂອງ Lisa.

ໂດຍ Vivo ໄດ້ມີການປ່ອຍໂຄສະນາ ພ້ອມປ້າຍຕາມສະຖານທີ່ຕ່າງໆ ເພື່ອໂປຣໂໝດຢ່າງອະລັງການ ແລະ ຍັງປ່ອຍໃນວັນທີ 8 ກໍລະກົດ ເວລາ 3:27ມ, ເຊິ່ງເລກ 3:27 ກໍກົງກັບວັນເກີດ ຂອງ Lisa ເອງ,​ ຖືວ່າທາງແບຣນກໍມີການໃຫ້ຄວາມສຳຄັນກັບ Spokesperson ຄົນນີ້ຫຼາຍ.

ສຳລັບສະເປັກຂອງ Vivo S10 5G ກໍມີດັ່ງນີ້:

  • ໜ້າຈໍຊະນິດ AMOLED ຂະໜາດ 6.44 ນິ້ວ, ຄວາມລະອຽດ Full HD+ , ອັດຕາສ່ວນ 20:9, ອັດຕາ Refresh Rate 90 Hz , ອັດຕາ Touch Sampling Rate 180 Hz , NTSC Color Gamut 98%, ຮອງຮັບ HDR 10+
  • CPU: MediaTek Dimensity 1100
  • RAM: 8 GB/12 GB ຊະນິດ LPDDR4X
  • ROM: 128 GB/256 GB ຊະນິດ UFS 3.1
  • ຮອງຮັບ 2 Sim Cards
    *ບໍ່ຮອງຮັບ Micro SD Card
  • ຮອງຮັບ 5G SA/NSA
  • ກ້ອງຫຼັງ 3 ຕົວ ຄວາມລະອຽດ 64+8+2 ລ້ານພິກເຊລ, f/1.79+f/2.2+f/2.4 , ຮອງຮັບ OIS, ຮອງຮັບ Ultra Wide 120 ອົງສາ ແລະ Mono Lens
  • ກ້ອງໜ້າຄູ່ຄວາມລະອຽດ 44+8 ລ້ານພິກເຊລ, ຮອງຮັບ Auto Focus ແບບ​ PDAF ແລະ Ultra Wide Angle Lens ມຸມກວ້າງ 105 ອົງສາ, f/2.0 + f/2.2
  • ລະບົບໄມ 3 ຕົວ (3D Sound Tracking)
  • ຮອງຮັບລະບົບສະແກນໃບໜ້າ
  • ຮອງຮັບລະບົບສະແກນຮອຍນິ້ວມື
  • ຮອງຮັບ NFC/Bluetooth 5.2
  • ຮອງຮັບລະບົບລະບາຍຄວາມຮ້ອນ VC Cooling System
  • ພ໊ອດເຊື່ອມຕໍ່ USB Type-C
  • ແບັດມີຄວາມຈຸ: 4000 mAh+33W Vivo Flash Charge
  • ລະບົບປະຕິບັດການ: Android 11+Origin OS 1.0

ຂໍຂອບໃຈຂໍ້ມູນຈາກ: https://bit.ly/36vk06m

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/