ສຸກພະໄຊ ສິດທິສານ ນັກກິລາຢູໂດຊາຍ 1 ດຽວ ຈາກ ສປປ ລາວ ທີ່ໄດ້ໄປແຂ່ງໂອແລມປິກໂຕກຽວ 2020


ສຸກພະໄຊ ສິດທິສານ ຫຼື ຫຼ້ານ້ອຍ ອາຍຸ 25 ປີ ຄົນແຂວງສະຫວັນນະເຂດ ບ້ານໂພນສະຫວັນ ເຊິ່ງເປັນນັກກິລາຢູໂດທີມຊາດລາວ ກາຍເປັນນັກກິລາຢູໂດຊາຍຄົນດຽວທີ່ສາມາດຜ່ານການຄັດເລືອກຮ່ວມຊິງໄຊໃນງານມະຫະກຳກິລາໂອແລມປິກ ລະດູຮ້ອນ 2020 ທີ່ປະເທດຍີ່ປຸ່ນ.

ໃນປະເພດກິລາຢູໂດຊາຍສະເພາະອາຊຽນມີພຽງ 5 ນັກກິລາ ໃນ 5 ປະເທດເຊັ່ນ: ໄທ, ຫວຽດນາມ, ຟິລິບປິນ, ມຽນມາ ແລະ ລາວ. ເຊິ່ງໃນນັ້ນມີພຽງນັກກິລາ ສຸກພະໄຊ ໜຶ່ງດຽວໃນລາວທີ່ຜ່ານການແຂ່ງຂັນເກັບຄະແນນລະດັບສາກົນ ແລະ ເປັນໜຶ່ງນັກກິລາຢູໂດຊາຍຂອງອາຊຽນ.

ຜ່ານມາມີຫຼາຍຜົນງານທີ່ພົ້ນເດັ່ນເຊັ່ນ: ໃນໂອແລມປິກລະດູຮ້ອນປີ 2016 ກໍໄດ້ຮ່ວມການແຂ່ງເປັນຕົວແທນຂອງ ສປປ ລາວເຊັ່ນກັນ, ໃນຂະນະນີ້ກໍຢູ່ໃນລຳດັບທີ 105 ຂອງໂລກ ໄດ້ເລີ່ມການແຂ່ງຂັນເກັບຄະແນນສະສົມມາຕັ້ງແຕ່ປີ 2017 ເປັນຕົ້ນມາ ຈົນມາຮອດປີ 2021 ມີຄະແນນສະສົມເຖິງ 318 ຄະແນນ.

ປັດຈຸບັນ ສຸກພະໄຊ ກໍອາໄສຢູ່ທີ່ຍີ່ປຸ່ນ ແລະ ກໍໄດ້ຈົບການສຶກສາທີ່ມະຫາວິທະຍາໄລຍີ່ປຸ່ນ ສາຍຄູພະລະສຶກສາ ເມື່ອບໍ່ດົນມານີ້ ແລະ ກຳລັງຈະສຶກສາຕໍ່ລະດັບປະລິນຍາໂທໃນໄວໆນີ້.

ໃນການເຝິກຊ້ອມຕ່າງໆ ແລະ ການກະກຽມຄວາມພ້ອມ ແມ່ນໄດ້ຮັບການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ ແລະ ໂອແລມປິກແຫ່ງຊາດລາວ ໂດຍຈະແຂ່ງຂັນໃນຮຸ່ນນ້ຳໜັກ 60 ກິໂລກຣາມ ແລະ ແຂ່ງໃນວັນທີ 24 ກໍລະກົດ 2021.

ຂອບໃຈທີ່ມາ: https://bit.ly/3k9FgXu

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/