Apple ກຽມເອົາ Apple Music ແລະ Podcasts ລົງ Microsoft Store


Website 9to5Mac ລາຍງານໂດຍອ້າງແຫຼ່ງຂ່າວທີ່ກ່ຽວຂ້ອງວ່າ Apple ກຽມເປີດຕົວແອັບ Apple Music ແລະ Podcasts ລົງ Microsoft Store ພາຍໃນປີນີ້ ໂດຍສະຖານະຂອງແອັບຕອນນີ້ເປັນເບຕ້າທີ່ທົດສອບເປັນການພາຍໃນ.

ແຫຼ່ງຂ່າວບໍ່ໄດ້ລະບຸວ່າແອັບນີ້ຈະຮອງຮັບສະເພາະເທິງ Windows ຫຼື ອາດຮອງຮັບສະເພາະ Xbox ແບບດຽວກັບແອັບ Apple TV ທີ່ອອກມາກ່ອນໜ້ານີ້.

ປັດຈຸບັນຜູ້ໃຊ້ Windows ສາມາດເຂົ້າເຖິງບໍລິການ Apple Music ແລະ Podcasts ໄດ້ຜ່ານ iTunes Version ເທິງ Windows ເຊິ່ງປັດຈຸບັນ Apple ຢຸດການສະໜັບສະໜຸນເທິງ macOS ໄປແລ້ວ.

ທີ່ມາ: https://www.blognone.com/node/120634