YouTube ທົດສອບ Feature ໃໝ່ໃນສະຫະລັດອາເມຣິກາ


YouTube ທົດສອບ Feature ໃໝ່ໃນສະຫະລັດອາເມຣິກາເມື່ອເບິ່ງຄລິບທີ່ YouTuber ເວົ້າເຖິງສິນຄ້າ ຫຼື ຂາຍສິນຄ້າໃດໆຈະເບິ່ງເຫັນໄອຄອນຖົງຊັອບປິ້ງໃຫ້ກົດເຂົ້າໄປເບິ່ງລາຍລະອຽດສິນຄ້າ ຫຼື ຊື້ສິນຄ້າໄດ້ໂດຍມີຄຣີເອເຕີຈຳນວນຈຳກັດທີ່ເຂົ້າຮ່ວມການທົດສອບນີ້ ເປີດທົດສອບໃນທຸກອຸປະກອນທັງ iOS, Android ແລະ Website.

ປັດຈຸບັນ YouTube ມີ Feature  ເພື່ອການຂາຍເຄື່ອງເພີ່ມຊ່ອງທາງການສ້າງລາຍໄດ້ໃຫ້ຄຣີເອເຕີດ້ວຍການສະເໜີແຄັດຕາລັອກສິນຄ້າໃນຊ່ອງຂອງຕົວເອງ ການທົດສອບໃໝ່ນີ້ກໍຈະຊ່ວຍໃຫ້ຂາຍງ່າຍຂຶ້ນ ລວມເຖິງສະແດງລາຍການສິນຄ້າໃນໂຄສະນາທີ່ລົງ YouTube ໃຫ້ອີກດ້ວຍ.

ທີ່ມາ: https://www.blognone.com/node/120633