ສານອີຣານຕັດສິນຈຳຄຸກຍິງສາວ ອາຍຸ 19 ປີ ຂໍ້ຫາແຕ່ງໜ້າເປັນ “ຊອມບີ້ ແອງເຈລິນາ ໂຈລີ້” ອັນເປັນການໝິ່ນສາສະໜາ


ຍິງຊາວອີຣານທີ່ໂພສພາບຕົນເອງແຕ່ງໜ້າ ແລະ ໃຊ້ໂປແກຣມໂຟໂຕຊັອບຕັດຕໍ່ເພື່ອເຮັດໃຫ້ໃບໜ້າເບິ່ງຄື “ຊອມບີ້ ແອງເຈລິນາ ໂຈລີ້” ໃນໂລກອອນລາຍ ຖືກຕັດສິນຈຳຄຸກ 10 ປີ ຫຼັງຈາກທີ່ນາງຖືກຈັບຈາກກິດຈະກຳໃນສັງຄົມອອນລາຍຂອງນາງເອງເມື່ອປາຍປີກ່ອນ.

ຊາຮາ ທາບາ (Sahar Tabar) ອາຍຸ 19 ປີ ຫຼື ຊື່ແທ້ວ່າ ຟາຕາເມ ຄິຊວານ (Fatameh Khishvand) ມີຊື່ສຽງໂດ່ງດັງຈາກການໂພສຮູບຂອງຕົນເອງທີ່ມີໃບໜ້າຈ່ອຍແຫ້ງຄືຊອມບີ້ ແລະ ມີຜູ້ຕິດຕາມຫຼາຍກວ່າ 486.000 ຄົນໃນອິນສະຕາແກຣມ ຖືກຕັດສິນຈຳຄຸກເປັນເວລາໜຶ່ງທົດສະວັດ ໂດຍຊາຮາຖືກຕັ້ງຂໍ້ຫາຫຼອກລວງເຍົາວະຊົນ ແລະ ໝິ່ນສາທາລະນະລັດອິດສະລາມ.

ຍ້ອນກັບໄປເມື່ອເດືອນຕຸລາປີກາຍ ຊາຮາຖືກຈັບຄັ້ງທຳອິດດ້ວຍຂໍ້ກ່າວຫາເລື່ອງການໝິ່ນປະໝາດ, ການປຸກລະດົມໃຫ້ເກີດຄວາມຮຸນແຮງ, ການຫາລາຍໄດ້ດ້ວຍວິທີທີ່ບໍ່ເໝາະສົມ ແລະ ສະໜັບສະໜຸນໃຫ້ເຍົາວະຊົນເດີນໃນທາງທີ່ຜິດ ແນວໃດກໍຕາມ ຊາຮາກ່າວວ່າຍັງມີຄວາມຫວັງວ່າຈະໄດ້ຮັບການອະໄພໂທດ.

ຫຼັງຈາກຖືກຈັບກຸມເມື່ອຕຸລາປີກ່ອນ ໂທລະທັດຂອງອີຣານໄດ້ອອກອາກາດຄຳສາລະພາບຜິດຂອງນາງ ເຊິ່ງເຮັດໃຫ້ເກີດຄວາມເຫັນອົກເຫັນໃຈຈາກຜູ້ຮັບຊົມເປັນຢ່າງຍິ່ງ. ລາຍງານລະບຸວ່າ ຊາຮາເປັນ “ເຫຍື່ອທີມີບຸກຄະລິກະພາບ ແລະ ສະພາບຈິດໃຈທີ່ຜິດປົກກະຕິ” ໂດຍບັນທຶກທາງການແພດຍັງຊີ້ໃຫ້ເຫັນວ່າຊາຮາມີອາການປ່ວຍທາງຈິດ ແລະ ມີປະຫວັດການເຂົ້າຮັກສາໃນໂຮງໝໍຈິດຕະເວດອີກດ້ວຍ.

“ເລື່ອງໜ້າຕະຫຼົກຂອງນາງເຮັດໃຫ້ນາງຕ້ອງເຂົ້າຄຸກ” ມາຊີ ອາລິນຈາດ (Masih Alinejad) ນັກຂ່າວ ແລະ ນັກເຄື່ອນໄຫວຊາວອີຣານລະບຸໃນທະວີດເຕີສ່ວນຕົວ “ແມ່ຂອງນາງຮ້ອງໄຫ້ທຸກມື້ ພາວະນາໃຫ້ລູກສາວທີ່ໄຮ້ດຽງສາຂອງຕົນໄດ້ເປັນອິດສະຫຼະ”

ນອກຈາກນັ້ນ ອາລິນຈາດຍັງຮຽກຮ້ອງໃຫ້ ແອງເຈລິນາ ໂຈລີ້ ນັກສະແດງຍິງ ແລະ ນັກເຄື່ອນໄຫວດ້ານມະນຸດສະທຳ ຜູ້ທີ່່ມີລັກສະນະໃບໜ້າທີີ່ຊາຮາແຕ່ງລົງສື່ອອນລາຍ ອອກມາລົນນະລົງໃຫ້ປ່ອຍຕົວຊາຮາໂດຍກ່າວວ່າ “ສາທາລະນະລັດອິດສະລາມມີປະຫວັດຂອງການທໍລະມານຜູ້ຍິງ ເຮົາຕ້ອງຮວມຕົວກັນເພື່ອຕໍ່ຕ້ານການແບ່ງແຍກສີຜິວທາງເພດນີ້”

ທີ່ມາ: