Lisa BLACKPINK ບອກວ່າເຄີຍເກືອບຈະຖອນຕົວຈາກວົງການ K-pop ກ່ອນທີ່ຈະໄດ້ເດບິວ


ເຊື່ອວ່າຄົນທີ່ເປັນແຟນເພງຂອງວົງການ K-pop ຫຼື ບຸກຄົນທົ່ວໄປ ກໍໜ້າຈະຮູ້ຈັກກັບ ລະລິສາ ມະໂນບານ ຫຼື ຮູ້ຈັກກັນດີໃນຊື່ Lisa BLACKPINK ໜຶ່ງໃນສະມາຊິກຂອງວົງ Girl Group ທີ່ດັງທີ່ສຸດໃນໂລກຢູ່ຂະນະນີ້. ແຕ່ຮູ້ຫຼືບໍ່ວ່າ ກວ່າຈະມາເປັນ Lisa ຄົນນີ້ ລາວຕ້ອງຜ່ານໄລຍະເວລາທີ່ແສນລໍາບາກ ແລະ ກໍເຄີຍຄິດຈະອອກຈາກວົງການ K-pop ກ່ອນທີ່ລາວຈະໄດ້ເດບິວ.

ໂດຍເນື້ອໃນທີ່ກ່າວມາຂ້າງເທິງນັ້ນແມ່ນມາຈາກການສຳພາດຫຼ້າສຸດຂອງ 4 ສາວ ວົງ BLACKPINK ກັບທາງວາລະສານ Rolling Stone ເຊິ່ງພວກເຂົາໄດ້ເລົ່າຢ້ອນໄປເຖິງໄລຍະເວລາກ່ອນເດບິວ ທີ່ຍາກລຳບາກເຫຼົ່ານັ້ນ. ໂດຍສະເພາະແມ່ນ Lisa ທີ່ໄດ້ຜ່ານການແຂ່ງຂັນຫຼາຍຢ່າງ ແລະ ໄດ້ຍ້າຍໄປຢູ່ປະເທດເກົາຫຼີໃຕ້ເພື່ອຝຶກຝົນພາຍໃຕ້ສັງກັດ YG Entertainment ໂດຍທີ່ຕອນນັ້ນ Lisa ບໍ່ສາມາດສື່ສານດ້ວຍພາສາເກົາຫຼີໄດ້ເລີຍ.

ແລະໃນໄລຍະ 5 ປີນັ້ນ Lisa ຕ້ອງຢູ່ຫ່າງຈາກຄອບຄົວແລະຕ້ອງຝຶກຢ່າງໜັກໜ່ວງທັງຮ້ອງ ແລະ ເຕັ້ນເປັນເວລາຫຼາຍກວ່າ 12 ຊົ່ວໂມງຕໍ່ໜຶ່ງມື້ ເຊິ່ງ Lisa ກໍບໍ່ຮູ້ວ່າສຸດທ້າຍແລ້ວ ຈະໄດ້ເຊັນສັນຍາ ແລະ ຈະໄດ້ເດບິວຫຼືບໍ່.

“ຕອນນັ້ນຂ້ອຍໂທຫາແມ່ເພາະຢາກຖອນຕົວ ແຕ່ແມ່ບອກຂ້ອຍວ່າອົດທົນອີກໜ້ອຍໜຶ່ງ ຖ້າເບິ່ງອີກຈັກປີ” Lisa ກ່າວ.

ເຊິ່ງສິ່ງດຽວທີ່ເຮັດໃຫ້ສາວໆ ຜ່ານວັນເວລາດັ່ງກ່າວມາໄດ້ກໍຄືເປົ້າໝາຍທີ່ຈະໄດ້ເດບິວ. ທັງນີ້ Jennie, Jisoo ແລະ Rosé ຕ່າງກໍໃຊ້ເວລາເຖິງ 6 ປີ, 5 ປີ ແລະ 4 ປີ ໃນການຝຶກຊ້ອມ.

ໂດຍໃນໄລຍະຝຶກຊ້ອມ ທັງ 4 ສາວຕ້ອງໄດ້ປະຕິບັດຕາມກົດອັນເຂັ້ມງວດຂອງຄ້າຍທີ່ໄດ້ວາງອອກໄວ້ເຊັ່ນ: ຫ້າມດື່ມສິ່ງມຶນເມົາ, ຫ້າມຂັບລົດ, ຫ້າມອອກເດດ ແລະ ອື່ນໆ. ໃນແຕ່ລະເດືອນພວກເຂົາຕ້ອງໄດ້ຮັບການທົດສອບທັກສະການຮ້ອງເພງ ແລະ ເຕັ້ນ ທີ່ແສນຈະກົດດັນໂດຍມີຜູ້ຊ່ຽວຊານມາປະເມີນຢ່າງໃກ້ຊິດ. ໂດຍ Rosé ເຖິງກັບບອກໃນສຳພາດວ່າ “ຖ້າເຈົ້າບອກໃຫ້ຂ້ອຍກັບໄປເຮັດແບບນັ້ນອີກຄັ້ງ ຂ້ອຍຄືຈະບໍ່ມີທາງເຮັດມັນແທ້”.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/