ຊາຍຜູ້ທີ່ໄດ້ຂີ່ເຮືອບິນຟຣີ 1ລ້ານໄມລ໌ ໂດຍການຊື້ ພຸດດິ້ງ 10,000 ຈອກ


ເຄີຍເປັນບໍ່? ບາງເທື່ອທີ່ເຮົາຕັດສິນໃຈຊື້ສິນຄ້າບາງສິ່ງບາງຢ່າງ ຍ້ອນໂປຣໂມຊັ່ນ ຫຼື ຢາກໄດ້ຂອງແຖມຈາກສິນຄ້ານັ້ນໆ. ເຊັ່ນດຽວກັນກັບ ເດວິດ ຟິວລິບ ຊາຍຜູ້ທີ່ຊື້ພຸດດິ້ງ 10,000 ຈອກ ເພື່ອໄດ້ນັ່ງເຮືອບິນຟຣີ 1,600,000 ກິໂລແມັດ.

ຢ້ອນກັບໄປເມື່ອປີ 1999 ຫຼືປະມານ 23 ປີກ່ອນ ບໍລິສັດ Healthy Choice ທີ່ເປັນບໍລິສັດອາຫານແຊ່ເຢັນ ແລະ ແຊ່ແຂງ ໄດ້ຈັດໂປຣໂມຊັ່ນໜຶ່ງຂຶ້ນມາເພື່ອສົ່ງເສີມການຂາຍສິນຄ້າຂອງທາງບໍລິສັດ.

ໂດຍໂປຣໂມຊັ່ນດັ່ງກ່າວ ຄືການໃຫ້ລູກຄ້າທີ່ຊື້ຜະລິດຕະພັນໃດໆຂອງຍີ່ຫໍ້ Healthy Choice ແກະລະຫັດບາໂຄດທີ່ຕິດຢູ່ກັບສິນຄ້າ, ຄົບ 10 ອັນແລ້ວສົ່ງມາໃຫ້ບໍລິສັດ ຈະໄດ້ຮັບໄລຍະທາງບິນສະສົມຄັ້ງລະ 800 ກິໂລແມັດ. ແຕ່ຖ້າສົ່ງມາໃນເດືອນທຳອິດ ຮັບໄປເລີຍ ຈາກ 800 ກິໂລແມັດ ເປັນ 1,600 ກິໂລແມັດ.

ເດວິດ ຟິວລິບ ວິສະວະກອນຊາວອາເມຣິກາ ໄດ້ໄປພົບກັບໂຄສະນານີ້ ໃນຂະນະທີ່ລາວກຳລັງຢ່າງເລືອກຊື້ເຄື່ອງຢູ່ ຊຸບເປີ້ມາເກັດ ແຫ່ງໜຶ່ງ ເຊິ່ງເມື່ອລາວເຫັນໂປຣໂມຊັ່ນ ລາວກໍເລີຍລອງຄິດຄຳນວນຫຼິ້ນໆ ແລະ ທຽບກັບສິນຄ້າທີ່ບໍລິໂພກຢູ່ເປັນປະຈຳ.

ຫຼັງຈາກຄຳນວນແລ້ວ ລາວຄິດວ່າ ໂປຣໂມຊັ່ນນີ້ ມີຄວາມໜ້າສົນໃຈ ຈຶ່ງໄດ້ເລີ່ມສຳຫຼວດຫາຜະລິດຕະພັນ ຂອງ Healthy Choice ທີ່ມີລາຄາຖືກທີ່ສຸດ ຈົນໄປພົບກັບ ພຸດດິ້ງ ທີ່ມີລາຄາພຽງ 25 ເຊັນ ຕໍ່ຈອກ ຫຼື ປະມານ 3 ພັນກີບ ຕໍ່ຈອກ.

ເຊິ່ງຫຼັງຈາກລາວຄິດຄຳນວນອີກຮອບໜຶ່ງແລ້ວ ກໍພົບວ່ານີ້ເປັນໂອກາດຄັ້ງໃຫຍ່ ທີ່ໂປຣໂມຊັ່ນມີຊ່ອງວ່າງໃຫ້ເຮົາເຂົ້າໄປກອບໂກຍຜົນປະໂຫຍດໄດ້ ເຮັດໃຫ້ລາວເລືອກເໝົາຊື້ ພຸດດິ້ງ ໝົດຮ້ານຄ້າ  ແລະ ເພື່ອບໍ່ໃຫ້ຄົນອື່ນຮູ້ວ່າມີໂປຣໂມຊັ່ນດີໆແບບນີ້ຢູ່ ລາວຈຶ່ງບອກຄົນທີ່ສົງໄສວ່າລາວເໝົາ ພຸດດິ້ງ ໄປເຮັດຫຍັງ ລາວຈຶ່ງບອກວ່າທີ່ຊື້ຫຼາຍໆເພື່ອເປັນການກຽມຕົວກັບເຫດການ Y2K ຫຼື ວັນທີ່ຄົນຄາດກັນວ່າ ຄອມພິວເຕີ້ ທົ່ວໂລກຈະເກີດຂໍ້ຜິດພາດ ແລະ ຈະສົ່ງຜົນຕໍ່ເສດຖະກິດທົ່ວໂລກຄັ້ງໃຫຍ່.

ເຖິງແມ່ນວ່າລາວຈະເຮັດໃຫ້ຄົນອື່ນເຊົາສົງໄສໄດ້ແລ້ວ ແຕ່ຈຳນວນ ພຸດດິ້ງ ກໍຍັງບໍ່ພໍເທົ່າທີ່ລາວຕ້ອງການ. ຟິວລິບ ຈຶ່ງຕັດສິນໃຈຂັບລົດເປັນໄລຍະທາງ 300 ປາຍກິໂລແມັດ ເພື່ອຫາຮ້ານຄ້າທີ່ຂາຍພຸດດິ້ງດັ່ງກ່າວ. ຫຼັງຈາກຂັບລົດຊອກເໝົາພຸດດິ້ງຍີ່ຫໍ້ Healthy Choice ຈົນໃນທີ່ສຸດລາວກໍສາມາດສະສົມ ພຸດດິ້ງ ໄດ້ຫຼາຍເຖິງ 12,000 ຈອກ.

ຕໍ່ມາ ຟິວລິບ ກໍໄດ້ພົບກັບບັນຫາໃຫຍ່ ກໍຄືຈຳນວນ ພຸດດິ້ງ ທີ່ຫຼາຍເກີນໄປ ຈຶ່ງເປັນເລື່ອງຍາກທີ່ລາວຈະສາມາດແກະເອົາບາໂຄດແລ້ວສົ່ງໄປໃຫ້ບໍລິສັດໃຫ້ທັນພາຍໃນໄລຍະເວລາ 1 ເດືອນທຳອິດເພື່ອຮັບສິດສະສົມໄລຍະທາງ ເພີ່ມຂຶ້ນເປັນ 2 ເທົ່າ.

ລາວຈຶ່ງເກີດໄອເດຍເອົາ ພຸດດິ້ງ ໄປບໍລິຈາກໃຫ້ ມູນລະນິທິ ຊ່ວຍເຫຼືອຄົນທຸກຍາກ ໂດຍແລກກັບຜົນຕອບແທນ ຄືການແກະບາໂຄດກັບຄືນມາ. ສົ່ງຜົນໃຫ້ ຟິວລິບ ສາມາດສົ່ງບາໂຄດໄດ້ທັນຕາມເວລາທີ່ກຳນົດ.

ຈາກເຫດການດັ່ງກ່າວ ເຮັດໃຫ້ຟິວລິບໄດ້ນໍາເອົາບາໂຄດ ຈໍານວນ 12,000 ຈອກໄປແລກເອົາຖ້ຽວບິນຟຣີ ໄລຍະທາງ 1,900,000 ກິໂລແມັດ. ເຊິ່ງລາວໄດ້ພາຄອບຄົວຂອງລາວ ເດີນທາງໄປທ່ອງທ່ຽວຕ່າງປະເທດດ້ວຍຄວາມສະບາຍໃຈ.

ເຊິ່ງມູນຄ່າຂອງໄລຍະທາງທີ່ລາວສະສົມໄດ້ຖືກປະເມີນໄວ້ຢູ່ທີ່ ປະມານ 22,800 ໂດລາ ຫຼື ປະມານ 30 ລ້ານກີບ. ຖ້າທຽບໄລຍະທາງກໍຄື ໄປ-ກັບ ຢູໂຣບ ໄດ້ 31 ຮອບ ຫຼື ທ່ຽວໃນປະເທດອາເມຣິກາ ໄດ້ປະມານ 50 ຮອບ.

ນອກຈາກນີ້ ຈາກການທີ່ຟິວລິບມີໄລຍະທາງສະສົມເກີນ 1 ລ້ານ ກິໂລແມັດ ເຮັດໃຫ້ລາວໄດ້ຮັບສະຖານະລູກຄ້າຊັ້ນ Gold ຕະຫຼອດຊີບ ເຊິ່ງສິດທິປະໂຫຍດກໍຄື ໄດ້ສິດຂຶ້ນເຮືອບິນກ່ອນ, ອັບເກຣດປີ້ ແລະ ສະສົມໄລຍະທາງເພີ່ມ.

ເຊິ່ງເລື່ອງລາວດັ່ງກ່າວ ໄດ້ສ້າງຊື່ສຽງໃຫ້ກັບ ເດວິດ ຟິວລິບ ເປັນຢ່າງຫຼາຍ ຈົນໄດ້ສາຍາວ່າ Pudding Guy ຫຼື ວ່າ ທ້າວ ພຸດດິ້ງ ທີ່ໃນເວລາຕໍ່ມາຍັງຖືກນຳໄປສ້າງເປັນ ກິມມິກ ໃນຮູບເງົາເລື່ອງ Punch-Drunk Love ນຳອີກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/