ນະໂຍບາຍ ZERO COVID ຂອງຈີນ ອາດສົ່ງຜົນໃຫ້ການເປີດຕົວ iPhone 14 ໃນປີນີ້ ຖືກເລື່ອນອອກໄປ


ໃນໄລຍະທີ່ຜ່ານມາ ປະເທດຈີນໄດ້ມີການໃຊ້ນະໂຍບາຍ Zero COVID ໃນການລັອກດາວ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19. ຈົນຫຼ້າສຸດ ມີລາຍງານອອກມາວ່າອາດສົ່ງຜົນກະທົບຕໍ່ການເປີດຕົວ ແລະ ວາງຈຳໜ່າຍຂອງ iPhone ຮຸ່ນໃໝ່ ທີ່ຈະເປີດຕົວໃນປີນີ້ ຕ້ອງເລື່ອນອອກໄປອີກ.

ລາຍງານລະບຸວ່າ Apple ໄດ້ແຈ້ງໃຫ້ຜູ້ຜະລິດຂອງຕົນເອງໃນປະເທດຈີນ ເພີ່ມກຳລັງຜະລິດສ່ວນປະກອບຂອງ iPhone ເພື່ອຊົດເຊີຍການຜະລິດທີ່ຫາຍໄປ ໃນໄລຍະລັອກດາວທີ່ຜ່ານມາ. ໃນລາຍງານຍັງບອກອີກວ່າ ເຖິງແມ່ນວ່າໃນປັດຈຸບັນ ທາງການຈີນໄດ້ມີການຜ່ອນຜັນມາດຕະການຄວບຄຸມໂຄວິດລົງແລ້ວ ແຕ່ການຈະກັບໄປສູ່ສະພາວະປົກກະຕິ ໂດຍສະເພາະໃນ ຊຽງໄຮ້ ຍັງຖືເປັນເລື່ອງທີ່ຍາກລຳບາກຫຼາຍ ແລະ ຍັງຕ້ອງໃຊ້ເວລາ. ເຊິ່ງອາດເຮັດໃຫ້ມີຄວາມສ່ຽງທີ່ແຜນການພັດທະນາ ແລະ ຜະລິດ iPhone ຮຸ່ນໃໝ່ໃນປີນີ້ອາດໄດ້ຮັບຜົນກະທົບ.

ປັດຈຸບັນການຜະລິດ iPhone ຮຸ່ນໃໝ່ນີ້ກຳລັງຢູ່ໃນຂັ້ນຕອນ EVT (Engineering Verification Test) ຫຼືວ່າ ການທົດສອບທາງວິສະວະກຳ ເຊິ່ງຫາກທີມງານສາມາດເພີ່ມຄວາມໄວໃນຂະບວນການຕ່າງໆ ໃຫ້ສຳເລັດໄດ້ທັນ ປາຍເດືອນ ມິຖຸນາ ຫຼື ຕົ້ນເດືອນ ກໍລະກົດ ນີ້ ກໍອາດຈະມີຄວາມເປັນໄປໄດ້ທີ່ການຜະລິດເພື່ອຈຳໜ່າຍໃນວົງກວ້າງ ແລະ ເປັນໄປຕາມແຜນການທີ່ເຄີຍວາງໄວວ່າຈະເປີດຕົວ ແລະ ວາງຈຳໜ່າຍໃນເດືອນ ກັນຍາ 2022 ນີ້.

Apple ມີແຜນທີ່ຈະເປີດຕົວ ແລະ ວາງຈຳໜ່າຍ iPhone ໃນປີນີ້ 4 ຮຸ່ນໄດ້ແກ່: iPhone 14, 14 Pro, 14 Max ແລະ 14 Pro Max ໂດຍຄາດວ່າຈະມີຢ່າງໜ້ອຍ 1 ຮຸ່ນທີ່ການພັດທະນາຕ້ອງມີການເລື່ອນອອກໄປ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/