ຈົບແລ້ວ! ລັດຖະບານອັງກິດອະນຸມັດໃຫ້ Todd Boehly ເຂົ້າຊື້ Chelsea ໄດ້ ພ້ອມອະນຸມັດເງິນໃຫ້ຊື້ນັກເຕະ ຈຳນວນ 200 ລ້ານປອນ


ໃນທີ່ສຸດ ມະຫາກາບການເຂົ້າຊື້ສະໂມສອນ ເຊວຊີ ກໍໄດ້ສິ້ນສຸດລົງຢ່າງເປັນທາງການ ເມື່ອລັດຖະບານຂອງປະເທດອັງກິດ  ແລະ ທາງ ພຣີເມຍລີກ ເຫັນດີກົງກັນວ່າ ອະນຸຍາດໃຫ້ ກຸ່ມທຶນຂອງ ທັອດ ໂບລີ້ ມະຫາເສດຖີຈາກ ອາເມຣິກາ ເຂົ້າມາຊື້ສະໂມສອນເຊວຊີໄດ້ ດ້ວຍຈຳນວນເງິນ 4.25 ພັນລ້ານປອນ.

ນີ້ເປັນຂ່າວດີສໍາລັບສະໂມສອນ ແລະ ແຟນໆເຊວຊີ, ເຊິ່ງຕະຫຼອດເກືອບ 3 ເດືອນທີ່ຜ່ານມາໄດ້ຕົກຢູ່ໃນຄວາມຫຍຸ້ງຍາກໃນການບໍລິຫານຈັດການຕ່າງໆ ນັບຕັ້ງແຕ່ ໂຣມັນ ອັບບຣາໂມວິສ ,ເຈົ້າຂອງຄົນເກົ່າ ຖືກທາງລັດຖະບານອັງກິດ ບີບບັງຄັບໃຫ້ຂາຍສະໂມສອນ ພາຍໃຕ້ມາດຕະການຂວໍ້າບາດຂອງປະເທດອັງກິດ ທີ່ມີຕໍ່ມະຫາເສດຖີ ຊາວຣັດເຊຍຄົນນີ້ ເນື່ອງຈາກສະພາບການສົງຄາມລະຫວ່າງ ຣັດເຊຍ ກັບ ຢູເຄຣນ.

ຕະຫຼອດໄລຍະຜ່ານມາ ຂະບວນການຊື້ຂາຍແມ່ນມີຂໍ້ຫຍຸ້ງຍາກ ແລະ ໃຊ້ເວລາດົນກວ່າທີ່ຄາດໄວ້. ນັບຕັ້ງແຕ່ຂະບວນການເປີດປະມູນເພື່ອໃຫ້ໄດ້ລາຄາທີ່ສູງທີ່ສຸດ. ຈົນຮອດຂະບວນການເຈລະຈາກັບ ອັບບຣາໂມວິສ ເພື່ອຫາທາງອອກຮ່ວມກັນວ່າ ລາຍໄດ້ ແລະ ຜົນປະໂຫຍດໃດໆ ທີ່ໄດ້ຈາກການຂາຍ ເຊວຊີ ຈະບໍ່ກັບໄປເຂົ້າກະເປົາຂອງ ອັບບຣາໂມວິສອີກ.

ເຖິງແມ່ນວ່າ ຈະລະບຸກຸ່ມທຶນທີ່ຈະເຂົ້າມາເປັນເຈົ້າຂອງໄດ້ແລ້ວ ຕັ້ງແຕ່ຕົ້ນເດືອນ ພຶດສະພາ ແຕ່ ໃນໄລຍະ 2 ອາທິດທີ່ຜ່ານມາ ການເຈລະຈາກໍເກີດຂໍ້ຂັດແຍ້ງຫຼາຍຢ່າງ ແລະ ສ້າງຄວາມກັງວົນວ່າການເຂົ້າຊື້ທີມຄັ້ງນີ້ອາດບໍ່ສຳເລັດ ໂດຍສະເພາະແມ່ນ ກໍລະນີເງິນກູ້ 1,600 ລ້ານປອນ ທີ່ ເຊວຊີ ຕິດ ອັບບຣາໂມວິສ ຢູ່.

ຢ່າງໃດກໍຕາມ, ລັດຖະບານອັງກິດໄດ້ປະກາດໃນຕອນເຊົ້າວັນທີ 25 ພຶດສະພາ ວ່າການຂາຍ ເຊວຊີ ໄດ້ຖືກອະນຸມັດຢ່າງເປັນທາງການແລ້ວ. ໂດຍທາງໂຄສົກຂອງທາງ ລັດຖະບານໄດ້ເປີດເຜີຍຜ່ານຖະແຫຼງການວ່າ:
“ໃນ​ຕອນ​ກາງ​ຄືນ​ຂອງ​ຄືນ​ຜ່ານ​ມາ ລັດຖະບານອັງກິດໄດ້ອອກໃບອະນຸຍາດຂາຍສະໂມສອນບານເຕະ ເຊວຊີ ໄດ້ແລ້ວ ຫຼັງຈາກການຂວໍ້າບາດຕໍ່ ໂຣມັນ ອັບບຣາໂມວິສ ລັດຖະບານໄດ້ເຮັດວຽກຢ່າງໜັກເພື່ອໃຫ້ໝັ້ນໃຈວ່າ ເຊວຊີ ຈະສາມາດນຳທີມລົງແຂ່ງຂັນຕໍ່ໄປໄດ້ ແຕ່ຕ້ອງມີຄວາມຊັດເຈນວ່າອະນາຄົດຂອງສະໂມສອນຈະຢູ່ພາຍໃຕ້ເຈົ້າຂອງໃໝ່ໃນໄລຍະຍາວ”.

“ດຽວນີ້ພວກເຮົາພໍໃຈຫຼາຍທີ່ຮູ້ວ່າ ລາຍໄດ້ຈາກການຂາຍທີມ ທັງໝົດ ມັນຈະບໍ່ເປັນປະໂຫຍດຕໍ່ ໂຣມັນ ອັບບຣາໂມວິສ ຫຼື ຄົນອື່ນໆ ທີ່ຖືກລົງໂທດ. ຕອນນີ້ພວກເຮົາໄດ້ເລີ່ມຂະບວນການຮັບປະກັນວ່າລາຍໄດ້ຈາກການຂາຍທີມ ຈະ​ຖືກ​ນຳ​ໃຊ້​ໃນ​ວຽກ​ງານ​ມະ​ນຸດ​ສະ​ທຳ​ ໃນຢູ​ເຄຣນ ເພື່ອໃຫ້ການສະໜັບສະໜູນແກ່ຜູ້ຖືກເຄາະຮ້າຍຈາກສົງຄາມ.”

ໂດຍຕະຫຼອດໄລຍະ 3 ເດືອນທີ່ຜ່ານມາ ດ້ວຍຄວາມບໍ່ແນ່ນອນໄດ້ເຮັດໃຫ້ ເຊວຊີ ຕ້ອງເສຍໂອກາດໃນການເຈລະຈາຕໍ່ສັນຍາກັບອັນໂຕນິໂອ ຣູດິເກີ້ ກອງຫຼັງຕົວຫຼັກຂອງທີມ ທີ່ກຳລັງຈະໝົດສັນຍາ ທີ່ປັດຈຸບັນ ຣູດິເກີ້ ໄດ້ຕົກລົງສັນຍາໃໝ່ ກັບ ສະໂມສອນ ເຣອັນ ມາດຣິດ ທີມດັງຈາກສະເປນ ໄປເປັນທີ່ຮຽບຮ້ອຍແລ້ວ. ໂດຍດາວເຕະທີມຊາດເຢຍລະມັນຍອມຮັບວ່າບໍ່ສາມາດລໍຖ້າຄວາມຊັດເຈນຈາກສະໂມສອນໄດ້. ນອກຈາກນີ້, ຍັງມີ ອັນເດຣ ຄຣິສຕຽນເຊັນ ກອງຫຼັງອີກຄົນໜຶ່ງທີ່ກຳລັງຈະໝົດສັນຍາ ແລ້ວຍ້າຍໄປຢູ່ກັບ ບາເຊໂລນາໃນລະດູການໜ້າ.

ສຳລັບແຜນການເສີມຄຸມກຳລັງນັກເຕະ ໃນໄລຍະປິດລະດູການນີ້, ມີລາຍງານອອກມາວ່າ ກຸ່ມທຶນຂອງ ທັອດໂບລີ້ ຈະໃຫ້ງົບແກ່ທີມ ປະມານ 200 ລ້ານປອນ ເພື່ອສ້າງຄວາມເຂັ້ມແຂງໃຫ້ທີມ ແລະ ຈັດການເລື່ອງຕໍ່ສັນຍາສະບັບໃໝ່ສໍາລັບ ເມຊັນ ເມົ້າ ກອງກາງອະນາຄົດຂອງທີມ ແລະ ຣິສ ເຈມ ແບັກຊ້າຍຕົວຫຼັກຂອງທີມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/