ລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ທຸກຄົນພ້ອມກັນລົດຜ່ອນການສູບຢາ


ທ່ານບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ປະທານຄະນະກໍາມະການແຫ່ງຊາດເພື່ອການຄວບຄຸມຢາສູບ ໄດ້ຖະແຫຼງຕໍ່ສື່ມວນຊົນ ໃນຕອນແລງວັນທີ 23 ພຶດສະພາ 2022 ທີ່ກະຊວງສາທາລະນະສຸກ ເນື່ອງໃນໂອກາດໃນວັນງົດສູບຢາໂລກ ແລະ ວັນງົດສູບຢາແຫ່ງຊາດ, ວັນທີ 31 ພຶດສະພາ 2022 ນີ້ວ່າ: ທຸກໆປີ ກະຊວງສາທາລະນະສຸກ ແລະ ຄະນະກໍາມະການແຫ່ງຊາດເພື່ອການຄວບຄຸມຢາສູບ ຮ່ວມກັບ ອົງການອະນາໄມໂລກ, ສະມາພັນຄວບຄຸມຢາສູບອາຊຽນ ແລະ ປະຊາຊົນລາວໃນຂອບເຂດທົ່ວປະເທດໄດ້ຮ່ວມກັນສະເຫຼີມສະຫຼອງ ວັນງົດສູບຢາໂລກ ແລະ ວັນງົດສູບຢາແຫ່ງຊາດ ເພື່ອເປັນການສື່ໃຫ້ເຫັນຜົນກະທົບທີ່ເກີດຈາກຢາສູບຕໍ່ ສຸຂະພາບ, ສັງຄົມ ແລະ ເສດຖະກິດ.

ການສະເຫຼີມສະຫຼອງວັນງົດສູບຢາໂລກກໍຄືວັນງົດສູບຢາແຫ່ງຊາດປີນີ້ ແມ່ນພາຍໃຕ້ຫົວຂໍ້ “ຢາສູບສົ່ງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ”. ຢາສູບເປັນໄພຄຸກຄາມຕໍ່ສິ່ງແວດລ້ອມນັບແຕ່ ການຕັດໄມ້ ທໍາລາຍປ່າເພື່ອປູກຢາສູບ, ການເຮັດສວນຢາສູບ ຍັງທໍາລາຍສານອາຫານໃນດິນ ແລະ ຍັງສ້າງມົນລະພິດຫຼາຍ ຍ້ອນການໃຊ້ຢາຂ້າແມງໄມ້ ແລະ ປຸ໋ຍເຄມີເປັນຈໍານວນຫຼວງຫຼາຍ, ການບົ່ມໃບຢາສູບຍັງຕ້ອງໃຊ້ຟືນເຊິ່ງເປັນການທໍາລາຍທໍາມະຊາດເຊັ່ນກັນ. ນອກຈາກນີ້, ຫຼັກຖານທາງດ້ານວິທະຍາສາດຢັ້ງຢືນວ່າ ບໍ່ມີລະດັບໃດຂອງການໄດ້ຮັບຄວັນຢາສູບມີຄວາມປອດໄພ, ຄວັນຢາສູບເປັນໜຶ່ງໃນມົນລະພິດທາງອາກາດທີ່ສົ່ງຜົນກະທົບຮ້າຍແຮງຕໍ່ທັງຜູ້ສູບແລະຜູ້ໄດ້ຮັບຄວັນຢາສູບມືສອງ, ມີແຕ່ເຮັດໃຫ້ ສະພາບແວດລ້ອມປອດຄວັນຢາສູບ 100% ເທົ່ານັ້ນຈຶ່ງມີຄວາມປອດໄພ.

ຢາສູບເຮັດໃຫ້ຄົນທົ່ວໂລກເສຍຊີວິດປະມານ 8 ລ້ານຄົນຕໍ່ປີ, ຖ້າບໍ່ມີມາດຕະການທີ່ເຄັ່ງຄັດ ຄາດວ່າຜູ້ເສຍຊີວິດຈະເພີ້ມຂຶ້ນເປັນ 1 ຕື້ຄົນພາຍໃນສະຕະວັດນີ້. ສຳລັບ ສປປ ລາວ, ອີງຕາມການສຳຫຼວດແຫ່ງຊາດ ກ່ຽວກັບການສູບຢາໃນກຸ່ມຄົນອາຍຸ 15 ປີຂຶ້ນໄປ ເຫັນວ່າມີທ່າອ່ຽງເພີ່ມຂຶ້ນຈາກ 25.5% ໃນປີ 2012 ເປັນ 27.9% ໃນປີ 2015. ນອກຈາກນີ້, ການສຳຫຼວດກ່ຽວກັບການສູບຢາຂອງໄວໜຸ່ມລາວກຸ່ມອາຍຸ 13-15 ປີ ໃນປີ 2016 ພົບວ່າໄວໜຸ່ມຊາຍແລະຍິງສູບຢາສູບຈາກໂຮງງານ 10.7% ແລະ 2.1% ແລະ ສູບຢາສູບໄຟຟ້າ 5% ແລະ 3.7% ຕາມລໍາດັບ.

ໃນບົດລາຍງານວຽກງານຄວບຄຸມຢາສູບ ຂອງສະມາພັນຄວບຄຸມຢາສູບອາຊຽນ ປີ 2021 ສະເໜີໃຫ້ເຫັນວ່າ ຄົນລາວເສຍຊີວິດຍ້ອນພະຍາດທີ່ເກີດຈາກການສູບຢາປະມານ 7,000 ຄົນຕໍ່ປີ ຫຼື 19 ຄົນຕໍ່ມື້ ເຊິ່ງຖືວ່າເປັນຕົວເລກທີ່ສູງ ແລະ ໜ້າຕົກໃຈ. ນອກຈາກນີ້ ຍັງຊີ້ໃຫ້ເຫັນເຖິງຄ່າໃຊ້ຈ່າຍທັງທາງກົງ ແລະ ທາງອ້ອມ ໃນການປິ່ນປົວພະຍາດທີ່ເກີດຈາກການສູບຢາໃນລະດັບຊາດ ແມ່ນ 428 ລ້ານໂດລາ ຫຼື ປະມານ 2.24% ຂອງ GDP.

ກະຊວງສາທາລະນະສຸກຈຶ່ງໄດ້ປັບປຸງກົດໝາຍວ່າດ້ວຍການຄຸມຢາສູບເພື່ອໃຫ້ມີເນື້ອໃນ ຮັດກຸມ, ແລະສອດຄ່ອງກັບສະພາບການປ່ຽນແປງກ່ຽວກັບການຜະລິດ, ການນໍາເຂົ້າແລະການຊື້-ຂາຍຜະລິດຕະພັນຢາສູບແລະສະພາບຄວາມເປັນຈິງໃນປັດຈຸບັນ, ໃຫ້ອົງການທີ່ຮັບຜິດຊອບວຽກການຄວບຄຸມຢາສູບ ກໍຄືຂະແໜງການສາທາລະນະສຸກ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ສາມາດເຄື່ອນໄຫວວຽກງານຄວບຄຸມຢາສູບ ໄດ້ຢ່າງມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ທັງຮັບປະກັນການລົດຜ່ອນການສູບຢາຂອງປະຊາຊົນບັນດາເຜົ່າ, ລົດຜ່ອນການເປັນພະຍາດ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນຈາກການຊົມໃຊ້ຢາສູບ, ສົ່ງເສີມໃຫ້ພົນລະເມືອງທຸກຄົນ ໃຫ້ມີສຸຂະພາບແຂງແຮງ, ມີອາຍຸຍືນຍາວ ແລະ ປະຕິບັດຕາມຂໍ້ແນະນໍາຂອງສົນທິສັນຍາສາກົນວ່າດ້ວຍການຄວບຄຸມຢາສູບທີ່ ສປປ ລາວ ເປັນພາຄີ.

ສະນັ້ນ,ຂ້າພະເຈົ້າໃນນາມປະທານຄະນະກໍາມະການແຫ່ງຊາດເພື່ອການຄວບຄຸມຢາສູບຂໍຮຽກຮ້ອງມາຍັງທຸກກະຊວງ, ອົງການ, ທຸກພາກສ່ວນທັງພາກລັດແລະເອກະຊົນແລະສື່ມວນຊົນທຸກຂະແໜງທັງຢູ່ສູນກາງ ແລະ ທ້ອງຖີ່ນ ເປັນເຈົ້າການໃນການເຜີຍແຜ່ແລະຈັດຕັ້ງປະຕິບັດກົດໝາຍສະບັບນີ້ ໃຫ້ມີປະສິດທິພາບແລະປະສິດທິຜົນ ໂດຍສະເພາະພາກທຸລະກິດຢາສູບ ຕ້ອງໄດ້ໃຫ້ຄວາມຮ່ວມມືໃນການບັງຄັບໃຊ້ກົດໝາຍສະບັບດັ່ງກ່າວຢ່າງເຂັ້ມງວດ.

ໃນໂອກາດວັນງົດສູບຢາໂລກປີນີ້ ຂ້າພະເຈົ້າ ຂໍເຊີນຊວນບັນດາທ່ານທີ່ຍັງສູບຢາ ຈົ່ງພ້ອມກັນລົດຜ່ອນການສູບຢາແລະກ້າວໄປສູ່ ການອອກຢາສູບເພື່ອເປັນການປົກປ້ອງຕົນເອງ, ລູກຫຼານ, ຄອບຄົວ ແລະຄົນອ້ອມຂ້າງຈາກການໄດ້ຮັບຄວັນຢາ ຈາກທ່ານທີ່ສູບຢາ ຫຼື ວ່າຄວັນຢາສູບມືສອງ ກໍຄືການເປັນພະຍາດຮ້າຍແຮງຕ່າງໆ ໂດຍສະເພາະພະຍາດຫົວໃຈ-ເສັ້ນເລືອດ, ມະເຮັງ ແລະ ພະຍາດປອດຊຳເຮື້ອ.

ຈົ່ງພ້ອມກັນເຮັດໃຫ້ສະພາບແວດລ້ອມປອດຄວັນຢາສູບ ແລະ ເຮັດໃຫ້ການບໍ່ສູບຢາກາຍເປັນຄ່ານິຍົມໃໝ່ຂອງສັງຄົມລາວ ເພື່ອປົກປ້ອງຄົນຮຸ່ນໃໝ່ຈາກການເຂົ້າສູ່ວົງຈອນການເສບຕິດຢາສູບ, ເຮັດໃຫ້ທຸກຄົນດຳລົງຊີວິດໃນສະພາບແວດລ້ອມທີ່ປາສະຈາກຄວັນຢາສູບ 100% ແລະ ມີສຸຂະພາບແຂງແຮງ, ມີອາຍຸຍືນຍາວປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.

ຂອບໃຈຂໍ້ມູນຈາກ: https://cutt.ly/kH3iwEs

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/