ຄົ້ນພົບແຂ້ວມະນຸດບູຮານອາຍຸ 100,000 ປີ ທີ່ພາກເໜືອຂອງປະເທດລາວ


ໃນອາທິດທີ່ຜ່ານມາ ມີລາຍງານວ່າ ມີການຄົ້ນພົບແຂ້ວບູຮານອາຍຸ 100,000 ປີ ທີ່ພາກເໜືອໃນຖ້ຳງູເຫົ່າ ສາຍພູອັນນຳ ທີ່ເປັນສາຍພູຕາມຊາຍແດນລະຫວ່າງປະເທດຫວຽດນາມ ແລະ ປະເທດລາວ.

ນັກວິທະຍາສາດຄາດວ່າເປັນແຂ້ວຂອງມະນຸດບູຮານເດນິໂຊວານ (Denisovans) ມະນຸດບູຮານທີ່ຢູ່ໃນຕະກູນ ໂຮໂມ (Homo) ທີ່ສູນພັນໄປເມື່ອ 40,000 ປີກ່ອນ ແລະ ເຄີຍຄົ້ນພົບຫຼັກຖານວ່າມີມະນຸດສາຍພັນດັ່ງກ່າວໃນແຖບປະເທດຈີນ ແລະ ໄຊບີເຣຍ.

ແຂ້ວບູຮານນີ້ ສັນນິຖານວ່າເປັນແຂ້ວຂອງເດັກນ້ອຍຜູ້ຍິງອາຍຸ 3-8 ປີ ຄາດວ່າມີອາຍຸປະມານ 131,000-164,000 ປີກ່ອນ ເຊິ່ງນີ້ເປັນຫຼັກຖານວ່າ ມະນຸດບູຮານສາຍພັນເດນິໂຊວານມີທີ່ຢູ່ອາໄສໃນພື້ນທີ່ກວ້າງຂວາງ ພວກເຂົາຂະຫຍາຍອານາເຂດມາເອເຊຍຕາເວັນອອກສຽງໃຕ້ ແລະ ພວກເຂົາສາມາດປັບຕົວກັບສະພາບອົບອຸ່ນຂອງພື້ນທີ່ໃໝ່ໄດ້ ເພາະບັກທຶກການຄົ້ນພົບຄັ້ງກ່ອນ ຖືກພົບຢູ່ເຂດທີ່ມີອາກາດໜາວເຢັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/