ພະລັງງານໃນອະນາຄົດ! ເມື່ອສາຫຼ່າຍສາມາດຜະລິດກະແສໄຟຟ້າໄດ້!!!


ສາຫຼ່າຍ ຫຼາຍຄົນອາດຈະລຶ້ງເຄີຍໃນການເບິ່ງມັນເປັນອາຫານ ເຊິ່ງສາຫຼ່າຍນັ້ນມີປະໂຫຍດກວ່າການເປັນອາຫານມາດົນແລ້ວ ເພາະມັນສາມາດດູດຊັບຄາບອນ ແລະ ສາມາດນຳມາເປັນວັດສະດຸທົດແທນໄດ້ເປັນຢ່າງດີ. ແລະຫຼ້າສຸດ ມີນະວັດຕະກຳໃໝ່ ໂດຍໃຊ້ສາຫຼ່າຍເປັນຕົວຜະລິດໄຟຟ້າໄດ້ ເຊິ່ງໃຊ້ໃນການຜະລິດພະລັງງານໄຟຟ້າໃຫ້ຊິບຄອມພິວເຕີ.

ທີມນັກວິໄຈຈາກມະຫາວິທະຍາໄລແຄມບຣິຈ (Cambridge University) ໄດ້ເຜີຍວ່າ ພວກເຂົາໄດ້ໃຊ້ສາຫຼ່າຍເພື່ອຜະລິດພະລັງງານໄຟຟ້າໃຊ້ໃຫ້ຊິບຄອມພິວເຕີ ໂດຍລະບຸວ່າ ລະບົບດັ່ງກ່າວມີຂະໜາດທຽບເທົ່າກັບຖ່ານ AA ໂດຍໃຊ້ສາຫຼ່າຍສິຂຽວຟ້າບໍ່ມີພິດທີ່ຊື່ວ່າ Synechocystis.

ທີມນັກວິໄຈກ່າວວ່າ ສາຫຼ່າຍດັ່ງກ່າວສາມາດເກັບພະລັງງານໂດຍທຳມະຊາດຈາກການສັງເຄາະແສງຈາກດວງຕາເວັນ ໂດຍກະແສໄຟຟ້າຖືກນຳມາໃຊ້ເປັນພະລັງງານໃຫ້ Microprocessor ຊິບປະມວນຜົນຂອງຄອມພິວເຕີ.

Christ Howe ໜຶ່ງໃນທີມນັກວິໄຈເວົ້າວ່າ “ອຸປະກອນສັງເຄາະແສງດັ່ງກ່າວ ບໍ່ມີການລົດລົງຂອງແບັດເຕີຣີ້ເລີຍ ເພາະມັນໃຊ້ແສງເປັນແຫຼ່ງພະລັງງານຢ່າງຕໍ່ເນື່ອງ”

ລະບົບຜະລິດກະແສໄຟຟ້ານີ້ມີສັກກະຍະພາບທີ່ອາດຈະເປັນແຫຼ່ງໝຸນວຽນໃນອະນາຄົດ ອາດນຳມາໃຊ້ໃຫ້ພະລັງງານກັບອຸປະກອນໄຟຟ້າຂະໜາດນ້ອຍໄດ້ ແຖມຍັງເປັນວັດສະດຸທີ່ຫາໄດ້ທົ່ວໄປ ມີລາຄາບໍ່ແພງ ແລະ ຍັງຣີໄຊເຄິລໄດ້ອີກ ອາດສາມາດເຂົ້າເຖິງພື້ນທີ່ທີ່ຢູ່ຫ່າງໄກໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/