Titan ບຸກ! ຊາວຍີ່ປຸ່ນກວ່າ 100 ຄົນ ຮ່ວມກັນປັ່ນລົດຖີບ ດ້ວຍຊຸດ Attack On Titan ເພື່ອຕ້ອນຮັບເທສະການທ່ອງທ່ຽວ ແມ່ນໍ້າຮິດະ


ເອີ້ນໄດ້ວ່າເປັນເຫດການທີ່ Titan ບຸກໂລກຂອງແທ້! ເມື່ອຊາວຍີ່ປຸ່ນ ກວ່າ 100 ຄົນຮ່ວມກັນແຕ່ງຕົວ Titan ພາກັນປັ່ນລົດຖີບ ເພື່ອເປັນການສົ່ງເສີມການທ່ອງທ່ຽວ ໃນພື້ນທີ່.

ກິດຈະກຳດັ່ງກ່າວມີຊື່ວ່າ Tour de Kyushu 2023 ຖືກຈັດຂຶ້ນທີ່ແຂວງ ໂອອິຕະ ເກາະຄິວຊູ ປະເທດຍີ່ປຸ່ນ ເມື່ອວັນທີ 22 ພຶດສະພາ 2022 ທີ່ຜ່ານມາ. ໂດຍເປັນການຮວບຮວມເອົາຊາວຍີ່ປຸ່ນ ແລະ ນັກສຶກສາ ຈຳນວນ 100 ຄົນ ມາຮ່ວມກັນປັ່ນລົດຖີບ ເພື່ອເປັນການສົ່ງເສີມການທ່ອງທ່ຽວໃນເທສະການ ແມ່ນໍ້າ ຮິດະ.

ແຕ່ທີ່ໂດດເດັ່ນ ແລະ ເປັນທີ່ເວົ້າເຖິງກໍຄົງຈະແມ່ນຊຸດຂອງນັກປັ່ນຈຳນວນ 100 ຄົນທີ່ເຂົ້າຮ່ວມ, ເພາະທຸກຄົນ ຈະຕ້ອງໃສ່ຊຸດ ທີ່ເປັນລວດລາຍຂອງ ໄທທັນ ຫຼື ຍັກ ໃນເລື່ອງ Attack on Titan ທີ່ເປັນອະນິເມະອີກໜຶ່ງເລື່ອງຂອງຍີ່ປຸ່ນ ທີ່ໄດ້ຮັບຄວາມນິຍົມເປັນຢ່າງສູງ ທັງພາຍໃນ ແລະ ຕ່າງປະເທດ.

Attack on Titan ເປັນອະນິເມະທີ່ມີຕົ້ນສະບັບຈາກມັງງະທີ່ຂຽນໂດຍ ອິຊາຍາມະ ຮາຈິເມະ, ພິມໃນປີ 2009 ຈົນຮອດປີ 2021 ແລະ ມີທັງໝົດ 34 ເຫຼັ້ມ. ໂດຍກາຕູນເລື່ອງນີ້ເປັນການເລົ່າເຖິງໂລກມະນຸດທີ່ຖືກຄຸກຄາມຈາກສິ່ງທີ່ມີຊີວິດຂະໜາດໃຫຍ່ ຫຼຶ ທີ່ໃນເລື່ອງເອີ້ນວ່າ Titan ເຮັດໃຫ້ເຫຼົ່າມະນຸດຕ້ອງສ້າງກຳແພງ ສູງ 50 ແມັດ ເປັນຈຳນວນ 3 ຊັ້ນ ເພື່ອປ້ອງກັນໄພອັນຕະລາຍຈາກການຮຸກຮານຂອງ Titan ທີ່ຈະເຂົ້າມາຈັບມະນຸດໄປກິນເປັນອາຫານ.

ເຫດຜົນ​ທີ່​ນັກ​ປັ່ນ​ລົດຖີບ​ເຫຼົ່າ​ນີ້ຕ້ອງ​ນຸ່ງ​ເຄື່ອງ​ເປັນ​ Titan ​ແມ່ນ​ຍ້ອນ​ແຂວງ ໂອອິຕະ ແມ່ນບ້ານເກີດຂອງອິຊາຍາມະ ຮາຈິເມະ, ຜູ້ແຕ່ງເລື່ອງ Attack on Titan. ເຊິ່ງກິດຈະກຳຄັ້ງນີ້ໄດ້​ຮັບ​ຄໍາຍ້ອງຍໍຊົມເຊີຍ ແລະ ມີແຟນອະນິເມະ ຫຼາຍໆຄົນພາກັນມາຖ່າຍຮູບ ພ້ອມກັບສຽງຮືຮາດັງຕະຫຼອດກິດຈະກໍາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/