ປ່ຽນແທ້ປ່ຽນຈິງ! ຫຼັງພົມແດງ ຢືນຢັນແລ້ວວ່າ ມີການປ່ຽນຕົວນັກສະແດງ


ຫຼັງຈາກທີ່ຜູ້ສ້າງຊີຣີ້ ຫຼັງພົມແດງ ໂພສຜ່ານ Facebook ສ່ວນຕົວ ກ່ຽວກັບການປ່ຽນຕົວນັກສະແດງ ໂດຍໂພສແບບລອຍໆຈົນແຟນຊີຣີ້ໃຈຫາຍ ແລະ ຕົກໃຈໄປພ້ອມໆກັນ. ຫຼ້າສຸດ ກໍໄດ້ມີການປະຊຸມປຶກສາຫາລືກັນທັງ 3 ຝ່າຍ ທັງຜູ້ກຳກັບ, ຜູ້ສ້າງ ແລະ ຜູ້ຜະລິດ ໄດ້ເຫັນດີກັນປ່ຽນນັ້ນກໍຄືປ່ຽນຄູ່ ຈາກຄູ່ເດີມແມ່ນ:

ອາສຸນ ສົມແພງ ລາວເຊີງ ຮັບບົດເປັນ ບອຍ ໜຸ່ມສຸພາບບູລຸດ ແລະ ໜຸ່ມ ອາລີ້ ທະນູພົນ ໄຊຖາວອນ ຮັບບົດເປັນ ຕົ້ນ ໜຸ່ມ play boy ສາຍເປໃນເລື່ອງ ທັງສອງ ໄດ້ສະຫຼັບບົດກັນ. ນັ້ນກໍໝາຍຄວາມວ່າ ທັງສອງ ໄດ້ສະຫຼັບຄູ່ເຊັ່ນດຽວກັນ, ອາສຸນ ໄດ້ມາຄູ່ກັບ ອາໜິງ ແລະ ອາລີ້ ໄດ້ຄູ່ກັບແອນນາ.

ເນື່ອງຈາກວ່າ ຜູ້ກຳກັບເຫັນວ່າ ເຄມີຫຼັງຈາກສະຫຼັບຄູ່ກັນ ແລ້ວຄູ່ໃໝ່ເຂົ້າກັນຫຼາຍກວ່າ ບວກກັບຄາແຣັກເຕີ້ທີ່ທັງອາສຸນ ແລະ ອາລີ້ ເຂົ້າກັບຕົວລະຄອນທີ່ສະຫຼັບໃໝ່ຫຼາຍກວ່າ. ເປັນການສະຫຼັບຄູ່ສົນລະວົນກັນເລີຍກໍວ່າໄດ້ ແຕ່ກໍເປັນການປ່ຽນຄູ່ທີ່ທາງຜູ້ໃຫຍ່ຄິດວ່າເໝາະສົມ ແລະ ລົງຕົວສຸດທີ່ແລ້ວ.

ອີກບໍ່ດົນກໍຈະໄດ້ເບິ່ງຊີຣີ້ເລື່ອງ ຫຼັງພົມແດງ ກັນແລ້ວ ເລື່ອງນີ້ມີຄົບທຸກຣົດຊາດກັນຢ່າງແນ່ນອນ ເພາະໃນເລື່ອງແມ່ນຈະປະກອບມີ 5 ຄູ່ດ້ວຍກັນ ມີທັງນັກສະແດງທີ່ມີປະສົບການຫຼາກຫຼາຍຄວາມສາມາດ ແລະ ນັກສະແດງໜ້າໃໝ່ ທີ່ໜ້າສົນໃຈ ມາພ້ອມກັບບົດເລື່ອງທີ່ໜ້າຕິດຕາມ.

ທຸກຄົນສາມາດຕິດຕາມ ແລະ ໃຫ້ກຳລັງໃຈເລື່ອງ “ຫຼັງພົມແດງ” ໄດ້ທີ່: https://cutt.ly/oH1T5zq

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/