Apple ກຽມບຸກຕະຫຼາດເກມ ໂດຍມີແຜນການເຂົ້າຊື້ບໍລິສັດ EA ບໍລິສັດຜະລິດເກມຊັ້ນນຳລະດັບໂລກ


ໃນໄລຍະຜ່ານມາ ອຸດສາຫະກຳເກມແມ່ນໄດ້ຮັບຄວາມນິຍົມເປັນຢ່າງສູງ ຫຼາຍບໍລິສັດທີ່ຜະລິດເກມ ມີການເຕີບໂຕຢ່າງກ້າວກະໂດດ ເຮັດໃຫ້ກາຍເປັນທີ່ສົນໃຈຂອງບໍລິສັດໃຫຍ່ໆ ທີ່ຫວັງຈະເຂົ້າມາຕໍ່ຍອດທຸລະກິດຂອງຕົນຈາກວົງການເກມ.

ຫຼ້າສຸດ ມີລາຍງານອອກມາວ່າ ບໍລິສັດ Apple ທີ່ເປັນບໍລິສັດຊັ້ນນຳໃນການຜະລິດ ອຸປະກອນອີເລັກໂທຣນິກ ກຳລັງຢູ່ໃນຂັ້ນຕອນການເຈລະຈາໃນການເຂົ້າຊື້ ບໍລິສັດ Electronic Arts (EA) ທີ່ເປັນບໍລິສັດຜະລິດເກມຊື່ດັງຫຼາຍເກມເຊັ່ນ: Apex Legends, The sims, FIFA, Madden ແລະ ອີກຫຼາຍໆເກມ. ນອກຈາກ Apple ແລ້ວຍັງມີ Disney ແລະ Amazon ທີ່ໃຫ້ຄວາມສົນໃຈໃນການເຂົ້າຊື້ ບໍລິສັດ EA ເຊັ່ນກັນ.

ເຊື່ອກັນວ່າຄວາມສົນໃຈຄັ້ງນີ້ຂອງ Apple ເກີດຂຶ້ນຫຼັງຈາກ ຄູ່ແຂ່ງຄົນສຳຄັນຢ່າງ Microsoft ໄດ້ເຂົ້າຊື້ບໍລິສັດຜະລິດເກມຊື່ດັງຢ່າງ Activision Blizzard ດ້ວຍມູນຄ່າ 6.8 ໝື່ນລ້ານໂດລາ ໃນຕົ້ນປີທີ່ຜ່ານມາ. ໂດຍຫຼັງຈາກນັ້ນບໍ່ດົນ Sony ອີກໜຶ່ງຄູ່ແຂ່ງຂອງ Apple ກໍໄດ້ມີການປະກາດເຂົ້າຊື້ ບໍລິສັດ Bungie ທີ່ເປັນບໍລິສັດຜູ້ພັດທະນາເກມ Destiny ດ້ວຍມູນຄ່າ 3.6 ພັນລ້ານໂດລາ.

ໃນປັດຈຸບັນ Apple ຍັງມີທຸລະກິດເກມພາຍໃຕ້ຊື່ Apple Arcade ເຊິ່ງເຮັດໃຫ້ລູກຄ້າຂອງ Apple ສາມາດຫຼິ້ນເກມແບບບໍ່ມີໂຄສະນາຜ່ານອຸປະກອນທີ່ໃຊ້ລະບົບປະຕິບັດການ iOS, macOS, ແລະ tvOS, ແຕ່ການແຂ່ງຂັນທີ່ເພີ່ມຂຶ້ນໄດ້ບັງຄັບໃຫ້ Apple ເລີ່ມຕົ້ນໃຫ້ຄວາມສົນໃຈກັບການລົງທຶນໃນເກມຫຼາຍຂຶ້ນ.

ໂດຍທີ່ຜ່ານມາ EA ກໍເປັນອີກໜຶ່ງບໍລິສັດ ທີ່ມີລາຍໄດ້ເຕີບໂຕຢ່າງສະໝໍ່າສະເໝີ.

  • ໃນປີ 2020 ມີລາຍໄດ້ 5,537 ລ້ານໂດລາ.
  • ໃນປີ 2021, ລາຍຮັບແມ່ນ 5,629 ລ້ານໂດລາ.
  • ໃນປີ 2022, ລາຍຮັບ 6,991 ລ້ານໂດລາ.

ຖ້າຈະຫາຄວາມເປັນໄປໄດ້ ແລະ ຄວາມເຊື່ອມໂຍງກັນຂອງ 2 ບໍລິສັດນີ້ ຄົງຈະແມ່ນ ທຣິບ ຮອກຄິນ (Trip Hawkins) ຜູ້ກໍ່ຕັ້ງບໍລິສັດ EA ທີ່ເຄີຍເປັນຜູ້ອຳນວຍການຝ່າຍກົນລະຍຸດ ແລະ ການຕະຫຼາດຂອງ Apple ມາກ່ອນ.

ຢ່າງໃດກໍຕາມ ທາງ EA ແມ່ນຍັງບໍ່ມີຄຳເຫັນໃດໆຕໍ່ກັບການເຂົ້າຊື້ຂອງ Apple ຄັ້ງນີ້. ເຊັ່ນດຽວກັນກັບທາງຂອງ Apple ທີ່ຍັງປະຕິເສດທີ່ຈະໃຫ້ຄຳເຫັນກ່ຽວກັບເລື່ອງນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/