ຜິດພາດ ຫຼື ຕັ້ງໃຈ! BBC ສຳນັກຂ່າວຊື່ດັງ ຫຼົງຂຶ້ນຂໍ້ຄວາມວ່າ “Man U ຂີ້ເຫຍື້ອ” ລະຫວ່າງການລາຍງານການແຂ່ງຂັນ ເທັນນິສ


ລະດູການ 2021-22 ທີ່ໄດ້ປິດສາກລົງໄປບໍ່ດົນມານີ້ ເອີ້ນໄດ້ວ່າເປັນລະດູການທີ່ບໍ່ຄ່ອຍຈະດີເລີຍຂອງທີມ ແມນເຊັສເຕີ້ ຢູໄນເຕັດ ທີ່ເຄີຍຍິ່ງໃຫຍ່ໃນອະດີດ. ຈາກຜົນງານຂອງລະດູການນີ້ ເຮັດໃຫ້ທັງແຟນບານຕົນເອງ ແລະ ແຟນບານທີມອື່ນເວົ້າຂວັນຢູ່ບໍ່ເຊົາ. ຫຼ້າສຸດສຳນັກຂ່າວ BBC ໂຊຂໍ້ຄວາມຂຶ້ນມາໃນທິກເກີ້ ໃນຂະນະທີ່ຖ່າຍທອດສົດວ່າ ແມນເຊັສເຕີ້ ຢູໄນເຕັດ ກາກ.

ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 23 ພຶດສະພາ ເວລາ 9:35 ຕາມເວລາທ້ອງຖິ່ນ ໃນລະຫວ່າງທີ່ທາງສະຖານີກຳລັງມີການລາຍງານ ການແຂ່ງຂັນເທັນນິສ ລາຍການ French open ເຊິ່ງຢູ່ດີໆກໍມີຂໍູ້ຄວາມ ສຸດງົງ ຂຶ້ນມາໃນແຖບຂໍ້ຄວາມດ້ານລຸ່ມ ທີ່ຈະສະແດງຂໍ້ຄວາມສຳຄັນ ຫຼື ຫົວຂໍ້ຂ່າວທີ່ສຳຄັນຂຶ້ນມາໃນລະຫວ່າງການຖ່າຍທອດສົດ ຫຼື ເອີ້ນວ່າທິກເກີ້ (ticker).

ໂດຍຂໍ້ຄວາມດັ່ງກ່າວຂຽນໃສ່ວ່າ “Manchester United are rubbish” ທີ່ແປວ່າ ແມນ ເຊັສເຕີ້ ຢູໄນເຕັດ ຂີ້ເຫຍື້ອ ຫຼືພາສາບ້ານໆແມ່ນ ແມນຢູ ກາກ ນັ້ນເອງ. ໂດຍຂໍ້ຄວາມດັ່ງກ່າວຂຶ້ນມາໄດ້ປະມານ 2-3 ວິນາທີ ກໍໄດ້ປ່ຽນເປັນ weather rain everywhere.

ຢ່າງໃດກໍຕາມກ່ຽວກັບເຫດການດັ່ງກ່າວ ທາງ BBC ກໍໄດ້ອອກມາຂໍໂທດເປັນທີ່ຮຽບຮ້ອຍແລ້ວ ໂດຍອ້າງວ່າເກີດຈາກຄວາມຜິດພາດສ່ວນບຸກຄົນ. ໂດຍໃຫ້ຜູ້ປະກາດຂ່າວຍິງ ອອກມາກ່າວຂໍໂທດ ທາງລາຍການ BBC NEWS ໂດຍມີເນື້ອໃນວ່າ:

 “ໃນຂະນະທີ່ພວກເຮົາກໍາລັງເວົ້າເຖິງ ຫົວຂໍ້ຂອງບານເຕະ. ກ່ອນໜ້ານີ້ເລັກນ້ອຍ ບາງທ່ານອາດຈະໄດ້ສັງເກດເຫັນຂໍ້ຄວາມທີ່ຜິດປົກກະຕິກ່ຽວກັບ ທິກເກີ້ ທີ່ມີຫົວຂໍ້ຂ່າວຢູ່ດ້ານລຸ່ມຂອງໜ້າຈໍ”.

 “ມັນເປັນການສະແດງຄໍາຄິດຄໍາເຫັນກ່ຽວກັບ ແມນເຊັສເຕີ້ ຢູໄນເຕັດ ແລະ ຂ້ອຍຫວັງວ່າແຟນ ແມນເຊັສເຕີ້ ຢູໄນເຕັດ ຈະບໍ່ຜິດຫວັງກັບພວກເຮົາ ແລະ ອະນຸຍາດໃຫ້ຂ້ອຍອະທິບາຍສິ່ງທີ່ເກີດຂຶ້ນ”

 “ເຊິ່ງສິ່ງທີ່ເກີດຂຶ້ນແມ່ນມີຄົນກຳລັງຮຽນໃຊ້ ທິກເກີ້ ແລະ ໃສ່ຂໍ້ຄວາມລົງໄປໃນນັ້ນ ດັ່ງນັ້ນພວກເຂົາຈຶ່ງໄດ້ຂຽນຫຍັງກໍໄດ້ລົງໄປຫຼິ້ນໆ ແຕ່ຂໍ້ຄວາມນັ້ນໄດ້ປາກົດຂຶ້ນເທິງໜ້າຈໍຖ່າຍທອດສົດ”.

 “ພວກເຮົາຂໍອະໄພເປັນຢ່າງສູງ ຖ້າທ່ານເຫັນມັນ ແລ້ວເຮັດໃຫ້ເຈົ້າຜິດຫວັງບໍ່ພໍໃຈ. ນັ້ນເປັນຄວາມຜິດພາດຢ່າງແນ່ນອນ ແລະ ພວກເຮົາບໍ່ໄດ້ຕັ້ງໃຈໃຫ້ມັນປາກົດຢູ່ໃນໜ້າຈໍແຕ່ຢ່າງໃດ”.

        ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/