ເກີດເຫດຊາຍໃຊ້ອາວຸດປືນໄລ່ຍິງພາຍໃນໂຮງຮຽນທີ່ລັດ Texas ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 21 ຄົນ


ໃນວັນທີ 24 ພຶດສະພາ ຕາມການລາຍງານຂອງສໍານັກຂ່າວຕ່າງປະເທດໄດ້ລະບຸວ່າມີເຫດການໄລ່ຍິງກັນຂຶ້ນອີກຄັ້ງທີ່ໂຮງຮຽນປະຖົມສຶກສາແຫ່ງໜຶ່ງໃນລັດ Texas ສະຫະລັດອາເມຣິກາ ໂດຍເຫດການນີ້ເຮັດມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 21 ຄົນ ໃນນັ້ນເປັນເດັກນັກຮຽນ 18 ຄົນ ແລະ ຜູ້ໃຫຍ່ອີກ 3 ຄົນ ເຊິ່ງນັບເປັນເຫດການບຸກຍິງພາຍໃນໂຮງຮຽນຄັ້ງທີ່ຮ້າຍແຮງທີ່ສຸດຄັ້ງໜຶ່ງໃນປະຫວັດສາດຂອງລັດ Texas.

ຫຼັງຈາກນັ້ນ ເຈົ້າໜ້າທີ່ຕໍາຫຼວດໄດ້ເຜີຍວ່າ ເກີດເຫດການຂຶ້ນທີ່ໂຮງຮຽນປະຖົມສຶກສາ Robb ໃນເມືອງ Uvalde ເຊິ່ງເປັນໜຶ່ງໃນພື້ນທີ່ທີ່ມີຄົນເຊື້ອສາຍລະຕິນອາໄສຢູ່ຢ່າງໜາແໜ້ນ ໂດຍຫ່າງຈາກພົມແດນປະເທດເມັກຊິໂກປະມານ 137 ກິໂລແມັດ.

ທາງການໄດ້ສັນນິຖານວ່າ ຜູ້ລົງມືກໍ່ເຫດຄັ້ງນີ້ແມ່ນ Salvador Ramos ໄວໜຸ່ມຊາຍ ອາຍຸ 18 ປີ ທີ່ໃຊ້ອາວຸດປືນຍິງແມ່ຕູ້ຂອງຕົນເອງກ່ອນທີ່ຈະເຂົ້າໄປຍິງຄົນໃນໂຮງຮຽນ ເບື້ອງຕົ້ນແມ່ນຍັງບໍ່ຮູ້ແຮງຈູງໃຈຂອງການລົງມືກໍ່ເຫດໃນຄັ້ງນີ້ ໂດຍຜູ້ຮັບບາດເຈັບທັງໝົດແມ່ນກໍາລັງໄດ້ຮັບການສົ່ງຕົວໄປທີ່ໂຮງໝໍ ໃນພື້ນທີ່ໃກ້ໆ ບໍລິເວນດັ່ງກ່າວ.

ໂດຍເຫດການນີ້ເອີ້ນໄດ້ວ່າເປັນໜຶ່ງໃນບັນຫາທີ່ຝັງຮາກເລິກໃນສັງຄົມອາເມຣິກາມາຢ່າງດົນນານ ແລະ ນັກການເມືອງຈຳນວນຫຼາຍຄົນແມ່ນໄດ້ພະຍາຍາມທີ່ຈະຈໍາກັດສິດທິແລະຂອບເຂດໃນການຄອບຄອງອາວຸດປືນເພື່ອລົດໂອກາດແລະຄວາມເປັນໄປໄດ້ທີ່ຈະເກີດເຫດການແບບນີ້ຂຶ້ນອີກ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/