Netflix ລາຍງານຄວາມຫຼາກຫຼາຍໃນອົງກອນຄັ້ງທຳອິດທີ່ມີພະນັກງານຍິງເກືອບເຄິ່ງຂອງພະນັກງານໃນອົງກອນ


Netflix ອອກມາລາຍງານຄວາມຫຼາກຫຼາຍໃນອົງກອນເປັນຄັ້ງທຳອິດ ສະເພາະໃນສະຫະລັດອາເມຣິກາພົບວ່າມີສັດສ່ວນຜູ້ຍິງໃນອົງກອນແລ້ວ 47% ເພີ່ມຂຶ້ນ 40% ຈາກປີ 2017 ທາງບໍລິສັດບອກອີກວ່າສັດສ່ວນຜູ້ຍິງໃນທີມບໍລິຫານກໍເພີ່ມຂຶ້ນໃນລັດດຽວກັນ ສ່ວນທີມເຕັກນິກ ມີສັດສ່ວນຜູ້ຍິງ 35%.

ດ້ານຄວາມຫຼາກຫຼາຍທາງເຊື້ອຊາດ Netflix ເຜີຍວ່າ ພະນັກງານຄົນດຳມີ 8% ເພີ່ມຂຶ້ນຈາກປີ 2017 ເປັນ 2 ເທົ່າ, ກຸ່ມ Hispanic ເພີ່ມຂຶ້ນ 8.1% ຈາກເກົ່າ 6%.

ໃນຕຳແໜ່ງລະດັບຜູ້ອຳນວຍການຂຶ້ນໄປ 42% ເປັນຜູ້ມີພູມຫຼັງທາງເຊື້ອຊາດຫຼາກຫຼາຍເຊັ່ນ: ຄົນດຳ,ລາຕິນ ຫຼື Hispanic, ຕາເວັນອອກກາງ, ອາຊີ ເປັນຕົ້ນ.

ອົງກອນເຕັກໂນໂລຊີ ແລະ ຄວາມບັນເທິງເລີ່ມເບິ່ງເຫັນຄວາມສຳຄັນຂອງການມີທີມງານທີ່ມີຄວາມຫຼາກຫຼາຍ ສ່ວນໜຶ່ງເພາະສັງຄົມກົດດັນ ແລະ ເພື່ອເພີ່ມປະສິດທິພາບການເຮັດວຽກຂອງບໍລິສັດ. ໃນມຸມຂອງ Netflix ຄວາມຫຼາກຫຼາຍເປັນເລື່ອງສຳຄັນຫຼາຍ ເພາະເປີດບໍລິການໃນ 190 ປະເທດ ມີອິດທິພົນຕໍ່ວັດທະນະທຳຂອງຄົນຍຸກໃໝ່ທົ່ວໂລກ ຈຶ່ງຕ້ອງການພະນັກງານທີ່ສາມາດສະທ້ອນຄວາມຫຼາກຫຼາຍຕໍ່ສັງຄົມໄດ້ຢ່າງແທ້ຈິງ.

ປັດຈຸບັນ ຈຳນວນພະນັກງານທີ່ເຮັດວຽກເຕັມເວລາຂອງ Netflix ທີ່ເຮັດວຽກໃນ ລອສແອງເຈີລິສ ແລະ ຊິລິຄອນວັນເລ່ ມີປະມານ 8,000 ຄົນ.

Verna Myers ທີ່ເບິ່ງແຍງຄວາມຫຼາກຫຼາຍໃນ Netflix ບອກວ່າ ສັດສ່ວນຄວາມຫຼາກຫຼາຍຍັງບໍ່ຖືວ່າດີແຕ່ດີກວ່າບໍລິສັດເຕັກໂນໂລຊີສ່ວນໃຫຍ່.

ທີ່ມາ: https://www.blognone.com/node/120622