ແລກກັນເນາະ! Netflix ລົດລາຄາແພັກເກັດລົງເຄິ່ງໜຶ່ງ ແລກກັບລູກຄ້າຕ້ອງຍອມເບິ່ງໂຄສະນາ

Netflix

ໃນໄລຍະທີ່ຜ່ານມາ Netflix ຜູ້ໃຫ້ບໍລິການສະຕຣີມມິ່ງ ຮູບເງົາ ແລະ ຊີຣີ້ ຊື່ດັງຂອງໂລກ ແມ່ນເອີ້ນໄດ້ວ່າສູນເສຍລາຍໄດ້ໄປຢ່າງມະຫາສານ ຈາກການຂຶ້ນມາຂອງຄູ່ແຂ່ງ ບໍ່ວ່າຈະເປັນ Disney+ ແລະ Amazon Prime Video ເຮັດໃຫ້ທາງ Netflix ເອງ ຕ້ອງຫາວິທີການໃໝ່ໆມາດຶງລູກຄ້າກັບຄືນ ໂດຍການອອກແພັດເກັດໃໝ່ ທີ່ລົດລາຄາລົງເຄິ່ງໜຶ່ງ ແຕ່ມີໂຄສະນາ ເຊິ່ງເປັນວິທີການທີ່ທາງ Netflix ພະຍາຍາມຫຼີກເວັ້ນທີ່ຈະໃຊ້ ມາຕະຫຼອດ.

Netflix

ໂດຍອີງຕາມລາຄາແພັກເກັດເກົ່າຂອງ Netflix ທີ່ບໍ່ມີໂຄສະນາ ລາຄາຈະຢູ່ທີ່ປະມານ 15.49 ຕໍ່ເດືອນ ເຊິ່ງແພັກເກັດໃໝ່ທີ່ປັບລາຄາລົງ ແລະ ມີໂຄສະນານີ້ ແມ່ນຈະເຫຼືອຢູ່ທີ່ 5-7 ໂດລາ ໂດຍທາງ Netflix ວາງແຜນໄວ້ວ່າໂຄສະນາທີ່ຢູ່ໃນແພັກເກັດໃໝ່ນີ້ ຈະມີຄວາມຍາວຢູ່ທີ່ປະມານ 4 ນາທີ ຕໍ່ ວິດີໂອທີ່ມີຄວາມຍາວ 1 ຊົ່ວໂມງ ໂດຍຈະເນັ້ນໄປທີ່ການສະແດງໂຄສະນາກ່ອນການຮັບຊົມຮູບເງົາ ແລະ ລະຫວ່າງການຮັບຊົມ.

ລີດ ຮັສຕິງ Reed Hastings ຜູ້ບໍລິຫານ ຂອງ Netflix ກ່າວວ່າ: “ບັນດາຜູ້ຕິດຕາມ Netflix ຮູ້ດີວ່າພວກເຮົາບໍ່ມັກຄວາມຊັບຊ້ອນກ່ຽວກັບການໂຄສະນາ ແລະ ເປັນແຟນພັນແທ້ກ່ຽວກັບເລື່ອງການສະໝັກສະມາຊິກທີ່ລຽບງ່າຍ” ພ້ອມບອກວ່າ ສິ່ງນີ້ເປັນສິ່ງທີ່ສົມເຫດສົມຜົນ ສຳລັບລູກຄ້າທີ່ຕ້ອງການລາຄາທີ່ຖືກລົງ ແລະ ມີຄວາມອົດທົນຕໍ່ການໂຄສະນາເພື່ອແລກກັບສິ່ງທີ່ພວກເຂົາຕ້ອງການ.

Netflix

ໂດຍ Netflix ວາງແຜນວ່າຈະເປີດໃຫ້ບໍລິການ ແພັກເກັດໃໝ່ນີ້ໃນໄລຍະ 3 ເດືອນສຸດທ້າຍຂອງປີນີ້ ໃນຕະຫຼາດບາງປະເທດ ແລະ ຈະເປີດຕົວແພັກເກັດນີ້ແບບເຕັມຕົວແມ່ນປະມານຕົ້ນປີໜ້າ.

     ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ