3 ໜຸ່ມ ໄວທ໌, ມ່ອນ ແລະ ຊິງ ນັກສະແດງຊື່ດັງຈາກປະເທດໄທມາທ່ຽວແຂວງຈໍາປາສັກ

ນັກສະແດງ

ນັກສະແດງ


ນັກສະແດງ ຊື່ດັງຈາກປະເທດໄທ ໄດ້ແກ່ ໄວທ໌ ນະວັດ ພຸ່ມໂພທິງາມ, ມ່ອນ ທະນັດໄຊ ວິຈິດວົງທອງ ແລະ ຊິງ ຫະຣິດ ຊິວິກາຣຸນ ຫຼື ຮູ້ຈັກກັນດີໃນນາມ ໄວທ໌ ມ່ອນ ຊິງ ເຊິ່ງເປັນພິທີກອນດໍາເນີນລາຍການແຕກສາມ (#แตกสาม) ທີ່ຈະມີສາມຄົນເປັນຜູ້ດໍາເນີນລາຍການຫຼັກ ໂດຍເນື້ອໃນຂອງລາຍການສ່ວນຫຼາຍແມ່ນຈະເປັນການພາທ່ຽວສະຖານທີ່ຂຶ້ນຊື່ຕ່າງໆ, ພາກິນ, ພາຫຼິ້ນ ແລະ ຈະເຫັນໄລຟ໌ສະຕາຍຂອງສາມໜຸ່ມທີ່ມີຄວາມກວນເປັນເອກະລັກ. ທັງນີ້ ລາຍການດັ່ງກ່າວກໍມີຜົນຕອບຮັບທີ່ດີ ເພາະມີແຟນຄລັບຕິດຕາມກັນຢ່າງຫຼວງຫຼາຍ.

ດາລານັກສະແດງ

ແລະໃນວັນ 28 ສິງຫາທີ່ຜ່ານມາ ສາມໜຸ່ມ ໄວທ໌ ມ່ອນ ຊິງ ກໍໄດ້ເດີນທາງໄປທີ່ສະຖານທີ່ທ່ອງທ່ຽວຊື່ດັງຂອງແຂວງຈໍາປາສັກ ໂດຍເລືອກໄປທ່ຽວທີ່ນ້ຳຕົກຕາດເຍືອງ ແລະ ຜາສາດຫີນວັດພູຈໍາປາສັກ. ພ້ອມນີ້ 3 ໜຸ່ມຍັງໄດ້ໂພສຮູບ ແລະ ຂຽນແຄັບຊັ່ນເປັນພາສາລາວລົງໃນ Instagram ອີກພ້ອມ. ນອກຈາກນີ້ແລ້ວ ແຟນໆຊາວລາວຫຼາຍຄົນຍັງພົບຕົວຈິງ ແລະ ໄດ້ມີການຖ່າຍຮູບກັບ 3 ໜຸ່ມອີກດ້ວຍ ເອີ້ນໄດ້ວ່າຟິນໄປຕາມໆກັນ.

ດາລານັກສະແດງ

ທັງນີ້ ສຳລັບໃຜທີ່ຢາກທ່ອງທ່ຽວຕາມ 3 ໜຸ່ມ ຂໍໃຫ້ເຊີນຊວນໃຫ້ທ່ຽວທີ່ແຂວງຈໍາປາສັກຫຼາຍໆເດີ ເພາະທີ່ແຂວງຈຳປາສັກມີແຫຼ່ງທ່ອງທາງທຳມະຊາດທີ່ສວຍສົດງົດງາມ, ຜະລິດຕະພັນງານຫັດຖະກໍາ, ວັດທະນະທຳປະເພນີ ແລະ ອາຫານການກິນທີ່ຫຼາກຫຼາຍ.

ດາລານັກສະແດງ

•ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
•Apple Podcast: https://apple.co/31NgrWY
•Google Podcast: https://bit.ly/3fEiWD3

No comment

ຕອບກັບ